ປະກາດບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກພະແນກການຕ່າງປະເທດ ແຂວງສາລະວັນ

ປະກາດບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກພະແນກການຕ່າງປະເທດ ແຂວງສາລະວັນ
———————————-
ພິທີປະກາດບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກພະແນກການຕ່າງປະເທດ ແຂວງສາລະວັນ ຈັດຂຶ້ນໃນວັນທີ 5 ມີນານີ້, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ສະຫາຍ ສັກດາ ແກ້ວດວງສີ ກຳມະການພັກແຂວງ, ຫົວໜ້າພະແນກການຕ່າງປະເທດແຂວງ; ມີສະຫາຍຄະນະພັກພະແນກ; ສະມາຊິກພັກສົມບູນ-ສໍາຮອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງສາລະວັນ ສະບັບເລກທີ 55/ຄຈພຂ, ລົງວັນທີ 3 ກຸມພາ 2026 ວ່າດ້ວຍ: ການອະນຸມັດບົ່ງຕົວແຕ່ງຕັ້ງ ສະຫາຍ ສັກດາ ແກ້ວດວງສີ ກໍາມະການພັກແຂວງ ເປັນເລຂາໜ່ວຍພັກ, ສະຫາຍ ວິເສດ ສຸລິຍະວົງສາ ເປັນຮອງເລຂາໜ່ວຍພັກ (ຜູ້ກວດກາໜ່ວຍພັກ); ສະຫາຍ ນາງ ໄກ່ທອງ ໂຄດປັນຍາ ແລະ ສະຫາຍ ສໍາເລັດ ອິນທະວົງ ເປັນຄະນະໜ່ວຍພັກ ພະແນການຕ່າງປະເທດ ແຂວງສາລະວັນ. ຈາກນັ້ນ, ສະຫາຍ ນາງ ບຸນທະວີ ດວງລາສີ ໄດ້ມອບມະຕິຕົກລົງ ໃຫ້ບັນດາສະຫາຍ ທີ່ຖືກແຕ່ງຕັ້ງ.
ໂອກາດດຽວກັນນີ້, ສະຫາຍ ນາງ ບຸນທະວີ ດວງລາສີ ໄດ້ໂອ້ລົມ ແລະ ກ່າວເນັ້ນວ່າ: ການປະກາດບົ່ງຕົວແຕ່ງຕັ້ງໃນຄັ້ງນີ້ ແມ່ນດຳເນີນຕາມກົດລະບຽບຂອງພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XI, ແນໃສ່ປັບປຸງການຈັດຕັ້ງພັກ ໃຫ້ກາຍເປັນກຳລັງແຮງ ແລະ ເປັນເສນາທິການທີ່ເຂັ້ມແຂງ ໃຫ້ແກ່ອົງຄະນະພັກແຂວງ ໃນການນຳພາດ້ານການເມືອງ-ແນວຄິດ. ພ້ອມທັງເນັ້ນໃຫ້ຄະນະໜ່ວຍພັກຊຸດໃໝ່ ສືບຕໍ່ເສີມຂະຫຍາຍຄວາມສາມັກຄີພາຍໃນ, ປະຕິບັດຫຼັກການນຳພາຮ່ວມກັນ ແລະ ຮັບຜິດຊອບສ່ວນບຸກຄົນ ໃຫ້ເຂັ້ມງວດ. ພ້ອມທັງນຳພາການຈັດຕັ້ງມະຫາຊົນ ແລະ ພະນັກງານພາຍໃນພະແນກ ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງ ກໍຄື ວຽກງານວິຊາສະເພາະຮອບດ້ານການຕ່າງປະເທດ ໃຫ້ມີຜົນສຳເລັດ ແລະ ເປັນຮູບປະທຳ.
—————————
ພາບ-ຂ່າວ: ສ.ພະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa