ຂະແໜງລ້ຽງສັດ–ການປະມົງ ສາລະວັນ ຢືນຢັນສາເຫດປາຕາຍ ເກີດຈາກປະກົດການ “ແອລດີໂຍ” ບໍ່ແມ່ນມາຈາກນໍ້າເປັນມົນລະພິດ

ໃນວັນທີ 23 ເມສາ ທີ່ຜ່ານມາ ປະກົດການປາຕາຍເປັນຈໍານວນໜຶ່ງ ໃນແມ່ນໍ້າເຊໂດນ ໄດ້ກາຍເປັນຂ່າວຮ້ອນໃນສັງຄົມອອນລາຍ ແລະ ກໍ່ໃຫ້ປະຊາຊົນເກີດຄວາມກັງວົນ ຕໍ່ຄຸນນະພາບແຫຼ່ງນໍ້າ ແລະ ຄວາມປອດໄພດ້ານສິ່ງແວດລ້ອມ ຕໍ່ກັບກະແສຂ່າວດັ່ງກ່າວ ຂະແໜງລ້ຽງສັດ ແລະ ການປະມົງ ແຂວງສາລະວັນ ໄດ້ອອກຊີ້ແຈງຢ່າງເປັນທາງການ ພ້ອມລົງກວດກາພາກສະໜາມເພື່ອຊອກຫາສາເຫດຢ່າງລະອຽດ ແລະ ປະເມີນສະພາບການຢ່າງຮອບດ້ານ.
ທ່ານ ເພັດນີກອນ ສີນທະສັກ ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກໍາ ແລະ ສິ່ງແວດ ລ້ອມ ແຂວງສາລະວັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນແຂວງ ໃນຕອນບ່າຍຂອງວັນທີ 28 ເມສາ ນີ້ ວ່າ: ພາຍຫຼັງຈາກຮັບຊາບຂໍ້ມູນ ທາງຂະແໜງໄດ້ລົງກວດກາຕົວຈິງ ໃນພື້ນທີ່ເກີດເຫດ 2 ເມືອງຄື: ເມືອງສາລະວັນ (ວັງສະຫງວນ ບ້ານທ່າເມືອງເຊ ແລະ ບ້ານໂພນແພງ) ແລະ ເມືອງຄົງເຊໂດນ (ວັງສະຫງວນ ບ້ານຄົງໃຫຍ່, ບ້ານແກ້ງຕະຫວັງ, ບ້ານດອນເມືອງ ແລະ ບ້ານທ່າຫຼວງ) ເພື່ອເກັບກໍາຂໍ້ມູນທາງວິຊາການ; ຜົນການກວດກາ ພົບວ່າ: ຄ່າຄວາມເປັນກົດ–ດ່າງ (pH) ຂອງນໍ້າຢູ່ໃນລະດັບ 7,8–8,06 ຊຶ່ງເປັນຄ່າມາດຕະຖານ ທີ່ສັດນໍ້າສາມາດດໍາລົງຊີວິດໄດ້ ພ້ອມກັນນັ້ນ ປະລິມານອອກຊີເຈນລະລາຍ (DO) ຢູ່ໃນຊ່ວງ 6,8–7,12 ຊຶ່ງຖືວ່າຢູ່ໃນເກນທີ່ປອດໄພ; ຢ່າງໃດກໍຕາມ ຄ່າອຸນຫະພູມນໍ້າກັບພົບວ່າ ຢູ່ໃນລະດັບ 32.1–32.7 ອົງສາເຊ ຊຶ່ງສູງກວ່າຄ່າປົກກະຕິ ແລະ ອາດສົ່ງຜົນກະທົບ ຕໍ່ການດໍາລົງຊີວິດຂອງປາ ໂດຍສະເພາະຊະນິດທີ່ບໍ່ທົນຄວາມຮ້ອນ. ນອກຈາກນັ້ນ ທີມງານຍັງໄດ້ກວດສອບຂໍ້ສົງໃສ ກ່ຽວກັບການປ່ອຍນໍ້າເປື້ອນ ຈາກໂຮງງານປຸງແຕ່ງແປ້ງມັນຕົ້ນ ໃນເຂດເມືອງຄົງເຊໂດນ ແຕ່ຜົນການກວດກາ ບໍ່ພົບຫຼັກຖານ ການປ່ອຍນໍ້າເສຍ ລົງສູ່ແມ່ນໍ້າເຊໂດນແຕ່ຢ່າງໃດ.
ຈາກການວິເຄາະພາບລວມ ຂະແໜງກ່ຽວຂ້ອງ ໄດ້ສະຫຼຸບວ່າ: ສາເຫດຫຼັກ ຂອງປະກົດການປາຕາຍ ແມ່ນເກີດຈາກ ປະກົດການ “ແອລດີໂຍ” ທີ່ສົ່ງຜົນໃຫ້ ອຸນຫະພູມພາຍນອກ ພຸ່ງສູງເຖິງ 39–41 ອົງສາເຊ ພ້ອມກັບລະດັບນໍ້າຫຼຸດຕໍ່າ ແລະ ແຫ້ງຂອງແມ່ນໍ້າ ສົ່ງຜົນໃຫ້ປາບາງຊະນິດ ປັບຕົວບໍ່ທັນ ຈົນເກີດການຕາຍ ແລະ ລອຍຂື້ນຜິວນໍ້າ ຕາມທີ່ປາກົດໃນຂ່າວ. ໃນນັ້ນ ຍັງພົບວ່າ ມີປະຊາຊົນບາງສ່ວນ ໄດ້ນໍາໃຊ້ເຄື່ອງມືຫາປາ ທີ່ຜິດກົດໝາຍ ເຊັ່ນ ເຄື່ອງຊອດປາ ຊຶ່ງເປັນປັດໃຈ ມີບາງຈຸດປາຕາຍຕາມແມ່ນໍ້າເຊໂດນ.
ຈາກຂໍ້ມູນທັງໝົດ ສາມາດຢືນຢັນໄດ້ວ່າ ປະກົດການປາຕາຍໃນຄັ້ງນີ້ ບໍ່ໄດ້ເກີດຈາກມົນລະພິດ ຫຼື ການປ່ອຍນໍ້າເສຍ ແຕ່ເກີດຈາກສະພາບດິນຟ້າອາກາດ ທີ່ແປປວນຮຸນແຮງ ອັນເນື່ອງມາຈາກປະກົດການແອລດີໂຍ ປະກອບກັບການນໍາໃຊ້ວິທີຫາປາທີ່ບໍ່ຖືກກົດໝາຍ.
ໃນໂອກາດນີ້ ທ່ານກໍ່ໄດ້ເຊີນຊວນໃຫ້ ປະຊາຊົນ ແລະ ທຸກພາກສ່ວນ ເພີ່ມທະວີຄວາມໃສ່ໃຈ ໃນການອະນຸລັກ ແລະ ຄຸ້ມຄອງແຫຼ່ງນໍ້າ ພ້ອມທັງ ປະຕິບັດຕາມລະບຽບກົດໝາຍ ດ້ານການປະມົງ ຢ່າງເຄັ່ງຄັດ ເພື່ອຮັກສາທະນຸລັກສັດນໍ້າ ແລະ ສົມດຸນລະບົບນິເວດ ໃຫ້ຍືນຍົງຕໍ່ໄປ.
———————————-
ພາບ-ຂ່າວ: ສ.ພະຈັນ