ມອບ-ຮັບໜ້າທີ່ ປະທານສະຫະພັນແມ່ຍິງແຂວງສາລະວັນ ຕິດພັນກັບການປະກາດພະນັກງານຮັບອຸດໜູນບຳນານ

#ມອບ-ຮັບໜ້າທີ່ ປະທານສະຫະພັນແມ່ຍິງແຂວງສາລະວັນ ຕິດພັນກັບການປະກາດພະນັກງານຮັບອຸດໜູນບຳນານ
—————————-
#ວັນທີ 6 ມີນາ 2026, ໄດ້ມີພິທີມອບ-ຮັບໜ້າທີ່ ປະທານສະຫະພັນແມ່ຍິງແຂວງສາລະວັນ, ລະຫວ່າງ ສະຫາຍ ນາງ ວາດສະໜາ ໂພໄຊຍະວົງ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ (ຜູ້ເກົ່າ) ກັບ ສະຫາຍ ນາງ ຈັນທະຈອນ ຫວາດທະລາວົງ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ (ຜູ້ໃໝ່) ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ບຸນທະວີ ດວງລາສີ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີບັນດາຫົວໜ້າພະແນກ-ຮອງພະແນກການອ້ອມຂ້າງ, ປະທານສະຫະພັນແມ່ຍິງເມືອງ, ປະທານໜ່ວຍ, ຮາກຖານສະຫະພັນແມ່ຍິງອ້ອມຂ້າງແຂວງ ພ້ອມດ້ວຍສະມາຊິກແມ່ຍິງເຂົ້າຮ່ວມ.
#ໂດຍປະຕິບັດຕາມມະຕິຕົກລົງຂອງຄະນະປະຈຳພັກແຂວງສາລະວັນ ວ່າດ້ວຍການຍົກຍ້າຍ, ພະນັກງານນຳພາ-ຄຸ້ມຄອງໄປຮັບໜ້າທີ່ໃໝ່, ຍົກຍ້າຍ ສະຫາຍ ນາງ ວາດສະໜາ ໂພໄຊຍະວົງ ກຳມະການພັກແຂວງ ໄປຮັບໜ້າທີ່ໃໝ່ຢູ່ສະພາປະຊາຊົນແຂວງ, ມະຕິຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງ ສະຫາຍ ນາງ ຈັນທະຈອນ ຫວາດທະລາວົງ ກຳມະການພັກແຂວງ ເປັນປະທານສະຫະພັນແມ່ຍິງແຂວງ ເປັນເລຂາໜ່ວຍພັກຮາກຖານສະຫະພັນແມ່ຍິງແຂວງສາລະວັນ.
ພ້ອມດຽວກັນນັ້ນ, ໄດ້ມີການລາຍງານໂດຍຫຍໍ້ພາຍໃຕ້ການນໍາພາ-ຊີ້ນຳ ໄລຍະຜ່ານມາ ປຸກລະດົມສະມາຊິກແມ່ຍິງ ແລະ ແມ່ຍິງບັນດາເຂົ້າຮ່ວມວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນກົກ, ນຳພາປັບປຸງການຈັດຕັ້ງ, ກຳນົດພາລະບົດບາດການຈັດຕັ້ງ ແລະການເຄື່ອນໄຫວ, ກຳນົດຕຳແໜ່ງງານ, ປະເມີນພະນັກງານນຳພາຄຸ້ມຄອງ, ນຳພາດຳເນີນກອງປະຊຸມໃຫຍ່ຂັ້ນເມືອງ ສຳເລັດ 8 ຕົວເມືອງ ແລະກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງໜ່ວຍຮາກຖານ ສຳເລັດ 100%, ຂະຫຍາຍສະມາຊິກແມ່ຍິງໄດ້ 64,555 ຄົນ ກວມ 27% ຂອງແມ່ຍິງທັງໝົດ 235,839, ມີ 181 ໜ່ວຍ, 125 ຮາກຖານ ມີ 578 ບ້ານ ແລະ ໄດ້ຂະຫຍາຍຕາງໜ່າງໃຫ້ຄຳປຶກສາແກ່ແມ່ຍິງ ແລະເດັກນ້ອຍ 8 ຕົວເມືອງ. ນອກນັ້ນວຽກງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄດ້ນຳພາເຊື່ອມຊຶມ ແລະເປີດຂະບວນການແຂ່ງຂັນ 3 ດີ ໄດ້ 863 ຄັ້ງ, ໄດ້ 169 ໜ່ວຍ, 123 ຮາກຖານ, 573 ບ້ານ ມີສະມາຊິກເຂົ້າຮ່ວມແຂ່ງຂັນ 59,075 ຄົນ, ຄັດເລືອກບຸກຄົນ 3 ດີປະເພດ I ໄດ້ 54,575 ຄົນ ກວມ 92,38%, ປະເພດ II ໄດ້ 4,500 ຄົນ ກວມ 7,61 % ຂອງສະມາຊິກສະຫະພັນແມ່ຍິງທັງໝົດເຂົ້າຮ່ວມແຂ່ງຂັນທັງໝົດ ແລະວຽກງານອືນໆ.
#ໂອກາດດຽວກັນ, ໄດ້ຜ່ານຂໍ້ຕົກລົງຂອງຄະນະກຳມະການປົກຄອງແຂວງ ວ່າດ້ວຍການອະນຸມັດໃຫ້ ທ່ານ ນາງ ດວງມາລາ ສີສະໝຸດ ແລະ ທ່ານ ນາງ ມະນີລາ ຈັນທະວົງ ຮອງປະທານສະຫະພັນແມ່ຍິງແຂວງ ເຂົ້າຮັບອຸດໜູນບຳນານ ປະຈຳງວດທີ I ປີ 2026. ພ້ອມທັງໄດ້ມອບຂໍ້ຕົກລົງໃຫ້ພະນັກງານທີ່ເຂົ້າຮັບອຸດໜູນບຳນານ, ມອບມະຕິຕົກລົງຂອງຄະນະປະຈຳພັກແຂວງ ໃຫ້ສະຫາຍທີ່ຖືກຍົກຍ້າຍ, ສະຫາຍທີ່ຮັບຕຳແໜ່ງໃໝ່ ແລະ ເຊັນບົດບັນທຶກມອບ-ຮັບໜ້າທີ່ ປະທານສະຫະພັນແມ່ຍິງແຂວງສາລະວັນ ຢ່າງເປັນທາງການ.
ພາບ-ຂ່າວ: ທິດລານີ ໂຄດໂຍທາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa