ຫົວໜ້າກົມກໍ່ສ້າງຮາກຖານ ລົງປະເມີນກຳນົດເອົາ “ຕາແສງອາຈາ” ເມືອງສະໝ້ວຍ ເປັນຈຸດສຸມໂຄງການຮ່ວມມືພັດທະນາຊາຍແດນ ລາວ-ຫວຽດນາມ


ທ່ານ ພັນເອກ ຄຳຮັງ ໄຊມຸງຄຸນ ຫົວໜ້າກົມກໍ່ສ້າງຮາກຖານ, ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ແລະ ວິຊາການ ໄດ້ລົງເຄື່ອນໄຫວຄົ້ນຄວ້າ, ປະເມີນຄວາມເປັນໄປໄດ້ ໃນການກຳນົດໂຄງການຮ່ວມມືພັດທະນາກຸ່ມບ້ານ ບໍລິເວນຊາຍແດນ ລາວ-ຫວຽດນາມ (ລະຫວ່າງກະຊວງປ້ອງກັນປະເທດລາວ ແລະ ຫວຽດນາມ). ກອງປະຊຸມດັ່ງກ່າວ ໄດ້ເຫັນດີເປັນເອກະພາບກຳນົດເອົາ ຕາແສງອາຈາ ເມືອງສະໝ້ວຍ ແຂວງສາລະວັນ ເປັນຈຸດສຸມໃນການພັດທະນາ. ເຊິ່ງໄດ້ເຄື່ອນໄຫວໃນອາທິດຜ່ານມານີ້, ໂດຍການຕ້ອນຮັບຢ່າງອົບອຸ່ນຈາກຄະນະຮັບຜິດຊອບຂັ້ນແຂວງ ແລະ ເມືອງ: ໂດຍມີ ທ່ານ ພັນເອກ ສຸດໃຈ ແສນຄຳບົວທອນ ຮອງເລຂາຄະນະພັກ, ຫົວໜ້າການທະຫານກອງບັນຊາການທະຫານແຂວງສາລະວັນ; ສະຫາຍ ສົມນຶກ ກຸມມານພິນເບ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງສະໝ້ວຍ; ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ

.
ໃນກອງປະຊຸມຄັ້ງນີ້ ໄດ້ມີການແລກປ່ຽນຄຳຄິດເຫັນ ແລະ ເປັນເອກະພາບກຳນົດເອົາບັນດາໜ້າວຽກຈຸດສຸມ ທີ່ຈະນຳມາພັດທະນາຢູ່ຕາແສງອາຈາ ເຊິ່ງປະກອບມີ: ໂຄງການກໍ່ສ້າງເສັ້ນທາງເຊື່ອມຈອດບ້ານຕໍ່ບ້ານ, ໂຄງການກໍ່ສ້າງນ້ຳປະປາຊຸມຊົນ (ເຂດສຳນັກຕາແສງອາຈາ), ການພັດທະນາວຽກງານກະສິກຳ ແລະ ສິ່ງແວດລ້ອມ, ການສົ່ງເສີມວຽກງານອຸດສາຫະກຳ ແລະ ການຄ້າ, ການຍົກລະດັບວຽກງານສຶກສາທິການ ແລະ ກິລາ ຕະຫຼອດຮອດວຽກງານສາທາລະນະສຸກ, ການຈັດຕັ້ງກໍ່ສ້າງໂຄງລ່າງອາຄານ ແລະ ສາທາລະນຸປະໂພກອື່ນໆ.
ໃນຕອນທ້າຍ, ທ່ານ ພັນເອກ ຄຳຮັງ ໄຊມຸງຄຸນ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ ເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານປ້ອງກັນຊາຍແດນຢ່າງເຂັ້ມງວດ; ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍເລ່ຫຼ່ຽມຂອງກຸ່ມຄົນບໍ່ຫວັງດີ ທີ່ຫວັງກໍ່ຄວາມບໍ່ສະຫງົບພາຍໃນກົມກອງ ແລະ ຊຸມຊົນ. ພ້ອມກັນນັ້ນ, ເປັນເຈົ້າການໃນການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ດີຂຶ້ນເປັນກ້າວໆ ເພື່ອຮັບປະກັນໃຫ້ການພັດທະນາຊາຍແດນມີຄວາມສະຫງົບ ແລະ ໝັ້ນຄົງຢ່າງແທ້ຈິງ.

ໂດຍ : ຈ໋ອດ ແສງຄຳອ່ອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa