ປກສ ແຂວງສາລະວັນ ເຊື່ອມຊືມເນື້ອໃນເອກະສານສຳຄັນຂອງພັກ ຕິດພັນກັບການຫວນຄືນມູນເຊື້ອ 5 ວັນ ປະຫວັດສາດຂອງຊາດ
ນາຍ ແລະ ພົນຕໍາຫຼວດ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງສາລະວັນ ໄດ້ເຊື່ອມຊືມເນື້ອໃນເອກະສານສຳຄັນຕ່າງໆຂອງພັກ ແລະ ການຈັດຕັ້ງປະຕິບັດກົດລະບຽບພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XII ຕິດພັນກັບຫວນຄືນມູນເຊື້ອ 5 ວັນປະຫວັດສາດຂອງຊາດ, ໃຫ້ກຽດເຜີຍແຜ່ຂອງ ສະຫາຍ ພົຈວ ສີເສີດ ສອນດາລາ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການປກສແຂວງ, ມີຄະນະພັກ-ຄະນະບັນຊາ, ຫ້ອງ, ກອງພັນ,ໂຮງຮຽນ ປກສ ຊັ້ນຕົ້ນເລກ 6, ຄ້າຍຄຸມຂັງ-ດັດສ້າງນາໄຊ, ພະແນກ, ໜ່ວຍງານ, ບັນດາປ້ອມຊາຍແດນເຂົ້າຮ່ວມ, ເຊີ່ງໄດ້ຈັດຂຶ້ນເມື່ອບໍ່ດົນມານີີ້.

ການເຜີຍແຜ່, ເຊື່ອມຊຶມຄັ້ງນີ້, ຍົກເອົາເນື້ອໃນເອກະສານ ກ່ຽວກັບຄໍາແນະນຳ ແລະ ນິຕິກຳຂອງພັກ, ການຈັດຕັ້ງປະຕິບັດກົດລະບຽບພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XII ທີ່ໄດ້ລະບຸໄວ້, ເຊີ່ງມີທັງໝົດ 15 ໝວດ, 64 ມາດຕາ ແລະບັນດາຂໍ້ຫ້າມອື່ນໆຂອງສະມາຊິກພັກ, ເພີ່ມທະວີການກໍ່ສ້າງໜ່ວຍພັກຮາກຖານພັກແຕ່ລະຂັ້ນ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສ້າງສະມາຊິກພັກ ໃຫ້ໄດ້ຕາມມາດຖານເງື່ອນໄຂ 5 ຫຼັກການ, 3 ທິດນໍາ ຂອງພັກ ວາງອອກ, ການເພີ່ມທະວີການພັດທະນາຕົນເອງ ທາງດ້ານທັກສະ-ການຮຽນຮູ້ຫຼັກການນໍາພາ-ບັນຊາແຕ່ລະໄລຍະຂອງການປ່ຽນແປງໃໝ່ຂອງພັກ, ການຄຸ້ມຄອງບໍລິຫານ, ເພີ່ມທະວີການຊີ້ນໍາໆພາຂັ້ນເມືອງ, ຕາແສງ ແລະ ບ້ານ, ຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ຢ່າງຮອບດ້ານ ເພື່ອຕ້ານ ແລະ ສະກັດກັ້ນໜໍ່ແໜງການເກີດບໍ່ສະຫງົບທາງດ້ານການເມືອງ-ສັງຄົມ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ດ້ານສື່ສັງຄົມອອນລາຍ ໃນຍຸກສະໄໝໃໝ່, ສຶບຕໍ່ປັບປຸງລະບອບການເມືອງ, ຊຸກຍູ້ການນໍາພາເສດຖະກິດແຕ່ລະຂັ້ນ ໃຫ້ມີທ່າແຮງທີ່ດີ, ເພີ່ມທະວີການແຂ່ງຂັນກັນສ້າງຜົນງານກ່ຽວກັບການພັດທະນາປະເທດຊາດຂອງບຸກຄົນໃຫ້ໄດ້ຮັບການຍ້ອງຍໍຢ່າງສົມກຽດ.
ຈາກນັ້ນ, ໃນມື້ດຽວກັນ, ໄດ້ສືບຕໍ່ຫວນຄືນມູນເຊື້ອ 5 ວັນປະຫວັດສາດຂອງຊາດ, ຂອງພັກ ຄື: ວັນຢຶດອໍານາດ 23 ສິງຫາ 1975 – 23 ສິງຫາ 2026, ຄົບຮອບ 51 ປິ, ວັນສ້າງຕັ້ງລັດຖະທໍາມະນູນ 15 ສິງຫາ 1991-15 ສິງຫາ 2026, ຄົບຮອບ 35 ປີ, ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ (13 ສິງຫາ1950 – 13 ສິງຫາ 2026) ຄົບຮອບ 76 ປີ, ວັນສ້າງຕັ້ງສະພາປະຊາຊົນແຂວງ 4 ສິງຫາ 1978 – 4 ສິງຫາ 2026, ຄົບຮອບ 48 ປີ ແລະ ວັນສ້າງຕັ້ງກົມຄຸ້ມຄອງສໍາມະໂນຄົວແລະກໍ່ສ້າງຮາກຖານ 8 ສິງຫາ 1978 – 8 ສິງຫາ 2026, ຄົບຮອບ 48 ປີ. ເພື່ອເພີ່ມທະວີຍົກສູງຄວາມຮັບຮູ້, ເຂົ້າໃຈໃຫ້ເລີກເຊີ່ງ ໃຫ້ນາຍ ແລະ ພົນຕໍາຫຼວດແຕ່ລະສະຫາຍ ຕິດພັນກັບການເຊີດຊູນ້ຳໃຈຮັກຊາດ, ຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ການເມືອງ ໃຫ້ມີຜົນສຳເລັດ ແລະ ມີປະສິດທິຜົນສູງ.
ຂ່າວ_ພາບ: ຮອ ນາງ ຕຸກຕາ ຄຳມະນີວົງ