ສາລະວັນ ຈັດກອງປະຊຸມຄະນະກໍາມະການປົກຄອງແຂວງ ປະຈໍາເດືອນເມສາ

ສາລະວັນ ຈັດກອງປະຊຸມຄະນະກໍາມະການປົກຄອງແຂວງ ປະຈໍາເດືອນເມສາ
ກອງປະຊຸມຄະນະກໍາມະການປົກຄອງ ແຂວງສາລະວັນ ປະຈໍາເດືອນເມສາ 2026 ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 30 ເມສາ 2026 ນີ້, ທີ່ຫ້ອງປະຊຸມຊັ້ນສອງ ສະໂມສອນແຂວງ, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ປະທານຄະນະກໍາມະການປົກຄອງ ແຂວງສາລະວັນ, ມີບັນດາທ່ານໃນຄະນະກໍາມະການປົກຄອງແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ອົງການຈັດຕັ້ງມະຫາຊົນ, ລັດວິສາຫະກິດ, ອົງການທຽບເທົ່າ, ດ່ານສາກົນລະໄລ ແລະ ດ່ານສາກົນປາກຕະພານ; ກໍາລັງປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ແລະ ພະນັກງານພາຍໃນຫ້ອງວ່າການແຂວງ ເຂົ້າຮ່ວມເຊີ່ງໜ້າ ສ່ວນຄະນະກໍາມະການປົກຄອງ 8 ຕົວເມືອງ ແມ່ນເຂົ້າຮ່ວມປະຊຸມ ລະບົບອອນລາຍ(ຮູບແບບທາງໄກ).
ກອງປະຊຸມ ໄດ້ສະຫລຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ເດືອນຜ່ານມາ ຂອງແຕ່ລະຂະແໜງການ, ອົງການທຽບເທົ່າ, ທີ່ເປັນເສນາທິການໃຫ້ກັບຄະນະກໍາມະການປົກຄອງແຂວງ, ຍົກໃຫ້ເຫັນຜົນສໍາເລັດ, ສະພາບທີ່ພົ້ນເດັ່ນ, ດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້, ລວມທັງການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນ: ໄດ້ທົບທວນຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມຄະນະກຳມະການປົກຄອງແຂວງ ປະຈຳເດືອນມີນາ 2026; ລາຍງານການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມຫງົບພາຍໃນແຂວງ ໃນຜ່ານມາ ແລະ ວາງທິດທາງໃນຕໍ່ໜ້າ; ການລະດົມທຶນຈາກອົງການຈັດຕັ້ງສາກົນທີ່ບໍ່ ສັງກັດລັດຖະບານ ເຂົ້າມາຊ່ວຍຈັດຕັ້ງປະຕິບັດໂຄງການ ແກ້ໄຂພະຍາດຕິດຕໍ່ ພາຍໃນແຂວງ; ການກຳນົດແຜນຜັງພັດທະນາຕົວເມືອງສາລະວັນ ເພື່ອໃຫ້ເມືອງສາລະວັນ ເປັນໃຈກາງທາງດ້ານເສດຖະກິດ, ວັດທະນະທຳ ແລະ ການທ່ອງທ່ຽວຂອງແຂວງ; ຜົນການກວດກາ, ເກັບກຳຂໍ້ມູນ ການນໍາໃຊ້ ແຮງງານເດັກ, ການຖືກເອົາປຽບຈາກນາຍຈ້າງ ຢູ່ບັນດາໂຄງການປູກກ້ວຍໃນທົ່ວແຂວງ ແລະ ລາຍງານທິດທາງ, ວິທີການຂະຫຍາຍຖານການຈັດເກັບລາຍຮັບເຂົ້າງົບປະມານຂອງແຂວງ; ນອກຈາກນີ້ ຍັງໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານສົ່ງເສີມການພັດທະນາສິນຄ້າໂອດ໊ອບ, ການເຂົ້າເຖີງແຫຼ່ງທຶນ SME ແລະ ການພັດທະນາຕະຫຼາດ (ຕາໜ່າງການຄ້າ).
ໃນຕອນທ້າຍ ຜູ້ເຂົ້າຮ່ວມ ກໍໄດ້ພ້ອມກັນຄົ້ນຄວ້າ, ແລກປ່ຽນຄວາມຄິດເຫັນຕໍ່ບັນຫາທີ່ຍັງຄົງຄ້າງໃນຜ່ານມາ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານໃນເດືອນຕໍ່ໜ້າມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
ພາບ-ຂ່າວ: ສ.ພະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa