ຫົວໜ້າຄະນະໂຄສະນາອົບຮົມ ແຂວງສາລະວັນ ເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ຢູ່ຄະນະໂຄສະນາອົບຮົມ ເມືອງເລົ່າງາມ

ຫົວໜ້າຄະນະໂຄສະນາອົບຮົມ ແຂວງສາລະວັນ ເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ຢູ່ຄະນະໂຄສະນາອົບຮົມ ເມືອງເລົ່າງາມ
ໃນຕອນເຊົ້າວັນທີ 6 ພຶດສະພາ 2026, ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມ ແຂວງສາລະວັນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ຄະນະໂຄສະນາອົບຮົມ ຢູ່ເມືອງເລົ່າງາມ. ໂດຍຕ້ອນຮັບຂອງ ທ່ານ ຄໍາພອນ ມະນີວັນແສງສຸກ ຄະນະປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງເລົ່າງາມ, ມີ ທ່ານ ສຸລິຈັນ ບຸບຜາດີ ກໍາມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ພ້ອມດ້ວຍພະນັກງານໂຄສະນາອົບຮົມເມືອງ ເຂົ້າຮ່ວມ.
ຈຸດປະສົງຂອງການເຄື່ອນໄຫວເຮັດວຽກຢູ່ຄະນະໂຄສະນາອົບຮົມເມືອງ ໃນຄັ້ງນີ້ ເພື່ອຊຸກຍູ້ວຽກງານຮອບດ້ານ ແລະ ໄດ້ມີການແລກປ່ຽນວຽກງານ ເປັນຕົ້ນ: ແມ່ນວຽກໂຄສະນາອົບຮົມ, ວຽກງານສື່ມວນຊົນ, ວຽກຫາງສຽງ, ວຽກເຊື່ອມຊຶມ, ປາຖະກະຖາ, ເຊີ່ງຜ່ານມາການຈັດຕັ້ງປະຕິບັດແຕ່ລະໜ່ວຍງານ ມີຜົນສໍາເລັດໂຄສະນາປາຖະກະຖາ ໃຫ້ບັນດາເປົ້າໝາຍຕ່າງໆພາຍໃນເມືອງ, ໃນນັ້ນກໍ່ໄດ້ເກັບກຳຂ່າວ, ຂຽນຂ່າວ, ກອງປະຊຸມຕ່າງໆຂອງເມືອງ ແລະ ໄດ້ເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ, ເມືອງ ແລະ ວຽກງານຫາງສຽງສັງຄົມໃນທົ່ວເມືອງ ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດເຊີ່ງມັນສະແດງອອກຄື: ມີແນວຄິດກະຕືລືລົ້ນຕໍ່ການພັດທະນາເສດຖະກິດ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ດີຂື້ນ.
ພ້ອມນີ້ບັນດາຜູ້ຕາງໜ້າຂະແໜງການ ຂອງຄະນະໂຄສະນາອົບຮົມແຂວງ ໄດ້ປະກອບຄໍາເຫັນ, ແລກປ່ຽນບົດຮຽນ ກັບ ບັນດາໜ່ວຍງານຕ່າງໆ ຂອງເມືອງ, ທັງນີ້ກໍ່ເພື່ອຈະເຮັດໃຫ້ວຽກງານແຕ່ລະໜ່ວຍງານຂອງຄະນະໂຄສະນາອົບຮົມເມືອງ ໄດ້ມີການປະສານສົມທົບຢ່າງກົມກຽວ, ການພົວພັນວຽກງານຮອບດ້ານ ໃຫ້ດີຂຶ້ນກວ່າເກົ່າ.
ຂ່າວ ສິງທອງ ຄໍາບຸນຈູມ – ພາບຄໍາຮຸ່ງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa