ເມືອງຕະໂອ້ຍ ສຳເລັດຊຸດຝຶກອົບຮົມວຽກງານໂຄສະນາ-ອົບຮົມ ໃຫ້ພະນັກງານຫຼັກແຫຼ່ງ ຍົກລະດັບທັກສະການເມືອງ-ແນວຄິດ ແລະ ການເກັບກຳຫາງສຽງສັງຄົມໃນໄລຍະໃໝ່.

ເມືອງຕະໂອ້ຍ ແຂວງສາລະວັນ ສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໂຄສະນາ-ອົບຮົມ ໃຫ້ແກ່ພະນັກງານຫຼັກແຫຼ່ງທົ່ວເມືອງ, ເຊິ່ງມີສຳມະນາກອນເຂົ້າຮ່ວມທັງໝົດ 55 ສະຫາຍ, ຍິງ 14 ສະຫາຍ. ໄດ້ຄົ້ນຄວ້າຮຽນຮູ້ 8 ບົດຮຽນສຳຄັນ ຄື: ວຽກງານການເມືອງ-ແນວຄິດຂອງພັກ, ການຍົກສູງບົດບາດການນຳພາຂອງພັກຕໍ່ວຽກງານໂຄສະນາ, ວຽກງານໂຄສະນາ-ອົບຮົມຂອງພັກ, ວຽກງານໂຄສະນາ ແລະ ສິລະປະການປາກເວົ້າ, ວຽກງານໂຄສະນາຜ່ານສື່, ຄວາມຮູ້ພື້ນຖານກ່ຽວກັບວຽກງານອົບຮົມຂອງພັກ ແລະ ການຂຽນເອກະສານ, ບັນຫາພື້ນຖານກ່ຽວກັບຫາງສຽງສັງຄົມ, ວິທີການເກັບກຳ ແລະ ນຳໃຊ້ຫາງສຽງສັງຄົມເຂົ້າໃນວຽກງານການເມືອງ-ແນວຄິດ ໂດຍມີວິທະຍາກອນຈາກຄະນະໂຄສະນາອົບຮົມແຂວງ ໃຫ້ຄວາມຮູ້ ແລະ ແລກປ່ຽນບົດຮຽນ.

ຜ່ານການປະເມີນຜົນຕົວຈິງໃນການຝຶກອົບຮົມຄັ້ງນີ້ ບັນດາສຳມະນາກອນ ກຳແໜ້ນບົດຮຽນ ແລະ ມີຄວາມເຂົ້າໃຈໃນລະດັບດີຫຼາຍເຖິງ 75%, ລະດັບດີ 15% ແລະ ລະດັບປານກາງ 10%. ການຈັດຝຶກອົບຮົມໃນຄັ້ງນີ້ ແນໃສ່ຍົກສູງຄວາມຮູ້ຄວາມສາມາດ ໃຫ້ແກ່ພະນັກງານຫຼັກແຫຼ່ງ ເພື່ອນຳໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງ; ທັງເປັນການສ້າງບຸກຄະລາກອນຂັ້ນຮາກຖານໃຫ້ເຂັ້ມແຂງ ໃນການເຜີຍແຜ່ແນວທາງນະໂຍບາຍ, ຕິດຕາມເກັບກຳຫາງສຽງສັງຄົມຢ່າງທັນການ ເພື່ອປັບປຸງວຽກງານໂຄສະນາ-ອົບຮົມ ຂອງເມືອງຕະໂອ້ຍ ໃຫ້ມີປະສິດທິຜົນ ແລະ ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່. ຊຸດຝຶກອົບຮົມຄັ້ງນີ້, ໄດ້ດຳເນີນມາເປັນເວລາ 2 ວັນ, ນັບແຕ່ວັນທີ 12 – 13 ຕຸລາ 2026.

ຈາກນັ້ນ, ກໍໄດ້ມີການມອບໃບຢັ້ງຢືນໃຫ້ແກ່ສຳມະນາກອນ ໂດຍໃຫ້ກຽດມອບຂອງ ສະຫາຍ ອ່ອນແກ້ວ ໝື່ນວິໄລ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ. ພ້ອມກັນນັ້ນ, ສະຫາຍ ຄຳສະໄຫວ ວິລະກອນ ກໍໄດ້ໃຫ້ກຽດມອບໃບຍ້ອງຍໍໃຫ້ແກ່ຄູຝຶກ 6 ສະຫາຍ, ຈາກແຂວງ 5 ສະຫາຍ ແລະ ເມືອງ 1 ສະຫາຍ).

ພິທີດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 13 ຕຸລານີ້, ຢູ່ທີ່ສະໂມສອນຂອງເມືອງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳສະໄຫວ ວິລະກອນ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງ; ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຄະນະຮັບຜິດຊອບຂັ້ນແຂວງ-ເມືອງ, ຄູຝຶກ ແລະ ສຳມະນາກອນເຂົ້າຮ່ວມ.
ພາບ-ຂ່າວ: ອ່ອນໃຈ ໄຊຍະແຮດ