ແຂວງສາລະວັນ ປຶກສາຫາລືວຽກງານ ກະກຽມປະກາດສ້າງຕັ້ງຕາແສງ 38 ຕາແສງ ໃນທົ່ວແຂວງ

ແຂວງສາລະວັນ ປຶກສາຫາລືວຽກງານ ກະກຽມປະກາດສ້າງຕັ້ງຕາແສງ 38 ຕາແສງ ໃນທົ່ວແຂວງ
ແຂວງສາລະວັນ ປຶກສາຫາລືວຽກງານ ເພື່ອກະກຽມໃຫ້ແກ່ການສ້າງຕັ້ງຕາແສງ, ໄດ້ຈັດຂື້ນໃນວັນທີ 21 ເມສານີ້, ຢູ່ທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ແຫວນເພັດ ລັດດາວົງ ຄະນະປະຈໍາພັກແຂວງ, ຮອງປະທານຄະນະກໍາມະການປົກຄອງແຂວງ ຫົວໜ້າຄະນະຮັບຜິດຊອບຊີ້ນໍາການກະກຽມສ້າງຕັ້ງຕາແສງຂັ້ນແຂວງ, ມີຄະນະຮັບຜິດຊອບຄົ້ນຄ້ວາກະກຽມສ້າງຕັ້ງຕາແສງຂັ້ນແຂວງ, ປະທານ ແລະ ຮອງປະທານຄະນະກໍາມະການປົກຄອງເມືອງ 8 ຕົວເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ
ໃນພິທີ ຜູ້ເຂົ້າຮ່ວມກໍໄດ້ຮັບຟັງການລາຍງານຜົນສໍາເລັດໃນການສ້າງຕັ້ງຕາແສງພາຍໃນແຂວງ ແລະ ທິດທາງແຜນການໃນຕໍ່ໜ້າ, ມາຮອດປະຈຸບັນການກະກຽມໃຫ້ແກ່ວຽກງານດັ່ງກ່າວ ແມ່ນໄດ້ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ: ດ້ານນິຕິກໍາ ແມ່ນໄດ້ຜັນຂະຫຍາຍແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການຊຸກຍູ້ການສ້າງຕັ້ງຕາແສງ, ຫັນມາເປັນແຈ້ງການຂອງຄະນະກໍາມະການປົກຄອງແຂວງ ກ່ຽວກັບການແບ່ງຂັ້ນຄຸ້ມຄອງ ແລະ ປັບປຸງຮູບແບບການໃຫ້ບໍລິການຢູ່ຂັ້ນຕາແສງ, ພ້ອມນັ້ນ, ຫັນມາເປັນແຈ້ງການຂອງຄະນະຈັດຕັ້ງແຂວງ, ການປະກອບເອກະສານ, ສະເໜີສ້າງຕັ້ງຕາແສງ ແລະ ກໍານົດເວລາພິທີປະກາດ ເປັນຕົ້ນ: ມີຂັ້ນຕອນການກະກຽມເນື້ອໃນ, ດ້ານພື້ນຖານໂຄງລ່າງ, ສະຖານທີ່ຕັ້ງສໍານັກງານຕາແສງ, ບຸກຄະລາກອນ, ອຸປະກອນ ແລະ ງົບປະມານ, ເຊີ່ງໄດ້ກໍານົດຕາແສງທັງໝົດໃນທົ່ວແຂວງ ມີ 38 ຕາແສງ, ໃນນັ້ນໄດ້ສໍາເລັດການປະກາດຕາແສງແລ້ວ 5 ຕາແສງ ຄືຕາແສງບຶງໄຊ ເມືອງສາລະວັນ ແລະ 4 ຕາແສງຂອງເມືອງວາປີ ຄື: ຕາແສງພູມສະຫັວນ, ຕາແສງວາປີ, ຕາແສງນາສຽດ ແລະ ຕາແສງນາລັນ, ສ່ວນບັນດາຕາແສງຂອງແຕ່ລະເມືອງ ທີ່ຍັງບໍ່ທັນສໍາເລັດໃນການປະກາດ, ແມ່ນຍັງຢູ່ໃນຂັ້ນຕອນກວດກາດ້ານເນື້ອໃນຕ່າງໆຄະນະຮັບຜິດຊອບ, ກອງປະຊຸມຍັງໄດ້ຮ່ວມກັບປຶກສາຫາລື, ປະກອບຄໍາຄິດຄໍາເຫັນ, ເຂົ້າໃສ່ແຜນຈັດຕັ້ງປະຕິບັດໃນຕໍ່ໜ້າ
ໃນຕອນທ້າຍ, ທ່ານ ແຫວນເພັດ ລັດດາວົງ ຫົວໜ້າຄະນະຮັບຜິດຊອບຊີ້ນໍາການກະກຽມສ້າງຕັ້ງຕາແສງຂັ້ນແຂວງ, ໄດ້ມີຄໍາເຫັນຊີ້ນໍາ ແລະ ເນັ້ນໃຫ້ຄະນະຮັບຜິດຊອບຄົ້ນຄ້ວາກະກຽມສ້າງຕັ້ງຕາແສງຂັ້ນແຂວງ, ປະທານ ແລະ ຮອງປະທານຄະນະກໍາມະການປົກຄອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ, ເອົາໃຈໃສ່ໃນການຄົ້ນຄິດ-ຄົ້ນຄວ້າຕໍ່ກັບວຽກງານດັ່ງກ່າວ ໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້ ໂດຍສະເພາະແມ່ນແຜນກະກຽມດ້ານຕ່າງໆ, ແຜນກຳນົດພະນັກງານລົງປະຈໍາຕາແສງ, ແຜນງົບປະມານບໍລິຫານການໃຊ້-ຈ່າຍຢູ່ຂັ້ນຕາແສງ ແລະ ໜ້າວຽກອື່ນໆ ທີ່ກ່ຽວຂ້ອງ, ໂດຍໃຫ້ປະສານສົມທົບກັນຢ່າງລະອຽດຈະແຈ້ງກັບຄະນະຮັບຜິດຊອບຂັ້ນແຂວງ- ພາກສ່ວນກ່ຽວຂ້ອງ ເພື່ອໃຫ້ຖືກຕ້ອງສອດຄ່ອງ ແລະ ໄປໃນທິດທາງດຽວກັນ.
—————————–
ຂ່າວ: ແກ້ວອຸໄທ ແກ້ວມະໄລທອງ
ພາບ: ອ່ອນ ມະນີສອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa