“ສວນບໍລະເວນ” ຕົ້ນແບບທ່ອງທ່ຽວອະນຸລັກ ທຳມະຊາດ ແລະ ພັດທະນາຊຸມຊົນ ໃຫ້ເຕີບໃຫຍ່ໄປພ້ອມກັນ
ການທ່ອງທ່ຽວຖືເປັນເສົາຄ້ຳເສດຖະກິດທີ່ສຳຄັນໃນການສ້າງລາຍຮັບ, ແລກປ່ຽນເງິນຕາຕ່າງປະເທດ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ແລະ ການທ່ອງທ່ຽວແມ່ນກໍາລັງຂັບເຄື່ອນຫຼັກທີ່ຊ່ວຍຟື້ນຟູເສດຖະກິດມະຫາພາກ ແລະ ເປັນການໝູນໃຊ້ຊັບພະຍາກອນທຳມະຊາດ ໃຫ້ເປັນປະໂຫຍດ ແລະ ມີຄວາມຍືນຍົງ. ໂດຍສະເພາະ ທຳມະຊາດ, ແຫຼ່ງນ້ຳ, ປ່າໄມ້ ແລະ ວິຖີຊີ ວິດຂອງຊຸມຊົນ ກຳລັງກາຍເປັນຈຸດໝາຍປາຍທາງທີ່ດຶງດູດນັກທ່ອງທ່ຽວ. “ການທ່ອງທ່ຽວແບບຍືນຍົງ” ເປັນປັດໄຈສໍາຄັນໃນການສ້າງລາຍຮັບໃຫ້ປະຊາຊົນ ແລະ ຊຸມຊົນ, ພ້ອມກັບຮັກສາປ່າໄມ້, ແຫຼ່ງນ້ຳ, ສັດປ່າ ແລະ ວັດທະນະທຳ ໃຫ້ຍືນຍົງ.

ທ່ານ ປໍ ຄ້າຍຄ່ຽມມະນີ ຜູ້ປະກອບການທຸລະກິດບໍລິການ ການທ່ອງທ່ຽວ ສວນບໍລິເວນ ບ້ານແສນວັງໃຫຍ່ ເມືອງ ແລະ ແຂວງສາລະວັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນທ້າຍອາທິດ ທີ່ຜ່ານມາວ່າ: ເປັນຜູ້ໜຶ່ງທີ່ໄດ້ໃຫ້ການບໍລິການທ່ອງທ່ຽວ ຢູ່ແຫຼ່ງທ່ອງທ່ຽວ ຕາດເລາະ-ຕາດຮັງ ແຂວງສາລະວັນ ມາເປັນເວລາ 20 ກວ່າປີ, “ເຮືອນປາລາມີ” ເປັນຈຸດເລີ່ມຕົ້ນໃນການໃຫ້ບໍລິການ ໃນຮູບແບບໂຮມສະເຕແບບຄອບຄົວ, ປີ 2024 ໄດ້ເປີດໃຫ້ບໍລິການ “ສວນບໍລະເວນ” ເຊີ່ງບໍ່ແມ່ນຣີສອດ ທີ່ເລີດຫຼູຫຼາ ແຕ່ເປັນ “ຟາມຣີສອດ” ທີ່ອອກແບບມາພາຍໃຕ້ແນວຄິດ ການອະນຸລັກສິ່ງແວດລ້ອມ ຢ່າງແທ້ຈິງ; ການອອກແບບສະຖາປັດຕະຍະກຳ ຂອງສວນບໍລິເວນ ແມ່ນໝູນໃຊ້ພູມປັນຍາທ້ອງຖິ່ນ ທີ່ເປັນເອກະລັກບັນດາເຜົ່າ, ເຊີ່ງໄດ້ນຳໃຊ້ວັດສະດຸຈາກທຳມະຊາດ ເພື່ອຄວບຄຸມຄວາມເຢັນ ເປັນມິດກັບສິ່ງແວດລ້ອມ ເຮັດໃຫ້ນັກທ່ອງທ່ຽວສາມາດນັ່ງພັກຜ່ອນໄດ້ດົນຂຶ້ນ. ນອກຈາກນີ້, ຍັງເນັ້ນການບໍລິຫານຈັດ ການແບບອໍແກນິກ100%, ປູກພືດຜັກສວນຄົວໄວ້ບໍລິໂພກເອງ ໂດຍບໍ່ໃຊ້ປຸຍເຄມີ, ຫຼີກລ້ຽງຈາກການທຳລາຍສິ່ງແວດລ້ອມອ້ອມຂ້າງ ທີ່ເປັນຈຸດຂາຍ, ຈຸດດຶງດູດ ແລະ ຈຸດທີ່ສ້າງຄວາມປະທັບໃຫ້ກັບນັກທ່ອງທ່ຽວ ແລະ ຍັງໄດ້ເອົາໃຈໃສ່ຕໍ່ກັບການບຳບັດນ້ຳເປື້ອນ ຈາກການອາບ ແລະ ການໃຊ້ ໂດຍມີການວາງລະບົບຢ່າງຖືກຕ້ອງ ບໍ່ໃຫ້ໄຫຼລົງສູ່ແຫຼ່ງນ້ຳທຳມະຊາດ ໂດຍການຮ່ວມມືອອກແບບການປັກຝັງກັບຜູ້ອອກແບບຊາວຝຣັ່ງ ທີ່ມີປະສົບການ. ສິ່ງທີ່ເຮັດໃຫ້ການດຳເນີນທຸລະກິດຂອງ ອ້າຍປໍ ມີຄວາມຍືນຍົງ ແລະ ໄດ້ຮັບຄວາມເຊື່ອໝັ້ນຄື: ແນວຄິດການພັດທະນາ ທີ່ບໍ່ໄດ້ຫວັງພຽງແຕ່ “ຜົນກຳໄລ” ແຕ່ໄດ້ເບິ່ງເຖິງຄວາມກ້າວໜ້າຂອງ “ຊຸມຊົນ” ທີ່ຢູ່ອ້ອມຂ້າງອີກດ້ວຍ ທີ່ເຊື່ອມໂຍງການພັກຜ່ອນກັບທໍາມະຊາດ ແລະ ໃຫ້ຊຸມຊົນໄດ້ຮັບປະໂຫຍດນໍາ.
ປັດຈຸບັນ ໄດ້ໃຫ້ບໍລິການ ເປັນຕົ້ນ: ເກສເຮົາສ໌ສາມັກຄີ; ໂຮມສະເຕປາລາມີ ແລະ ສວນບໍລິເວນກາເດນ ຟາມຣີສອດແຄມຫ້ວຍນໍ້າເສັດ ຢູ່ໃກ້ກັບນ້ຳຕົກຕາດເລາະ ປະມານ 1ກິໂລ ເໝາະສຳລັບຜູ້ຕ້ອງການພັກຜ່ອນກັບທຳມະຊາດ ແລະ ວິຖີຊາວສວນ. ທັງໄດ້ເປີດໂອກາດໃຫ້ຊາວບ້ານ ທີ່ຂາດວຽກເຮັດງານທຳ ເຂົ້າມາມີສ່ວນຮ່ວມໃນການບໍລິການ, ມີ 16 ຄອບຄົວ ເປັນຕົ້ນ: ກະ ກຽມອາຫານ, ການບໍລິການ, ການພາແຂກທ່ຽວ, ການອະນາໄມຮັກສາຄວາມສະອາດ ແລະ ຍົກສູງການສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ ທຸກຄົນມີບົດບາດ ແລະ ໄດ້ຮັບການແບ່ງປັນຜົນປະໂຫຍດຢ່າງທົ່ວເຖິງ ເຮັດໃຫ້ແມ່ຍິງ ໃນຊຸມຊົນມີລາຍຮັບ ແລະ ມີຄວາມໝັ້ນຄົງໃນຄອບຄົວຫຼາຍຂຶ້ນ.
ທ່ານ ປໍ ຄ້າຍຄ່ຽມມະນີ ກ່າວອີກວ່າ: ໃນລະດູທ່ອງທ່ຽວ ຫຼື High Season ສາມາດສ້າງລາຍຮັບໄດ້ເຖິງ 140 ລ້ານກີບຕໍ່ເດືອນ ແລະ ໂຮມສະເຕອີກແຫ່ງລະປະມານ 60 ລ້ານກີບຕໍ່ເດືອນ; ໄດ້ໝູນໃຊ້ທຶນປະກອບສ່ວນເຂົ້າໃນການພື້ນພູປ່າໃນເຂດແຫຼ່ງທ່ອງທ່ຽວ ຕາດເລາະ-ຕາດຮັງ ເປັນຕົ້ນ: ປູກຕົ້ນໄມ້ປະດັບ, ປູກຕົ້ນໄມ້ໃນພື້ນທີ່ແຫຼ່ງທ່ອງທ່ຽວ ໃຫ້ມີສີຂຽວເພີ່ມຂື້ນໃນແຕ່ລະປີ ໂດຍການມີສ່ວນຮ່ວມກັບຊຸມຊົນ.
“ສວນບໍລິເວນກາເດັນ” ເປັນຫຼັກຖານຢັ້ງຢືນວ່າ: ການທ່ອງທ່ຽວທີ່ຍືນຍົງ ບໍ່ແມ່ນການດຶງເອົາຊັບພະຍາກອນຈາກທຳມະຊາດມາຂາຍ, ແຕ່ແມ່ນການສ້າງລະບົບນິເວດ ທີ່ທຳມະຊາດ, ຊຸມຊົນ ແລະ ມະນຸດສາມາດເກື້ອກູນ ແລະ ເຕີບໃຫຍ່ໄປພ້ອມໆກັນ; “ສວນບໍລະເວນກາເດັນ” (Bolavan Garden) ຕັ້ງຢູ່ບ້ານແສນວັງໃຫຍ່, ເມືອງສາລະວັນ ແຂວງສາລະວັນ ຫ່າງຈາກຕົວເມືອງສາລະວັນ ປະມານ 35 ກິໂລແມັດ.
ພາບ-ຂ່າວ: ສ.ພະຈັນ