ແຂວງສາລະວັນ ຈູດທໍາລາຍຢາເສບຕິດ ຢາບ້າຫຼາຍກວ່າ 2 ແສນເມັດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ກອງບັນຊາການປ້ອງກັນຄວາມສະຫງົບແຂວງສາລະວັນ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ຈັດພິທີຈູດທໍາລາຍ ຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ (12 ຕຸລາ 2001 – 12 ຕຸລາ 2026), ພິທີໄດ້ຈັດຂຶ້ນໃນວັນທີ 16 ຕຸລາ 2026 ທີ່ເດີ່ນໂຮງຮຽນມັດທະຍົມສົມບູນອົງແກ້ວ, ໂດຍການເປັນປະທານຂອງ ທ່ານ ພົວຈ ສີເສີດ ສອນດາລາ ຄະນະປະຈໍາພັກແຂວງ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງສາລະວັນ ພ້ອມດ້ວຍຜູ້ຕາງໜ້າພາກສ່ວນຕ່າງໆ, ເຈົ້າໜ້າທີ່, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.

ໃນພິທີໄດ້ລາຍງານສະຫຼຸບການແກ້ໄຂບັນຫາຢາເສບຕິດ (ສົກປີ 2025-2026) ເຊິ່ງເຈົ້າໜ້າທີ່ສາມາດດຳເນີນຄະດີ ແລະ ສົ່ງໃຫ້ອົງການໄອຍະການສັ່ງຟ້ອງຂຶ້ນສານຕັດສິນເດັດຂາດແລ້ວ ທັງໝົດ 104 ເລື່ອງ, ມີນັກໂທດ 110 ຄົນ (ຍິງ 3 ຄົນ, ສັນຊາດຫວຽດນາມ 2 ຄົນ). ໃນນີ້, ມີຄະດີພົ້ນເດັ່ນທີ່ຖືກລົງໂທດສະຖານໜັກ ຄື: ຕັດສິນປະຫານຊີວິດ 1 ເລື່ອງ (ນັກໂທດ 2 ຄົນ) ແລະ ຕັດສິນຈຳຄຸກຕະຫຼອດຊີວິດ 4 ເລື່ອງ (ນັກໂທດ 5 ຄົນ), ເຊິ່ງສາມາດຢຶດຂອງກາງ ປະເພດຢາບ້າໄດ້ 263,500 ເມັດ, ຢາໄອສເກືອບ 2 ກິໂລກຣາມ, ຢາເຄເກືອບ 100 ກິໂລກຣາມ, ເງິນສົດ 15,347,000 ກີບ, ລົດຈັກ 4 ຄົນ, ໂທລະສັບ 64 ໜ່ວຍ, ນອກນັ້ນ ຍັງໄດ້ຂື້ນບັນຊີເປົ້າໝາຍທີ່ພົວພັນຢາເສບຕິດທັງໝົດ 7.375 ຄົນ, ຍິງ 1.321 ຄົນ, ເປົ້າໝາຍເສບຢາເສບຕິດທັງໝົດ 6.064 ຄົນ, ຍິງ 1.168 ຄົນ, ເປົ້າ ໝາຍຄ້າ-ຂາຍຢາເສບຕິດ ມີທັງໝົດ 1.192 ຄົນ, ຍິງ 153 ຄົນ, ໃນນັ້ນ ຊາວໜຸ່ມ-ໄວໜຸ່ມກວມ 70% ຂອງຈໍານວນຜູ້ຂາຍ ແລະ ຜູ້ເສບ.

ທ່ານ ພັທ ອຸດອນ ແກ້ວແສງມະນີ ຫົວໜ້າຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງສາລະວັນ ໃຫ້ສໍາພາດວ່າ: ຈຸດປະສົງຂອງການຈູດທໍາລາຍຢາບ້າ ໃນຄັ້ງນີ້ ເປັນໝາກຜົນໆງານໃນນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຕິດພັນກັບການສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ. ສໍາລັບ ຂອງກາງທີ່ນໍາມາຈູດທໍາລາຍ ໃນປີນີ້ ປະກອບມີ: ຢາບ້າ 263,500 ເມັດ, ຢາໄອສເກືອບ 2 ກິໂລກຣາມ, ຢາເຄເກືອບ 100 ກິໂລກຣາມ, ທັງເປັນການຍົກໃຫ້ເຫັນເຖີງໄພອັນຕະລາຍຈາກຢາເສບຕິດ ໃຫ້ນັກຮຽນ ໄດ້ຮັບຮູ້ເຂົ້າໃຈ ແລະ ຫຼີກລຽງຈາກການພົວພັນໃນຮູບແບບຕ່າງໆ, ທັງເປັນການປູກຈິດສໍານຶກໃຫ້ນັກຮຽນຮູ້ປັນຍາຊົນ ຮັບຮູ້ເຖິງຜົນຮ້າຍ ແລະ ຄວາມອັນຕະລາຍຂອງຢາເສບຕິດ ທີ່ກໍ່ໃຫ້ເກີດບັນຫາອາດຊະຍາກໍາປະເພດຕ່າງໆ ກໍຄື ເປັນໄພຄຸກຄາມເຖິງຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຍັງກົດໜ່ວງທ່ວງດຶງການພັດທະນາປະເທດຊາດອີກດ້ວຍ.

ພາບ-ຂ່າວ: ອ່ອນ ມະນີສອນ