#ຄະນະຊາວໜຸ່ມ ແຂວງສາລະວັນ ມອບເຄື່ອງບັນເທົາທຸກຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ 2 ເມືອງ ມູນຄ່າ 53 ລ້ານກີບ

ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງສາລະວັນ ເຄື່ອນໄຫວມອບເຄື່ອງບັນເທົາທຸກຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ ເມືອງຄົງເຊໂດນ ແລະ ເມືອງວາປີ, ນຳໂດຍ ທ່ານ ໂສພາ ຈັນທະວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງສາລະວນັ ພ້ອຄະນະ ແລະ ບັນດາຮາກຖານຊາວໜຸ່ມອ້ອມຂ້າງແຂວງ ເຊີ່ງປະກອບມີເຄື່ອງບໍລິໂພກ-ອຸປະໂພກ ເພື່ອໄປມອບໃຫ້ປະຊາຊົນ ທີ່ປະສົບໄພນ້ຳຖ້ວໃນໄລຍະເດືອນສິງຫາຜ່ານມານີ້. ເຄື່ອງອຸປະໂພກ-ບໍລິໂພກ ທີ່ນຳມາມອບໃຫ້ໃນຄັ້ງນີ້ ປະກອບມີ: ໝີ່ສຳເລັດຮູບ, ປາກະປ໋ອງ, ສະບູອາບນ້ຳ ລວມມູນຄ່າທັງໝົດ 53 ລ້ານກີບ, ເພື່ອເປັນການແບ່ງເບົາຄວາມຫຍຸ້ງຍາກ ແລະ ຊ່ວຍເຫຼືອໃນການຟື້ນຟູຊີວິດການເປັນຢູ່ພາຍຫຼັງນ້ຳຖ້ວມ, ທັງສະແດງເຖິງນ້ຳໃຈຄວາມສາມັກຄີ, ເອື້ອເພື້ອເພື່ອແຜ່ ແລະ ການຊ່ວຍເຫຼືອເຊີ່ງກັນ ໃນຍາມທີ່ປະສົບຄວາມຫຍຸ້ງຍາກ.

ການລົງເຄື່ອນໄຫວຄັ້ງນີ້ ແມ່ນໄດ້ມີຂຶ້ນໃນວັນທີ 22 ກັນຍາ 2026 ນີ້, ເຂົ້າຮ່ວມໂດຍມີບັນດາການນຳຂອງເມືອງ, ຜູ້ຕາງໜ້າຄະນະກຳມະການຄຸ້ມຄອງໄພພິບັດເມືອງວາປີ ແລະ ເມືອງຄົງເຊໂດນ, ມີປະຊາຊົນ ເຂົ້າຮ່ວມ.
#ພາບ_ຂ່າວ: ຈິນດາວັນ ຊາວົງໄຊ