ປກສ ແຂວງສາລະວັນ ປະກາດກົງຈັກການຈັດຕັ້ງ ຂັ້ນຫ້ອງ, ກອງບັນຊາການ ປກສ ເມືອງ ແລະ ຂັ້ນພະແນກ
ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງສາລະວັນ ໄດ້ປະກາດກົງຈັກການຈັດຕັ້ງ ຂັ້ນຫ້ອງ, ປກສ ເມືອງ ແລະ ພະແນກ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງ, ຈັດຂຶ້ນໃນວັນທີ 10 ກັນຍານີ້, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານ ປກຊ-ປກສ ແຂວງ, ທ່ານ ພົຈວ ສີເສີດ ສອນດາລາ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະຈັດຕັ້ງແຂວງ, ເມືອງ, ຄະນະພັກ-ຄະນະບັນຊາ, ກອງບັນຊາການ ປກສ 8 ເມືອງ, ແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ພັອ ແພງສີ ໄຊຍະເພັດ ຮອງກອງບັນຊາການ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2657/ປກສ, ລົງວັນທີ 31 ສິງຫາ 2026 ວ່າດ້ວຍ: ການແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງສາລະວັນ, ເຫັນດີຕົກລົງແຕ່ງຕັ້ງ: ທ່ານ ພັທ ປອ ສົມໄຊ ແກ້ວພະສັກ ເປັນຫົວໜ້າ ກອງບັນຊາການ ປກສ ເມືອງສາລະວັນ; ທ່ານ ພັທ ຄຳຫວັນ ພົມມະເສນ ເປັນຮອງກອງບັນຊາການ ປກສ ເມືອງວາປີ; ທ່ານ ພັທ ຄຳຫວັນ ຄຸນແສງມະນີວົງ ເປັນຮອງກອງບັນຊາການ ປກສ ເມືອງຕຸ້ມລານ; ທ່ານ ພັຕ ສຸນີ ແກ້ວສົມພູ ເປັນຮອງກອງບັນຊາການ ປກສ ເມືອງຕະໂອ້ຍ; ທ່ານ ພັຕ ສະຖາປານາ ແກ້ວສະຫວ່າງ ເປັນຮອງຫ້ອງການ ກອງບັນຊາການ ປກສ ແຂວງ, ທ່ານ ພັທ ໄພບູນ ສະກຸນພົງ ເປັນຮອງຫ້ອງການເມືອງ, ທ່ານ ພັທ ບົວສອນ ໂພທິສານ, ທ່ານ ພັຕ ແສງແກ້ວ ຄຳໂສພາ ເປັນຮອງ ຫ້ອງສັນຕິບານ; ທ່ານ ພັທ ປອນມີໄຊ ຈັນທະວົງ, ທ່ານ ພັທ ບຸນສີ ສຸວັນນະລານ ເປັນຮອງຫ້ອງຕຳຫຼວດ; ທ່ານ ພັຕ ພອນເພັດ ແກ້ວເມກ ເປັນຮອງຫ້ອງພະລາທິການ; ທ່ານ ພັທ ບົວຄຳ ພັນອາມາດ ເປັນຮອງຫ້ອງສຳມະໂນຄົວ ແລະກໍ່ສ້າງຮາກຖານ; ທ່ານ ພັທ ສົມໃຈ ຄຳມະນີວົງ ເປັນຮອງກອງພັນເຄື່ອນທີ່; ທ່ານ ພັທ ຄຳຜົນ ບຸດສະດີ ເປັນຮອງຄ້າຍຄຸມຂັງດັດສ້າງນາໄຊ; ທ່ານ ພັຕ ພູນທອງ ປັດທຳມະວົງ ເປັນຮອງອຳນວຍການ ໂຮງຮຽນ ປກສ ຊັ້ນຕົ້ນເລກ 6.
ນອກນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ສະບັບເລກທີ 222/ປກສ.ສວ, ລົງວັນທີ 8 ກັນຍາ 2026 ວ່າດ້ວຍການແຕ່ງຕັ້ງ: ຫົວໜ້າ ແລະ ຮອງຫົວໜ້າ ພະແນກ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງສາລະວັນ. ໃນນີ້ຕົກລົງແຕ່ງຕັ້ງຂັ້ນຫົວໜ້າພະແນກ 5 ສະຫາຍ ແລະ ຮອງພະແນກ 9 ສະຫາຍ ສ່ວນຫົວໜ້າ ແລະ ຮອງທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ.
ໂອກາດນີ້, ທ່ານ ດາວວົງ ພອນແກ້ວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງ ທີ່ສາມາດຜົນງານຫຼາຍດ້ານໃນໄລຍະຜ່ານມາ, ພ້ອມທັງໄດ້ໃຫ້ກຽດໂອ້ລົມຕໍ່ນາຍ ແລະ ພົນຕຳຫຼວດ ທີ່ໄດ້ຮັບການແຕ່ງຕັ້ງໃໝ່, ເພີ່ມທະວີຍົກສູງຄວາມຮັບຜິດຊອບຕໍ່ວຽກງານວິຊາສະເພາະຂອງຕົນ ທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມຮູ້ຄວາມສາມາດ, ມີແບບແຜນວິທີເຮັດວຽກທີ່ທັນສະໄໝ, ເພີ່ມທະວີຄວາມສາມັກຄີໃຫ້ແໜ້ນແຟ້ນ, ເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ຮັບປະກັນການບໍລິການປະຊາຊົນ ໃຫ້ມີຄວາມວ່ອງໄວ, ທັນເວລາ ແລະ ມີໃບໜ້າອັນໃໝ່ໃຫ້ດີຂື້ນເທື່ອລະກ້າວ.
——————————–
#ພະແນກໂຄສະນາອົບຮົມ-ຂ່າວສານ,