ກອງບັນຊາການທະຫານເມືອງຕະໂອ້ຍ ເປີດຊຸດຝຶກອົບຮົມຫັດແອບການເມືອງ,ການທະຫານ ໃຫ້ແກ່ກຳລັງກອງຫຼອນ, ກອງຮ້ອຍ 04 ຕາແສງດູບ

ກອງບັນຊາການທະຫານເມືອງຕະໂອ້ຍ ເປີດຊຸດຝຶກອົບຮົມຫັດແອບການເມືອງ,ການທະຫານ ໃຫ້ແກ່ກຳລັງກອງຫຼອນ, ກອງຮ້ອຍ 04 ຕາແສງດູບ


ກອງບັນຊາການທະຫານເມືອງຕະໂອ້ຍ ໄດ້ຈັດພິທີເປີດຊຸດຝຶກອົບຮົມຫັດແອບການເມືອງ-ການທະຫານ ໃຫ້ແກ່ກຳລັງກອງຫຼອນ ກອງຮ້ອຍ 04 ຕາແສງດູບ ປະຈຳປີ 2026, ໃນວັນທີ 20 ຕຸລານີ້, ຢູ່ສະໂມສອນ ຕາແສງດູບ, ໂດຍການເປັນປະທານຂອງ ທ່ານ ຄຳສະໄຫວ ວິລະກອນ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ, ມີ ທ່ານ ພັທ ບຸນມີ ສັນຕິສຸກ ຄະນະປະຈຳພັກເມືອງ, ຫົວໜ້າກອງບັນຊາການທະຫານເມືອງ, ຮອງປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ; ທ່ານ ສົມຫວັງ ລອຍວັນໄຊ ກໍາມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງດູບ; ມີນາຍ ແລະ ພົນທະຫານ ທີ່ເປັນຄູຝຶກ; ຕາງໜ້າບັນດາຫ້ອງການທີ່ຖືກເຊີນ ແລະ ກຳລັງກອງຫຼອນຈາກ 10 ບ້ານ ພາຍໃນຕາແສງດູບ ເຂົ້າຮ່ວມ.


ໂດຍປະຕິບັດຕາມຂໍ້ຕົກລົງເລກທີ 01/ປກຊ-ປກສ.ຕອ ລົງວັນທີ 10 ເມສາ 2026 ວ່າດ້ວຍການອະນຸມັດເປີດການຝຶກອົບຮົມ-ຫັດແອບການເມືອງ-ການທະຫານ ໃຫ້ແກ່ກຳລັງກອງຫຼອນ-ປ້ອງກັນຕົວ, ການຝຶກອົບຮົມໃນຄັ້ງນີ້ ມີຈຸດປະສົງເພື່ອຜັນຂະຫຍາຍແນວທາງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍຄືແຜນການຂອງຫ້ອງເສນາທິການທະຫານ ແຂວງສາລະວັນ, ທັງເປັນຍົກລະດັບຄວາມຮູ້ ແລະ ຄວາມສາມາດດ້ານການເມືອງ, ສິນລະປະຍຸດ ແລະ ຍຸດທະວິທີຂອງທະຫານຮາບ ໃຫ້ແກ່ກຳລັງກອງຫຼອນ ເພື່ອເສີມສ້າງຄວາມຮູ້ຄວາມສາມາດ, ຄວາມພ້ອມດ້ານກຳລັງ ແລະ ການປະຕິບັດໜ້າທີ່ຕາມພາລະບົດບາດທີ່ໄດ້ຮັບມອບໝາຍ.


ໃນໂອກາດນີ້, ທ່ານ ຄຳສະໄຫວ ວິລະກອນ ໄດ້ເນັ້ນໃຫ້ບັນດາ ຄູຝຶກ ແລະ ກຳລັງກອງຫຼອນ ກອງຮ້ອຍ 04 ຕາແສງດູບ ຕັ້ງໃຈຮຽນຮູ້, ກຳແໜ້ນເນື້ອໃນບົດຮຽນ ແລະ ຫຼັກການຕ່າງໆ ເພື່ອນຳໄປໝູນໃຊ້ໃນການປະຕິບັດໜ້າທີ່ຕົວຈິງໃຫ້ມີປະສິດທິຜົນ; ພ້ອມທັງໃຫ້ກຳແໜ້ນທິດສະດີ ແລະ ຫຼັກການພື້ນຖານດ້ານການທະຫານ ເພື່ອຍົກສູງຄວາມພ້ອມ ແລະ ຄວາມສາມາດໃນການຮັບປະກັນພາລະກິດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ຈາກນັ້ນ, ກໍໄດ້ມອບສະບຽງອາຫານ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຈຳນວນໜຶ່ງ ລວມມູນຄ່າເກືອບ 10 ລ້ານກີບ ເພື່ອສະໜັບສະໜູນ ໃນການຝຶກອົບຮົມຄັ້ງນີ້ ໃຫ້ມີປະສິດທິຜົນ.
ພາບ-ຂ່າວ: ບຸນທະວີ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa