ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງສາລະວັນ ປະຈຳສົກຮຽນ 2025-2026

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງສາລະວັນ ປະຈຳສົກຮຽນ 2025-2026, ຈັດຂຶ້ນໃນຕອນເຊົ້າວັນທີ 16 ກັນຍາ 2026 ທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ສຸນີ ນາມມະບົວລີ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ມີຮອງຫົວໜ້າພະແນກ, ຮອງປະທານຄະນະກຳມະການປົກຄອງເມືອງ, ປະທານຄະນະກຳມະການປົກຄອງຕາແສງ, ຫົວໜ້າພະແນກ- ຮອງພະແນກການ, ຜູ້ບໍລິຫານການສຶກສາ ແລະ ກິລາເມືອງ 8 ເມືອງ, ຄະນະສຶກສາສົງ, ຜູ້ອຳນວຍການໂຮງຮຽນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໄພວັນ ແສງອຳພັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການພັດ ທະນາການສຶກສາ ແລະ ກິລາ ປະຈຳສົກຮຽນ 2025-2026, ໄລຍະຜ່ານມາມີຜົນສຳ ເລັດຫຼາຍດ້ານ ເປັນຕົ້ນ: ການສຶກສາກ່ອນໄວຮຽນ ມີບາດກ້າວຂະຫຍາຍຕົວໃນທ່າອ່ຽງທີ່ດີ, ໂດຍສະເພາະພາກເອກະຊົນ ໄດ້ປະກອບສ່ວນຢ່າງແຂງແຮງເຂົ້າໃນການພັດທະນາການສຶກສາກ່ອນໄວຮຽນ, ອັດຕາການເຂົ້າຮຽນຂອງເດັກ 5 ປີ ເທົ່າກັບ 86 ກວ່າສ່ວນຮ້ອຍ ໃນສົກຮຽນ 2025-2026 ໂດຍສະເພາະໃນຂອບເຂດເທສະບານແຂວງ, ໃນທົ່ວແຂວງມີໂຮງຮຽນອະນຸບານ 95 ແຫ່ງ, ເພີ່ມຂຶ້ນ 1 ແຫ່ງ, ມີນັກຮຽນທັງໝົດ 10,933 ຄົນ, ຍິງ 5,594 ຄົນ, ໃນນັ້ນ ໂຮງຮຽນພາກເອກະຊົນ 4 ແຫ່ງ, ໄດ້ຊຸກຍູ້ ແລະ ສົ່ງເສີມໃຫ້ນັກຮຽນໄດ້ເຂົ້າເຖິງການສຶກສາຊັ້ນປະຖົມ ເຮັດໃຫ້ອັດຕາເຂົ້າຮຽນ ໃຫມ່ສຸດທີ່ຂັ້ນ ປ1 ປະຕິບັດໄດ້ 99,3%, ຂັ້ນ ປ1-ປ4 ນັກຮຽນເຂົ້າຫ້ອງສອບເສັງທັງໝົດ 37,779 ຄົນ, ສອບໄດ້ 36,211 ຄົນ, ເທົ່າກັບ 95.85%. ຂັ້ນ ປ5 ນັກຮຽນມີໜ້າສອບເສັງ ທັງໝົດ 6,580 ຄົນ, ສອບໄດ້ 100%, ອັດຕາປະລະຊັ້ນປະຖົມ ເທົ່າກັບ 7 ສ່ວນຮ້ອຍ. ສ່ວນວຽກງານການສຶກສາສົງ ໃນທົ່ວແຂວງ ມີໂຮງ ຮຽນພຣະສົງທັງໝົດ 7 ແຫ່ງ, ມີນັກຮຽນພຣະສົງ 368 ອົງ, ໃນນັ້ນ: ໂຮງຮຽນປະຖົມພຣະສົງ 2 ແຫ່ງ ຄື: ເມືອງວາປີ ແລະ ເມືອງສາລະວັນ, ໂຮງຮຽນ ມັດທະຍົມຕົ້ນພຣະສົງ 3 ແຫ່ງ ຄື: ເມືອງ ລະຄອນເພັງ, ວາປີ ແລະ ເລົ່າງາມ, ໂຮງຮຽນ ມັດທະຍົມສົມບູນ ພຣະສົງ 2 ແຫ່ງ ຄື ເມືອງສາລະວັນ ແລະ ຄົງເຊໂດນ, ນອກນັ້ນ ໄດ້ສຸມໃສ່ປັບປຸງພື້ນຖານໂຄງລ່າງ, ສະໜອງອຸປະກອນການຮຽນ-ການສອນ, ສິ່ງອຳນວຍຄວາມສະດວກຕ່າງໆ, ດ້ານສຸຂະນາໄມ ແລະ ກໍ່ສ້າງຫໍພັກ ໃນໂຮງຮຽນ ທີ່ໄດ້ສະໜອງເບ້ຍລ້ຽງໃຫ້ແກ່ນັກຮຽນ ທີ່ມາຈາກຄອບຄົວທຸກຍາກ 3 ເມືອງ ຄື: ເມືອງລະຄອນເພັງ, ເລົ່າງາມ ແລະ ເມືອງຕະໂອ້ຍ ມີຈຳນວນທັງໝົດ 375 ຄົນ, ໃນນັ້ນຮັບທຶນຈາກລັດຖະບານ 197 ຄົນ ແລະ ໂຄງການ EESDP 178 ຄົນ, ທຶນໂຄງການ STG ສົ່ງເສີມເດັກຍິງ ຢູ່ເມືອງສະໝ້ວຍ ແລະ ຕຸ້ມລານ ລວມມີທັງໝົດ 83 ຄົນ, ຍິງ 83 ຄົນ,

ສຳລັບອັດຕາການປະລະຂອງນັກຮຽນມັດທະຍົມຕົ້ນ ເທົ່າກັບ 17,5%, ຫຼຸດລົງ 5,8% , ອັດຕາປະລະ ມັດທະຍົມປາຍ ເທົ່າກັບ 15.4%, ຫຼຸດລົງ 4,3%. ກາປະຕິບັດການຮຽນ-ການສອນ ຕາມໂຄງການຫຼັກສູດ ການລົບລ້າງຄວາມບໍ່ຮູ້ຫນັງສື ບໍາລຸງຍົກລະດັບການສຶກສາຊັ້ນປະຖົມ, ມັດທະຍົມຕອນຕົ້ນ ແລະ ຊັ້ນມັດທະຍົມຕອນປາຍ ເພື່ອສົ່ງເສີມການຮຽນຮູ້ ຂັ້ນພື້ນຖານ, ສ້າງໂອກາດໃຫ້ແກ່ປະຊາກອນ ກຸ່ມເປົ້າໝາຍ ໄດ້ຮຽນຈົບການສຶກສາຂັ້ນພື້ນຖານ ຫຼື ສືບຕໍ່ຮຽນໃນສາຍອາຊີວະສຶກສາ, ການສຶກສາຊັ້ນສູງ ແລະ ວຽກງານອື່ນ.

ຈາກນັ້ນ, ໄດ້ຜ່ານມະຕິກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວປະເທດ ສົກຮຽນປີ 2025-2026, ການຈັດສັນ ແລະ ດັດສົມຄູ ເພື່ອແກ້ໄຂການ ຂາດແຄນຄູ ຕິດພັນກັບການປັບປຸງຄຸນນະພາບການຮຽນ-ການສອນໃນສົກຮຽນ 2026-2027 ເປັນຕົ້ນ: ການປະລະການຮຽນໃນຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ, ມາດຕະການແກ້ໄຂ, ບົດຮຽນ ແລະ ວິທີການແກ້ໄຂການປະລະການຮຽນໃນຊັ້ນປະຖົມ ແລະ ມັດທະຍົມ, ກວດກາ, ຕິດຕາມການປະຕິບັດໜ້າທີ່ຜູ້ບໍລິຫານໂຮງ ຮຽນ, ຄູ-ອາຈານ ແລະ ທິດທາງແກ້ໄຂໃນຕໍ່ໜ້າ ພ້ອມທັງໄດ້ຜ່ານນິຕິກຳທີ່ສຳຄັນ ເປັນຕົ້ນ: ການແຕ່ງຕັ້ງຄະນະ ສະມາຄົມກິລາ-ກາຍຍະກຳ ແລະ ກອງເລຂາຊຸດທີ XIV, ການແຕ່ງຕັ້ງ ສະຫະພັນກິລາ-ກາຍະກໍາ 19 ປະເພດ ຊຸດທີ XIV ແລະ ປະກອບຄິດຄໍາເຫັນໃສ່ ແຜນການພັດທະນາການສຶກສາ ແລະ ກິລາ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າມີຜົນສຳເລັດເປັນກ້າວໆ.
ພາບ-ຂ່າວ: ວຽງລະຄອນ ລາຊະເກສີ