ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳນະຄອນປາກເຊ ຢ້ຽມຢາມໂຮງຮຽນມິດຕະພາບລາວ-ຫວຽດນາມ ແຂວງສາລະວັນ

ໃນວັນທີ 29 ກັນຍາ 2026, ທ່ານ ນາງ ຕ້າ ເຟືອງ ຢຸງ, ກົງສຸນໃຫຍ່ ຫວຽດ ນາມ ປະຈຳນະຄອນປາກເຊ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ໂຮງຮຽນມິດ ຕະພາບລາວ-ຫວຽດນາມ ທີ່ແຂວງສາລະວັນ. ໂຮງຮຽນແຫ່ງນີ້ແມ່ນທຶນສະໜັບສະ ໜູນກໍ່ສ້າງຈາກນະຄອນດາໜັງ ທີ່ໄດ້ເປີດໃຫ້ນໍາໃຊ້ສິດສອນ-ຮໍ່າຮຽນ ມາແຕ່ເດືອນເມສາ 2026. ໂດຍການຕ້ອນຮັບຂອງ ທ່ານ ວິໄລ ສີລາດວງໃຈ, ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງຄົງເຊໂດນ; ທ່ານ ສຸນີ ນາມມະບູລີ, ກຳ ມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ຄະນະບໍລິຫານງານສະມາຄົມຊາວຫວຽດ ນາມ ແຂວງສາລະວັນ; ຄູອາຈານ ແລະ ນັກຮຽນເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ນາງ ຕ້າ ເຟືອງ ຢຸງ ໄດ້ສະແດງຄວາມຂອບໃຈຕໍ່ຄະນະພັກ, ຄະນະນໍາຂອງແຂວງສາລະວັນ ເວົ້າສະເພາະກໍຄື ເມືອງຄົງເຊໂດນ ທີ່ໄດ້ເອົາໃຈໃສ່, ຊ່ວຍເຫຼືອ ແລະ ສະໜັບສະໜູນໃນການອຳນວຍຄວາມສະດວກໃນການດຳເນີນກິດຈະກຳຂອງສະມາຄົມຊາວຫວຽດນາມ ແລະ ໂຮງຮຽນມິດຕະພາບລາວ-ຫວຽດ ນາມ ແຂວງສາລະວັນ, ທັງໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຂອງຄະນະບໍລິຫານງານສະມາຄົມຊາວຫວຽດນາມ ຢູ່ແຂວງສາລະວັນ, ຄະນະຜູ້ອຳນວຍການໂຮງຮຽນມິດຕະ ພາບ ແລະ ຄູອາຈານ ໃນການຈັດຕັ້ງການຮຽນ-ການສອນ ແລະ ໄດ້ສະເໜີ ເພື່ອປັບ ປຸງເງື່ອນໄຂການຮຽນ ແລະ ການດຳລົງຊີວິດ ໃຫ້ແກ່ຄູ ແລະ ນັກຮຽນຢູ່ໂຮງຮຽນ ໃຫ້ດີຂຶ້ນຕື່ມ.

ຈາກນັ້ນ, ທ່ານ ວິໄລ ສີລາດວງໃຈ, ໄດ້ສະແດງຄວາມຂອບໃຈຕໍ່ສະຖານກົງສຸນໃຫຍ່ ແລະ ບັນດາແຂວງ, ນະຄອນ ຂອງຫວຽດນາມ ທີ່ຍາມໃດກໍ່ ເອົາໃຈໃສ່ ແລະ ສະໜັບສະໜູນແຂວງສາລະວັນ ເວົ້າສະເພາະເມືອງຄົງເຊໂດນ, ເຊີ່່ງການກໍ່ສ້າງໂຮງ ຮຽນມິດຕະພາບລາວ-ຫວຽດນາມ ທີ່ນະຄອນດາໜັງ ມອບໃຫ້ເປັນສັນຍະລັກຂອງມິດຕະພາບ ແລະ ຄວາມສາມັກຄີພິເສດ ລະຫວ່າງ ຫວຽດນາມ ແລະ ລາວ; ພ້ອມທັງຈະສືບຕໍ່ເອົາໃຈໃສ່ປະສານງານກັບຄະນະບໍລິຫານງານສະມາຄົມຊາວຫວຽດນາມ ແລະ ຄະນະບໍລິຫານງານຂອງໂຮງຮຽນ ເພື່ອຄຸ້ມຄອງ ແລະ ດຳເນີນງານສະຖານທີ່ດັ່ງກ່າວຢ່າງມີປະສິດທິພາບ, ປະກອບສ່ວນເຂົ້າໃນການສົ່ງເສີມສາຍພົວພັນພິເສດ ລະ ຫວ່າງ ຫວຽດນາມ-ລາວ, ລາວ-ຫວຽດນາມ.
ໃນໂອກາດນີ້, ທ່ານ ນາງ ຕ້າ ເຟືອງ ຢຸງ ກໍໄດ້ມອບອຸປະກອນການຮຽນ, ປຶ້ມຂຽນ ແລະ ປຶ້ມນິທານພາສາຫວຽດນາມ ໃຫ້ແກ່ໂຮງຮຽນ ເພື່ອສະໜັບສະໜູນກິດ ຈະກຳການຮຽນ-ການສອນ ຂອງໂຮງຮຽນ, ລວມທັງການຮຽນ-ການສອນພາສາຫວຽດນາມ.
ຈາກ: ສື່ມວນຊົນສາລະວັນ