ແຂວງສາລະວັນ ສໍາເລັດການຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານ ທົ່ວແຂວງ

ແຂວງສາລະວັນ ສໍາເລັດການຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານ ທົ່ວແຂວງ

ຄະນະໂຄສະນາອົບຮົມແຂວງສາລະວັນ ສໍາເລັດການຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານ ທົ່ວແຂວງສາລະວັນ, ໃນວັນທີ 22 ກັນຍາ 2026, ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ, ພາຍຫຼັງດໍາເນີນເປັນເວລາ 2 ວັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ; ສະຫາຍ ບຸນມີ ຫຼວງປັນຍາ ຮອງຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ; ມີບັນດາສະຫາຍກຳມະການພັກແຂວງ, ສະຫາຍເລຂາ, ຮອງເລຂາຄະນະພັກຮາກຖານ, ໜ່ວຍພັກຈາກພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງ; ຄະນະປະຈຳພັກເມືອງ, ຄະນະໂຄສະນາອົບຮົມເມືອງ 8 ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຊຸດຝືກອົບຮົມໄດ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ມີການແລກປ່ຽນບົດຮຽນ ລະຫວ່າງຄູຝຶກ ແລະ ສຳມະນາກອນ, ໂດຍສຸມໃສ່ການຄົ້ນຄວ້າເອກະສານທັງໝົດ 5 ບົດ ຄື: ພື້ນຖານວຽກງານຫາງສຽງສັງຄົມ; ວິທີເກັບກຳ ແລະ ການນຳໃຊ້ຫາງສຽງສັງຄົມ ເຂົ້າໃນວຽກງານການເມືອງ-ແນວຄິດ; ຕາໜ່າງເພື່ອນຮ່ວມງານ; ວຽກງານຄົ້ນຄວ້າ-ສັງລວມ ແລະ ວຽກງານການຕ້ານຂ່າວປອມ ໃນສື່ສັງຄົມອອນລາຍ ແລະ ບົດບາດຂອງສື່ທາງການ ໃນການຕ້ານຂ່າວປອມ. ຜ່ານການຝຶກອົບຮົມ ສາມາດສະຫຼຸບຜົນໄດ້ຮັບທີ່ສຳຄັນ ຄື: ຜູ້ເຂົ້າຮ່ວມມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບບັນຫາພື້ນຖານຂອງວຽກງານແນວຄິດ-ຫາງສຽງສັງຄົມ ໂດຍສະເພາະແມ່ນຫຼັກການ ແລະ ທິດນຳໃນການເຮັດວຽກງານແນວຄິດ-ຫາງສຽງສັງຄົມ; ຄວາມໝາຍ, ຄວາມສຳຄັນ ແລະ ຄວາມແຕກຕ່າງລະຫວ່າງ ສະພາບແນວຄິດ-ຫາງສຽງສັງຄົມ, ຂ່າວລື ແລະ ຖ້ອຍທໍານອງບິດເບືອນ; ບັນດາວິທີການທີ່ໃຊ້ເຂົ້າໃນການເກັບກຳຫາງສຽງສັງຄົມ, ຍົກລະດັບການວິເຄາະ-ວິໄຈຂໍ້ມູນ ຢ່າງລະອຽດ, ວ່ອງໄວ, ທັນການ ແລະ ຖືກຕ້ອງ, ພາລະບົດບາດ, ສິດ, ໜ້າທີ່ຂອງວຽກງານຄົ້ນຄ້ວາສັງລວມ, ມາດຖານ, ຄຸນທາດຂອງຜູ້ເປັນເສນາທິການດ້ານເນື້ອໃນໃຫ້ກະທັດຮັດ, ຊັດເຈນ ແລະ ທັນການ. ເຊີ່ງສາມາດຕີລາຄາຄວາມຮັບຮູ້ ເຂົ້າໃຈດີຫລາຍ 92 % ແລະ ເຂົ້າໃຈດີ 8 %.

ໂອກາດນີ້ ສະຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ມີຄຳເຫັນໂອ້ລົມ ໂດຍ ເນັ້ນໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມ ໃຫ້ຖືສຳຄັນວຽກງານຕິດຕາມ ແລະ ເກັບກຳສະພາບແນວຄິດ-ຫາງສຽງສັງຄົມໃນໄລຍະໃໝ່ຢ່າງແທ້ຈິງ, ຍົກລະດັບການກັ່ນຕອງ ແລະ ວິເຄາະ-ວິໄຈຂໍ້ມູນ: ຕ້ອງແຍກໃຫ້ໄດ້ ຂໍ້ມູນຄວາມຈິງ, ຂ່າວລື, ດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້; ວິເຄາະໃຫ້ເຫັນສາເຫດຕົ້ນຕໍ ເພື່ອເປັນຂໍ້ມູນພື້ນຖານທີ່ຊັດເຈນ ແນ່ໃສ່ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກ ງານສັງລວມ-ຫາງສຽງສັງຄົມ ມີປະສິດພາບ ແລະ ປະສິດທິຜົນຍິ່ງໆຂຶ້ນ.

ໃນໂອກາດດຽວກັນນີ້ ຍັງໄດ້ມອບໃບຢັ້ງຢືນໃຫ້ສໍາມະນາກອນ ທີ່ສໍາເລັດການຝຶກອົບຮົມ ຈໍານວນ 46 ສະຫາຍ, ຍິງ 11 ສະຫາຍ ໂດຍເປັນກຽດມອບ ຂອງສະຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ ອີກດ້ວຍ.

ພາບ-ຂ່າວ: ອ່ອນ ມະນີສອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa