ປກສ ເມືອງສາລະວັນ ປາຖະກະຖາວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ

ປກສ ເມືອງສາລະວັນ ປາຖະກະຖາວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ
ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງສາລະວັນ ໄດ້ຈັດພິທີປາຖະ ກະຖາວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 65 ປີ (ວັນທີ 5 ເມສາ 1961 – 5 ເມສາ 2026) ໃນອາທິດຜ່ານມານີ້, ຢູ່ທີ່ສະໂມສອນຂອງເມືອງ, ໂດຍໃຫ້ກຽດປະຖະກະຖາຂອງ ທ່ານ ພັອ ອ໋ອດ ໄຊຍະວົງ ພະນັກງານປະຕິວັດອາວຸໂສບໍານານ, ອະດິດຄະນະປະຈຳພັກແຂວງ ອະດິດຫົວໜ້າກອງບັນຊາການທະຫານແຂວງສາລະວັນ, ມີຄະນະປະຈໍາພັກເມືອງ, ຄະນະພັກ-ຄະນະບັນຊາ ປກຊ-ປກສ ເມືອງ, ພະແນກການອ້ອມຂ້າງນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.
ໃນໂອກາດນີ້, ທ່ານໄດ້ຍົກໃຫ້ເຫັນມູນເຊື້ອ, ຜົນງານ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງໃນການປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ. ການກໍາເນີດຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ແມ່ນມີຄວາມໝາຍຄວາມສໍາຄັນທາງດ້ານການເມືອງ ອັນໃຫຍ່ຫຼວງໃນປະຫວັດສາດຂອງຊາດລາວ ແລະ ແມ່ນເຫດການປະຫວັດສາດໜຶ່ງທີ່ສໍາຄັນຂອງຊາດ, ແມ່ນບາດກ້າວຂະຫຍາຍຕົວຂອງການປະຕິວັດ, ເປັນກຳລັງປະກອບອາວຸດປະຕິວັດໜຶ່ງທີ່ແຫຼມຄົມຂອງພັກ ເພື່ອປົກປັກຮັກສາການນຳພັກ-ລັດ, ປົກປ້ອງແນວທາງ ແລະ ປົກປ້ອງອຸດົມການສັງຄົມນິຍົມ, ແມ່ນກຳລັງທີ່ມີການຈັດຕັ້ງນຳພາ-ບັນຊາ, ສຶກສາອົບຮົມໂດຍກົງ, ເດັດຂາດ ແລະ ຮອບດ້ານຈາກພັກປະຊາຊົນປະຕິວັດລາວ; ມີຄວາມບໍລິສຸດ, ຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ, ຕໍ່ປະຊາຊົນ ແລະ ເພື່ອຮັບໃຊ້ສິດຜົນປະໂຫຍດຂອງປະຊາຊົນ ຢ່າງແທ້ຈິງ. ກໍາລັງ ປກສ ໄດ້ມີມູນເຊື້ອການຕໍ່ສູ້ຄຽງບ່າ ຄຽງໄຫລ່ກັບກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ຢ່າງມີໄຊຕະຫຼອດມາ, ກໍາລັງປ້ອງກັນສະຫງົບ ແມ່ນກໍາລັງປະກອບອາວຸດ ປະຕິວັດອັນແຫຼມຄົມ ໂດຍແມ່ນພັກປະຊາຊົນປະຕິວັດລາວ ນໍາພາເດັດຂາດ ໂດຍກົງຮອບດ້ານ, ເປັນກໍາລັງທີ່ມາຈາກປະຊາຊົນ ຮັບໃຊ້ສິດຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ, ສ້າງສາພັດທະນາປະເທດຊາດໃຫ້ມີຄວາມໝັ້ນຄົງ, ມັ່ງຄັງເຂັ້ມແຂງ, ອອກແຮງຕ້ານ-ສະກັດກັ້ນປະກົດການຫຍໍ້ທໍ້ຂອງສັງຄົມ, ຕ້ານ ສະກັດກັ້ນການກໍ່ອາດສະຍາກໍາພາຍໃນ ແລະ ຂ້າມຊາດທັບມ້າງທຸກເລ່ລ່ຽມກົນອຸບາຍ ຂອງກຸ່ມຄົນບໍ່ຫວັງດີ ກໍເພື່ອຮັກສາສິດຜົນປະໂຫຍດລວມຂອງຊາດ – ຂອງປະຊາຊົນ ແລະ ປິຕີພູມທີ່ແສນຮັກ ອັນຫວງແຫນຂອງຕົນ, ຕັ້ງໜ້າຝຶກຝົນຫຼໍຫຼອມຕົນເອງ ໃຫ້ມີຄວາມຮູ້ຄວາມສາມາດ, ມີຄວາມຊໍານິຊໍານານທາງດ້ານວຽກງານວິຊາສະເພາະ, ເປັນກໍາລັງທີ່ມາຈາກປະຊາຊົນ ຮັບໃຊ້ປະຊາຊົນ ຢ່າງແທ້ຈິງ.
ພາບ-ຂ່າວ ຮອ ນາງພອນທິດາ ເກດທອງພັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa