ແຂວງສາລະວັນ ເຂົ້າຮ່ວມກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນເມສາ ຮູບແບບທາງໄກ

ແຂວງສາລະວັນ ເຂົ້າຮ່ວມກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນເມສາ ຮູບແບບທາງໄກ
ແຂວງສາລະວັນ ເຂົ້າຮ່ວມກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ເມສາ 2026 ຮູບແບບທາງໄກ ຈັດຂຶ້ນທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃນວັນທີ 27 ເມສາ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ; ມີບັນດາທ່ານຄະນະລັດຖະບານ, ລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າກົມ; ປະທານ-ຮອງຄະນະກໍາມະການປົກຄອງແຂວງ ທົ່ວປະເທດ ເຂົ້າຮ່ວມ.
ສໍາລັບແຂວງສາລະວັນ ຈັດຂື້ນຢູ່ທີ່ຫ້ອງປະຊຸມຊັ້ນສອງ ສະໂມສອນແຂວງສາລະວັນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປະເດີມພອນ ສົນທະນີ ປະທານຄະນະກໍາມະການປົກຄອງແຂວງສາລະວັນ ພ້ອມດ້ວຍບັນດາທ່ານຫົວໜ້າພະແນກການ ແລະ ຂະແໜງການກ່ຽວຂ້ອງອ້ອມຂ້າງແຂວງ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການລາຍງານວຽກງານພົ້ນເດັ່ນປະຈໍາເດືອນເມສາ 2026 ເປັນຕົ້ນ: ສະພາບພົ້ນເດັ່ນພາກພື້ນ ແລະ ສາກົນ, ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ພ້ອມທັງລາຍງານສະພາບອຸບັດຕິເຫດ, ອັກຄີໄພ ແລະ ບັນດາປະກົດການ ຫຍໍ້ທໍ້ ໃນໄລຍະບຸນປີໃໝ່ລາວ; ຄວາມຄືບໜ້າໃນການປັບປຸງສ້ອມແປງເສັ້ນທາງໃນທົ່ວປະເທດ; ການແກ້ໄຂຜົນກະທົບຈາກພະຍຸໝາກເຫັບ; ການກະກຽມຕ້ານໄພແຫ້ງແລ້ງ; ສະພາບໄຟໄໝ້ປ່າ, ການຖາງປ່າຈຸດປ່າ, ການແກ້ໄຂບັນຫາໝອກຄວັນ (PM2.5) ພ້ອມທັງສະເໜີມາດຕະການແກ້ໄຂ; ການປະຕິບັດຄໍາສັ່ງ 40/ນຍ ວ່າດ້ວຍ ການແກ້ໄຂບັນຫານໍ້າມັນ ແລະ ຫັນວິກິດ ເປັນໂອກາດ ເພື່ອນໍາໃຊ້ລົດໄຟຟ້າ ແລະ ພະລັງງານທົດແທນ; ລາຍງານ ການສະໜອງນໍ້າມັນ, ລາຄາສິນຄ້າ; ການປະຕິບັດມາດຕະການຫ້າມນໍາເຂົ້າລົດ ທີ່ນໍາໃຊ້ນໍ້າມັນເຊື້ອໄຟ ແລະ ການສົ່ງເສີມລົດໄຟຟ້າ; ການແກ້ໄຂບັນຫາການລັກລອບແຮ່ທາດ ແລະ ທິດທາງການຄຸ້ມຄອງການພັດທະນາແຮ່ທາດໃນຕໍ່ໜ້າບົນພື້ນຖານການກວດກາ ແລະ ປະເມີນບັນດາໂຄງການ ທີ່ໄດ້ອະນຸມັດຜ່ານມາ; ລາຍງານສະພາບອັດຕາແລກປ່ຽນ, ເງິນເຟີ້ ແລະ ມາດຕະການແກ້ໄຂ. ພ້ອມນີ້, ກອງປະຊຸມຍັງຈະໄດ້ປຶກສາຫາລືຮ່າງແຜນຍຸດທະສາດການພັດທະນາຕະຫລາດທຶນ ຂອງ ສປປ ລາວ10 ປີ (2026-2035) ແລະ ວີໄສທັດຮອດປີ 2045; ຮ່າງດຳລັດ ວ່າດ້ວຍການຖອນສິດນໍາໃຊ້ທີ່ດິນ ແລະ ຮ່າງດຳລັດ ວ່າດ້ວຍກອງທຶນກັນ ແລະ ຄວບຄຸມເຊື້ອພະຍາດເອດ(HIV).
ສໍາລັບແຂວງສາລະວັນ ໃນໄລຍະ 1 ເດືອນຜ່ານມາ ຄະນະກຳມະການປົກຄອງແຂວງສາລະວັນ ໄດ້ເອົາໃຈໃສ່ຢ່າງແຂງແຮງໃນຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງສູນກາງພັກ ແລະ ມະຕິກອງປະຊຸມລັດຖະບານ ສະບັບເລກ ທີ 1 ປີ 2026 ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍ ຄັ້ງທີ X ຂອງແຂວງກໍຄືແຜນພັດທະນາ ເສດຖະກິດ-ສັງຄົມ ໄລຍະ 5 ປີ, ໂດຍສະເພາະການປະຕິບັດນະໂຍບາຍການສ້າງເສດຖະກິດເອກະລາດເປັນເຈົ້າ ຕົນເອງ ໃຫ້ເປັນຮູບປະທໍາເທື່ອລະກ້າວ, ຜ່ານການຕີລາຄາການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າຫຼາຍດ້ານມີ ຄວາມຄືບໜ້າ ແລະ ມີຜົນສໍາເລັດ ເປັນຕົ້ນ: ເອົາໃຈໃສ່ວຽກງານປ້ອງກັນຄວາມສະຫງົບ ຈຳກັດບັນດາປະກົດການຫຍໍ້ທໍ້ໃນສັງຄົມໃຫ້ໜ້ອຍລົງ ເພື່ອຮັບປະກັນໃຫ້ທົ່ວສັງຄົມມີຄວາມເປັນລະບຽບ ແລະ ປອດໄພ, ໂດຍສະເພາະ ໃນໄລຍະກະກຽມສະເຫຼີມສະຫຼອງ ວັນບຸນປີໃໝ່ລາວ ປີ 2026 ໂດຍໄດ້ສຸມກໍາລັງປະຈຳການ-ລາດຕະເວນຕາມຈຸດຫຼໍ່ແຫຼມຕ່າງໆ, ມີການຈັດຕັ້ງ ເວນຍາມສໍານັກງານອົງການ-ສະຖານທີ່ສໍາຄັນ ແລະ ເຫັນວ່າໃນໄລຍະໜຶ່ງເດືອນຜ່ານມາສະພາບບັນຫາຫຼຸດລົງ ມີຄະດີອຸປະຕິເຫດເກີດຂຶ້ນ 4 ຄັ້ງ, ພາຫານະເປເພ້ 07 ຄັນ, ບາດເຈັບ 04 ຄົນ, ຄົນເສຍຊີວິດ 02 ຄົນ, ມ້າງຄະດີຢາເສບ ຕິດໄດ້ທັງໝົດ 03 ເລື່ອງ (ຜູ້ຕ້ອງຫາ 03 ຄົນ, ຢຶດຂອງກາງຢາບ້າ 310 ເມັດ); ເກີດອັກຄີໄພໃນທົ່ວແຂວງທັງໝົດ 05 ຄັ້ງ, ໃນ 03 ເມືອງ (ເມືອງສາລະວັນ, ເມືອງສະໝ້ວຍ ແລະ ເມືອງຕະ ໂອ້ຍ) ເຊິ່ງມີຈໍານວນ 13 ຫຼັງຄາເຮືອນ, 14 ຄອບຄົວ, ລວມມູນຄ່າເສຍຫາຍ ຈໍານວນ: 1.7 ຕື້ກວ່າກີບ; ຜົນກະທົບຈາກພາຍຸລະດູຮ້ອນໃນ ລະຫວ່າງ ວັນທີ18-19 ເມສາ 2026 ທົ່ວແຂວງສາລະວັນ ເສຍຫາຍຢູ່ 05 ເມືອງ (ເມືອງຕຸ້ມລານ, ເມືອງວາປີ, ເມືອງຄົງເຊໂດນ, ເມືອງລະຄອນເພັງ ແລະ ເມືອງສະໝ້ວຍ), ມີບ້ານໄດ້ຮັບຜົນກະທົບ-ເສຍຫາຍ ຈໍານວນ 19 ບ້ານ, 143 ຫຼັງຄາເຮືອນ ເຊິ່ງລວມມູນຄ່າເສຍຫາຍຈໍານວນ 411.968.000 ກີບ ແລະ ຍັງເກີດມີເຫດການຟ້າຜ່າ 1 ຄັ້ງ, ທີ່ເມືອງ ເລົ່າງາມ ເຮັດໃຫ້ມີ ເດັກນ້ອຍເສຍຊີວິດ ຈໍານວນ 02 ຄົນ (ຍິງ).
ນອກຈາກນີ້ ການຊຸກຍູ້ການຜະລິດລະດູແລ້ງ ໃນປີ 2026 ເຊິ່ງມີແຜນປູກເຂົານາແຊງ 14.000 ເຮັກຕາ (ສາມາດປະຕິບັດໄດ້ 13.348 ເຮັກຕາ), ແຜນປູກພືດລະດູແລ້ງ 7.730 ເຮັກຕາ (ສາມາດປະຕິບັດໄດ້ 5.022 ເຮັກຕາ), ພືດສິນຄ້າ 428 ເຮັກຕາ, ພືດທົ່ວໄປ 3.845 ເຮັກຕາ, ສາມາດເກັບຜົນຜະລິດໄດ້ 26.957 ໂຕນ; ສ່ວນການຈັດເກັບລາຍຮັບ-ລາຍຈ່າຍ ປະຕິບັດຮອດວັນທີ 12 ເມສາ 2026 ສາມາດຈັດເກັບລາຍຮັບໄດ້ 235 ຕື້ ກວ່າກີບ, ເທົ່າກັບ 63,50% ຂອງແຜນການປີ, ໃນນັ້ນ: ລາຍຮັບສູນກາງປະຕິບັດໄດ້ 174 ຕື້ກວ່າກີບ, ເທົ່າກັບ 146,80% ຂອງແຜນການ (ເກີນແຜນ), ລາຍຮັບຂອງແຂວງປະຕິບັດໄດ້ 61 ຕື້ກວ່າກີບ, ເທົ່າກັບ 24,31% ຂອງ ແຜນການ ແລະ ລາຍຈ່າຍປະຕິບັດໄດ້ 17 ຕື້ກີບ, ເທົ່າກັບ 1,94% ຂອງແຜນການປີ ແລະ ອື່ນໆ.
ພາບ-ຂ່າວ: ສ.ພະຈັນ
————————————–

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa