ເມືອງສາລະວັນ ເຜີຍແຜ່ເຊື່ອມຊຶມກົດລະບຽບພັກ ປະຊາຊົນປະຕິວັດລາວ ສະໄໝທີ XII
ພະນັກງານຫຼັກແຫຼ່ງ, ພະນັກງານລັດຖະກອນ ເມືອງສາລະວັນ ເຜີຍແຜ່ເຊື່ອມຊຶມກົດລະບຽບພັກ ແລະ ຄໍາແນະນໍາ ກ່ຽວກັບການຈັດຕັ້ງປະຕິບັດ ກົດລະບຽບພັກ ປະຊາຊົນປະຕິ ວັດລາວ ສະໄໝທີ XII ແລະ ນິຕິກໍາຂອງພັກ ໃນວັນທີ 8 ກັນຍາ 2026 ທີ່ສະໂມສອນເມືອງ ໂດຍການເຂົ້າຮ່ວມຂອງ ສະຫາຍ ປອ ສະໄໝ ໂພທິສານ ຄະນະປະຈໍາພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງສາລະວັນ, ມີບັນດາສະຫາຍ ຄະນະບໍລິຫານງານພັກເມືອງສາລະວັນ, ເລຂາຄະນະບໍລິຫານງານພັກຕາແສງ, ເລຂາ, ຮອງເລຂາ, ຄະນະໜ່ວຍພັກ ຫ້ອງການ, ອົງການທຽບເທົ່າ, ສອງກໍາລັງປະກອບອາວຸດ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ຫົວໜ້າ, ຮອງຫົວໜ້າໜ່ວຍງານ ຫ້ອງການ, ອົງການທຽບເທົ່າອ້ອມຂ້າງເມືອງ ເຂົ້າຮ່ວມ.

ສະຫາຍ ປອ ສະໄໝ ໂພທິສານ ໃຫ້ຮູ້ວ່າ: ກົດລະບຽບພັກ ແມ່ນໜຶ່ງທີ່ສ່ອງແສງເຖິງຜົນສໍາເລັດຂອງພັກ ປະຊາຊົນປະຕິວັດລາວໃນການນໍາພາ-ຊີ້ນໍາປວງຊົນລາວທັງຊາດ ດໍາເນີນພາລະກິດປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ, ປົກປັກຮັກສາ ປະເທດໄວ້ໃຫ້ໝັ້ນຄົງ, ກໍ່ສ້າງລະບອບປະຊາທິປະໄຕ ປະຊາຊົນ ໃຫ້ບັນລຸຈຸດ ໝາຍສັງຄົມນິຍົມເປັນກ້າວໆ, ເພື່ອຮັບປະກັນໃຫ້ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ໄດ້ຮັບການຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ແລະ ເປັນບ່ອນອີງໃຫ້ຄະນະບໍລິຫານງານພັກແຕ່ລະຂັ້ນ ນຳໄປຈັດຕັ້ງຜັນຂະຫຍາຍ ແລະ ນໍາພາຈັດຕັ້ງປະຕິບັດຢ່າງເປັນເຈົ້າການ, ຖືກຕ້ອງ, ຄົບຖ້ວນ ເປັນເອກະພາບໃນທົ່ວພັກ ເພື່ອເຮັດໃຫ້ຄະນະພັກ, ສະມາຊິກພັກ ກຳແໜ້ນ, ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ເປັນເຈົ້າການເຄົາລົບ ແລະ ປະຕິບັດກົດລະບຽບພັກ ປະຊາຊົນປະຕິວັດລາວ ສະໄໝທີ XII ຢ່າງເຂັ້ມງວດ, ເລິກເຊິ່ງ, ກວ້າງຂວາງ ແລະ ມີປະສິດທິຜົນ.
ກົດລະບຽບພັກ ປະຊາຊົນປະຕິວັດລາວ ສະໄໝທີ XII ລວມມີ: 74 ໜ້າ, 15 ໝວດ, 64 ມາດຕາ, ນອກນັ້ນ ຍັງໄດ້ເຜີຍແຜ່ເຊື່ອມຊຶມ ຄໍາແນະນໍາ ສະບັບເລກທີ 303/ຄຈສພ ລົງວັນທີ 20 ພຶດສະພາ 2026 ກ່ຽວກັບການຈັດຕັ້ງປະຕິບັດ ກົດລະບຽບພັກ ປະຊາຊົນປະຕິວັດລາວ ສະໄໝທີ XII, ມະຕິ ສະບັບເລກທີ 62/ຄບສພ ລົງວັນທີ 9 ກໍລະກົດ 2026 ວ່າດ້ວຍ ການເພີ່ມທະວີການນໍາພາຂອງພັກຕໍ່ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງໃນໄລຍະໃໝ່, ມະຕິຕົກລົງ ສະບັບເລກທີ 61/ກມສພ ລົງວັນທີ 18 ມີຖຸນາ 2026 ວ່າດ້ວຍ ການເພີ່ມທະວີວຽກງານແຂ່ງຂັນ-ຍ້ອງຍໍ ໃນໄລຍະ ໃໝ່.
ພາບ-ຂ່າວ: ອ່ອນ ມະນີສອນ