ຄະນະການນໍາ ນະຄອນດາໜັງ ສສ ຫວຽດນາມ ຢ້ຽມຢາມ ແລະ ອວຍພອນການນໍາແຂວງສາລະວັນ ເນື່ອງໃນໂອກາດບຸນປີໃໝ່ລາວ

ຄະນະການນໍາ ນະຄອນດາໜັງ ສສ ຫວຽດນາມ ຢ້ຽມຢາມ ແລະ ອວຍພອນການນໍາແຂວງສາລະວັນ ເນື່ອງໃນໂອກາດບຸນປີໃໝ່ລາວ
—————————
  
ໃນວັນທີ 1 ເມສານີ້, ຄະນະການນໍາ ນະຄອນດາໜັງ ສສ ຫວຽດນາມ ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນການນໍາແຂວງສາລະວັນ ສປປ ລາວ ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2569, ເຊີ່ງນໍາໂດຍ ສະຫາຍ ເລ ງັອກ ກວາງ ກໍາມະການຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ເລຂາຄະນະບໍລິຫານງານພັກ ນະຄອນດາໜັງ ພ້ອມດ້ວຍຄະນະ, ໂດຍໃຫ້ການຕ້ອນຮັບຢ່າງອົບອຸ່ນຂອງ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງສາລະວັນ ພ້ອມຄະນະ ຈັດຂຶ້ນຢູ່ທີ່ຫ້ອງປະຊຸມVIP ຊັ້ນສອງ ສະໂມສອນແຂວງສາລະວັນ.
ໂອກາດນີ້ ສະຫາຍ ເລ ຫງ໋ອກ ກວາງ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕອນຮັບອັນອົບອຸ່ນ ແລະ ສະແດງຄວາມຢື້ຢາມຖາມຂ່າວ, ອວຍພອນໄຊອັນປະເສີດ ມາຍັງຄະນະພັກ-ຄະນະນໍາແຂວງ ແລະ ປະຊາຊົນບັນດາເຜົ່າຊາວແຂວງສາລະວັນ ຈົ່ງມີສຸຂະພາບແຂງແຮງ ປະສົບຄວາມສຳເລັດ ແລະ ມີຄວາມຈະເລີນຮຸ່ງເຮືອງໃນທຸກດ້ານ ພ້ອມກັນສະເຫລີມສະຫລອງບຸນປີໃໝ່ລາວ ພສ 2569 ດ້ວຍຄວາມເບີກບານມ່ວນຊື່ນ.
ໂອກາດນີ້, ສະຫາຍ ດາວວົງ ພອນແກ້ວ ກໍໄດ້ສະແດງຄວາມຂອບໃຈ ມາຍັງສະຫາຍ ເລຂາພັກ ນະຄອນດາໜັງ ພ້ອມດ້ວຍຄະນະນໍາ ທີ່ເຫັນໄດ້ຄວາມໝາຍຄວາມສໍາຄັນ ຂອງຮີດຄອງປະເພນີອັນດີງາມຂອງຊາດລາວ ເວົ້າສະເພາະ ກໍແມ່ນບຸນປີໃໝ່ລາວ ແລະ ໄດ້ອວຍພອນໄຊ ໃຫ້ສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ລະຫວ່າງສອງພັກສອງລັດ ເວົ້າສະເພາະກໍຄື ແຂວງສາລະວັນ-ນະຄອນດາໜັງ ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ແໜ້ນແຟ້ນຂຶ້ນກວ່າເກົ່າ.
ໃນຕອນທ້າຍ ຄະນະຜູ້ແທນທັງສອງຝ່າຍ ແຂວງສາລະວັນ ແລະ ນະຄອນດາໜັງ ກໍໄດ້ເຊັນບົດບັນທຶກການຮ່ວມມື ໄລຍະ 2026 – 2030 ຈໍານວນ 2 ສະບັບ, ໃນນັ້ນສະບັບທີໜຶ່ງ ແມ່ນລະຫວ່າງອົງການປົກຄອງແຂວງສາລະວັນ ກັບ ອົງການປົກຄອງປະຊາຊົນ ນະຄອນດາໜັງ ລົງນາມໂດຍ ສະຫາຍ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງສາລະວັນ ແລະ ສະຫາຍ ເຈີ່ນເຝືອກເຊີນ ຄະນະປະຈໍາພັກແຂວງ, ຮອງປະທານຄະນະກໍາມະການປະຊາຊົນ ນະຄອນດາໜັງ. ສ່ວນສະບັບທີສອງ ເຊັນລົງນາມບົດບັນທຶກຮ່ວມມື ລະຫວ່າງ ອົງການແນວລາວສ້າງຊາດ ແຂວງສາລະວັນ ແລະ ແນວໂຮມປະເທດຊາດ ນະຄອນດາໜັງ ເຊັນໂດຍ ສະຫາຍ ທອງດີ ຈັນທະວົງ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ ແລະ ສະຫາຍ ເລຈິແທ້ງ ຄະນະປະຈໍາພັກ ນະຄອນດາໜັງ ປະທານແນວໂຮມປະເທດຊາດ ຫວຽດນາມ ປະຈໍານະຄອນດາໜັງ.
ພາບ-ຂ່າວ: ສ.ພະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa