ທ່ານ ເລຂາພັກແຂວງສາລະວັນ ຢ້ຽມຢາມ ແລະ ຊຸກຍູ້ ວຽກງານ ຢູ່ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທືນ ຂອງແຂວງ

ໃນທ້າຍອາທິດຜ່ານມານີ້, ທ່ານ ປອ ດາວວົງ ພອນແກ້ວ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງສາລະວັນ, ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ, ຢູ່ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທືນ ຂອງແຂວງ, ເຂົ້າຮ່ວມຕິດຕາມຂອງທ່ານ ປອ ໂພສີ ແກ້ວສີພັນດອນ ຮອງປະທານຄະນະກໍາມະການປົກຄອງແຂວງ, ພ້ອມດ້ວຍຫ້ອງວ່າການແຂວງ ເຂົ້າຮ່ວມ, ໂດຍໃຫ້ການຕ້ອນຮັບຂອງ ທ່ານ ໄວຄຸນ ຕາອິນ ຫົວໜ້າຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທືນ ແຂວງສາລະວັນ ພ້ອມຄະນະ ແລະ ພະນັກງານລັດຖະກອນ ໃຫ້ການຕ້ອນຮັບ, ພ້ອມທັງໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຜ່ານມາ ໄດ້ຈັດຕັ້ງປະຕິບັດໜ້າທີ່ວຽກງານ ແລະ ໄດ້ມີຜົນສໍາເລັດຫຼາຍດ້ານ, ເປັນຕົ້ນສໍາເລັດການສ້າງນິຕິກໍາລຸ່ມກົດໝາຍ ວ່າດ້ວຍການສົ່ງເສີມ ແລະ ຄຸ້ມຄອງການລົງທືນໃນກິດຈະກໍາສໍາປະທານ, ສໍາເລັດການຂຽນກໍານົດຕໍາແໜ່ງງານ ແລະ ແຜນພັດທະນາ 5 ປີ ຂອງຂະແໜງການ, ການຄຸ້ມຄອງ, ຄົ້ນຄ້ວາ ແລະ ອະນຸມັດການລົງທືນ ໃນການສຶກສາຄວາມເປັນໄປໄດ້ MOU ໃນໂຄງການຕ່າງໆ,

ການລົງເຄື່ອນໄຫວ ຢ້ຽມຢາມ ແລະ ຊຸກຍູ້ວຽກງານຂອງທ່ານເລຂາພັກແຂວງສາລະວັນໃນຄັ້ງນີ້ ຈຸດປະສົງ: ກໍແມ່ນເພື່ອຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານຮອບດ້ານຢູ່ພາຍໃນແຂວງສາລະວັນ ເວົ້າສະເພາະແມ່ນຢູ່ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທືນ ຂອງແຂວງ, ໃຫ້ເຂົ້າສູ່ລະບົບ, ໄປຖືກທິດ, ເຊີ່ງເປັນຂະແໜງການໜື່ງທີ່ເປັນປາຍແຫຼມໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ແລະ ໄດ້ຮັບການສ້າງຕັ້ງຂື້ນໃຫມ່, ໃນໂອກາດດັ່ງກ່າວ: ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນໍາ ແລະ ພະນັກງານລັດຖະກອນ, ທີ່ມີຄວາມບຸກບືນຫ້າວຫັນ ເຮັດສໍາເລັດໜ້າທີ່ຕາມການມອບໝາຍ ຈາກຄະນະພັກຂັ້ນເທິງ ທ່ານໄດ້ໂອ້ລົມ ແລະ ເນັ້ນໃຫ້ເອົາໃຈໃສ່ຫຼາຍບັນຫາສໍາຄັນ ເປັນຕົ້ນ: ຕ້ອງໄດ້ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງຫຼາຍຂື້ນ, ໃຫ້ມີຄວາມໜັກແໜ້ນດ້ານຄຸນທາດການເມືອງແນວຄິດ, ຄຸນສົມບັດສິນທໍາປະຕິວັດ ຍົກສູງຄວາມຮູ້ຄວາມສາມາດໃຫ້ສູງຂຶ້ນຕື່ມ, ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ທັງມີແບບແຜນວິທີເຮັດວຽກ ແລະ ແບບແຜນການນໍາພາ ເຮັດສໍາເລັດໜ້າທີ່, ທີ່ການຈັດຕັ້ງມອບໝາຍ ໂດຍສະເພາະແມ່ນພັດທະນາວຽກງານໃນຂົງເຂດທີ່ຕົນຮັບຜິດຊອບໃຫ້ດີຂຶ້ນເປັນກ້າວໆ, ເປັນຕົ້ນ: ຕ້ອງກໍາໃຫ້ໄດ້ພາລະບົດບາດ ສິດ ແລະ ໜ້າທີ່, ສ້າງເງື່ອນໄຂຄວາມອາດສາມາດທີ່ມີໃນທ້ອງຖິ່ນ ການຍາດແຍ່ງດຶງດູດເອົາການລົງທືນຈາກພາຍໃນ ແລະ ຕ່າງປະເທດໃຫ້ຫຼາຍຂື້ນ, ຈາກການລົງທືນຂະໜາດນ້ອຍ ກ້າວໄປສູ່ຂະໜາດກາງ ແລະ ຂະໜາດໃຫຍ່, ມີການແບ່ງງານ, ແບ່ງຄວາມຮັບຜິດຊອບຢ່າງລະອຽດຈະແຈ້ງ, ເຮັດວຽກເປັນໝູ່ຄະນະ, ມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ປັບປຸງວິທີ, ຂັ້ນຕອນໃນການຈັດການເອກະສານ ແລະ ຕິຕິກໍາຕ່າງໆໃຫ້ເປັນລະບົບ, ມີຄວາມຖືກຕ້ອງວ່ອງໄວ, ນອກນັ້ນ: ຍັງຈະຕ້ອງໄດ້ເອົາໃຈໃສ່ປະຕິບັດຢ່າງເຂັ້ມງວດຕາມພາລະບົດບາດ, ໜ້າທີ່ວຽກງານວິຊາສະເພາະ ເປັນຕົ້ນການຕິດຕາມ, ກວດກາ, ການຄຸ້ມຄອງ, ການຄົ້ນຄ້ວາ ແລະ ອະນຸມັດການລົງທືນຕາມສັນຍາ ໃຫ້ມີຄວາມວ່ອງໄວ, ຖືກຕ້ອງ, ສອດຄ່ອງຕາມກົດໝາຍ ແລະ ວຽກງານດ້ານອື່ນໆກໍຕ້ອງໄດ້ເອົາໃຈໃສ່ຕື່ມອີກ.

ພາບ-ຂ່າວ: ແກ້ວອຸໄທ ແກ້ວມະ