ສາລະວັນ ວາງສີລາເລີກໂຄງການກໍ່ສ້າງອາຄານຫ້ອງການ ບໍລິສັດ ສະຕາໂທລະຄົມ

ສາລະວັນ ວາງສີລາເລີກໂຄງການກໍ່ສ້າງອາຄານຫ້ອງການ ບໍລິສັດ ສະຕາໂທລະຄົມ

ພິທີວາງສີລາເລີກ ໂຄງການກໍ່ສ້າງອາຄານຫ້ອງການ ບໍລິສັດ ສະຕຣາໂທລະຄົມ ສາຂາແຂວງສາລະວັນ ຫຼັງໃໝ່ໄດ້ຈັດຂື້ນຢ່າງເປັນທາງການໃນວັນທີ 30 ເມສາ 2026 ນີ້ ຢູ່ທີ່ເດີ່ນໂຄງການກໍ່ສ້າງອາຄານຫ້ອງການ ຕິດກັບທະນາຄານພົງສະຫວັນ ສາຂາແຂວງສາລະວັນ; ໃນພິທີໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນ ແຂວງສາລະວັນ; ທ່ານ ດາວວີ ສີຫາເທບ ຄະນະອໍານວຍການ ບໍລິສັດໃຫຍ່ ສະຕາ ໂທລະຄົມ ແລະ ທ່ານ ຫັດສະກັນ ວັນນະວົງ ອໍານວຍການບໍລິສັດ ສະຕາ ໂທລະຄົມ ສາຂາ ແຂວງສາລະວັນ ນອກຈາກນີ້ຍັງມີທ່ານເລຂາຄະນະບໍລິຫານງານພັກເມືອງສາລະວັນ; ທ່ານຕາງໜ້າຈາກກອງບັນຊາການທະຫານແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ; ປະທານສະມາຄົມນັກທຸລະກິດຫວຽດນາມ ປະຈໍາລາວ; ບໍລິສັດຜູ້ຮັບເໝົາກໍ່ສ້າງ ສົມປະສົງກໍ່ສ້າງເຄຫາ ຂົວທາງ ແລະ ຊົນລະປະທານ ຈໍາກັດ; ພະແນກການອ້ອມຂ້າງແຂວງ ແລະ ພະນັກງານ-ລັດຖະກອນ ພາຍໃນບໍສັດ ເຂົ້າຮ່ວມ.
ໂຄງການກໍ່ສ້າງອາຄານຫ້ອງການ ບໍລິສັດ ສະຕາໂທລະຄົມ ຈໍາກັດ ສາຂາແຂວງສາລະວັນ ຕັ້ງຢູ່ບ້ານນາເຫຼັກ ເມືອງ ແລະ ແຂວງສາລະວັນ ກໍ່ສ້າງໂດຍບໍລິສັດຜູ້ຮັບເໝົາກໍ່ສ້າງ ສົມປະສົງກໍ່ສ້າງເຄຫາ ຂົວທາງ ແລະ ຊົນລະປະທານ ຈໍາກັດ ເຊີ່ງມີມູນຄ່າກໍ່ສ້າງທັງໜົດ 12 ຕື້ກວ່າກີບ; ເປັນອາຄານທີ່ທັນສະໄໝ, ຕຶກອາຄານຄ້າຍຄືອາຄານແຝດເຊື່ອມຈອດກັນ ທີ່ອອກແບບເປັນສັນຍາລັກແຫ່ງສາຍພົວພັນມິດຕະພາບແບບພິເສດ ລະຫວ່າງ ສອງຊາດ, ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ; ປະກອບມີ 5 ຊັ້ນ ພາຍໃນອາຄານປະກອບດ້ວຍຫ້ອງເຮັດວຽກ, ເຄົາເຕີບໍລິການລູກຄ້າ, ສາງເຄື່ອງ, ຫ້ອງນໍ້າ ແລະອື່ນໆ.
ບໍລິສັດ ສະຕາໂທລະຄົມ ຈໍາກັດ ສາຂາແຂວງສາລະວັນ ເປັນຫົວໜ່ວຍສາຂາໜຶ່ງທີ່ຂື້ນກັບບໍລິສັດ ສະຕາໂທລະຄົມ ຈໍາກັດ ເຊີ່ງເປັນບໍລິສວັດຮ່ວມມື ຂອງສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ຕາງໜ້າຝ່າຍລາວໂດຍລັດວິສາຫະກິດ ລາວ-ເອເຊຍ ໂທລະຄົມ ຖືຫຸ້ນ 51% ແລະ ຝ່າຍຫວຽດນາມ ໂດຍບໍລິສັດຫວຍດເທວໂກໂລໂບ ຖືຫຸ້ນ 49% ທີ່ໄດ້ດໍາເນີນການເຄື່ອນໄຫວທຸລະກິດ ແຕ່ປີ 2008 ເປັນຕົ້ນມາ; ຜ່ານໄລຍະເວລາເຄື່ອນໄຫວດໍາເນີນທຸລະກິດ 17 ປີ ຂອງສາຂາແຂວງສາລະວັນ ໄດ້ຂະຫຍາຍ ເຄືອຂ່າຍໂທລະຄົມທີ່ກ້ວາງຂວາງ ເຊິ່ງສາມາດຂະຫຍາຍໄດ້ຫຼາຍກວ່າ 216 ຕູ້ສະຖານີ. ໃນນັ້ນ, 2G ມີ 123 ສູນສະຖານີ, 3G ມີ 82; ສູນສະຖານນີ, 4G ມີ 216 ສູນສະຖານນີ, ສູນສະຖານີ 5G ມີ 1ສູນ ສະຖານນີ ແລະ ລະບົບສາຍສົ່ງແກ້ວໄຍແສງຫຼາຍກ່ວາ 1,371 ກມ, ສັນຍານເຂດປົກຄຸມກວມ 96,5% ຂອງພື້ນທີ່ ແລະ100% ບັນດາເມືອງ, 96% ຂອງພົນລະເມືອງທົ່ວແຂວງ, ມີຊ່ອງທາງຈໍາ ໜ່າຍທີ່ກ້ວາງຂວາງ, ມີ 8 ປ່ອງບໍລິການ (ຖືວ່າ8/8ຕົວເມືອງ), ມີຮ້ານຕົວແທນຈໍາໜ່າຍ ແລະ ຈຸດ ຂາຍຍ່ອຍຫຼາຍກວ່າ 1,700 ຮ້ານ, ມີຈຸດບໍລິການກະເປົ໋າເງິນເອເຫຼັກໂທນິກຫຼາຍກວ່າ 160ຈຸດ, ມີຈຸດ ຮັບບໍລິການຂົນສົ່ງຫຼາຍກວ່າ 30ຈຸດ, ພາຍໃນສາຂາມີພະນັກງານທັງໝົດ 117 ຄົນ, ມີສ່ວນແບ່ງທ້ອງ ຕະຫຼາດສາຂາແຂວງສາລະວັນ ກວມ 58,8% ຕໍ່ກັບຜົນສໍາເລັດທີ່ ສາຂາແຂວງສາລະວັນ ຍາດມາໄດ້ນັ້ນ, ແມ່ນມາຈາກການຊີ້ນໍາຢ່າງໃກ້ສິດຕິດແທດ, ອໍານວຍຄວາມສະດວກຈາກອໍານາດການປົກຄອງ ທ້ອງຖິ່ນທຸກຂັ້ນ ພິເສດແມ່ນການນໍາແຂວງ ສາລະວັນ. ນີ້ແມ່ນການຊ່ວຍເຫຼືອຢ່າງໃຫ່ຍຫຼວງຂອງ ບັນດາພະແນກການ, ອໍານາດການປົກຄອງແຕ່ລະເມືອງ, ບັນດານາຍບ້ານ, ລູກບ້ານ ແລະ ການສະໜັບສະໜູນຂອງບັນດາລູກຄ້າຂອງ ຢູນີເທວ ແລະ ບວກກັບຄວາມດຸໝັ່ນ, ຄວາມເປັນເອກະພາບ ແລະ ຄວາມພະຍາຍາມ ຂອງພະນັກງານຕະຫຼອດໄລຍະ 17 ປີທີ່ຜ່ານມາ ດ້ວຍຄໍາຂວັນວິໃສທັດທີ່ວ່າ “ການເຄື່ອນໄຫວດໍາເນີນທຸລະກິດຕ້ອງຕິດພັນກັບວຽກ ງານສ້າງສາພັດທະນາ ແລະ ປົກປັກຮັກສາປະເທດຊາດ ”. ຢູນີເທວ ໄດ້ເຫັນຄວາມສໍາຄັນຕໍ່ ສັງຄົມ. ພ້ອມກັນນັ້ນ ຍັງບໍລິສັດຍັງໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມໃນຫຼາຍໆດ້ານເຊັ່ນ: ໂຄງການຊ່ວຍເຫຼືອຕິດຕັ້ງ ອີນເຕີເນັດລົງສູ່ໂຮງຮຽນໃນທົ່ວປະເທດ, ປະກອບສ່ວນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ, ຊ່ວຍເຫຼືອ ກອງປະຊຸມສຸດຍອດອາຊຽນທີ່ ສປປ.ລາວ ເປັນເຈົ້າພາບ, ສະໜັບສະໜູນ ກະຊວງສຶກສາທິການໃນ ການຈັດຕັ້ງການສອບເສັງໄມໂຄຼຊອັບ ອອັບຟິດ ຄັ້ງທໍາອິດ.
ໃນຕອນທ້າຍພິທີ ກໍ່ໄດ້ເຂົ້າຕັດແຖບຜ້າ, ວາງສີລາເລີກ ແລະ ເປີດການກໍ່ສ້າງອາຄານຫ້ອງການຢ່າງເປັນທາງການ.
ພາບ-ຂ່າວ: ສ.ພະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa