ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ປິດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ IX ປະຈໍາປີ 2026

ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ປິດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ IX ປະຈໍາປີ 2026

ວັນທີ 22 ຕຸລາ 2026 ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງສາລະວັນ ໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ລະບົບ 2 ເດືອນ ຮຸ່ນທີ IX ປະຈໍາປີ 2026 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສົມສັກ ທົງຄໍາຫານ ຄະນະປະຈໍາພັກແຂວງ, ປະທານຄະນະກວດກາພັກ-ອົງການກວດກາລັດແຂວງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ແຂວງສາລະວັນ, ທ່ານ ຈັນທະວອນ ສີຫາຈັກ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ມີພະນັກງານບໍານານ ອະດີດການນໍາຂອງໂຮງຮຽນ, ທ່ານຮອງຫົວໜ້າໂຮງຮຽນ, ຄູອາຈານ, ແຂກຖືກເຊີນຈາກພະແນການອ້ອມຂ້າງ ແລະ ນັກສຶກສາທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ IX ເຂົ້າຮ່ວມ.

ທ່ານ ກົງຕາ ສີປະເສີດ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໃຫ້ຮູ້ວ່າ: ຊຸດຮຽນນີ້ ມີພະນັກງານສະມາຊິກພັກທີ່ມາຈາກພະແນກການ ອ້ອມຂ້າງແຂວງ, 8 ຕົວເມືອງ ແລະ 2 ກຳລັງປະກອບອາວຸດ ຈຳນວນທັງໝົດ 40 ທ່ານ, ຍິງ 13 ທ່ານ, ຫຼັກສູດການຮຽນ-ການສອນ ລວມທັງໝົດ 6 ກຸ່ມວິຊາຄື: ກຸ່ມວິຊາ ປັດຊະຍາມາກ-ເລນິນ, ເສດຖະສາດການເມືອງມາກ-ເລນິນ, ລັດທິສັງຄົມ ນິຍົມວິທະຍາສາດ, ແນວຄິດ ໄກສອນ ພົມວິຫານ, ປະຫວັດສາດພັກ ແລະ ກໍ່ສ້າງພັກ ແລະ ກຸ່ມວິຊາ ພື້ນຖານຄຸ້ມຄອງບໍລິຫານລັດ, ນອກນັ້ນ ຍັງມີຫົວຂໍ້ລາຍງານເພີ່ມ ແລະ ບົດປະເມີນຈົບຂັ້ນ, ໂດຍໃຊ້ເວລາຮຽນ 2 ເດືອນ, ສໍາລັບ ຜົນການຮຽນ: ໃນຈຳນວນ40 ທ່ານ ສາມາດສອບເສັງຜ່ານ 100%, ໃນນັ້ນ ໄດ້ຮັບຜົນການຮຽນປະເພດ A ຈຳນວນ 26 ທ່ານ, ຍິງ 11 ທ່ານ ກວມເອົາ 65% ແລະ ປະເພດ B+ ຈຳນວນ 14 ທ່ານ, ຍິງ 2 ທ່ານ ກວມເອົາ 35%. ພ້ອມນັ້ນ ຍັງຈັດປະເພດຄູ ສອນດີ-ສອນເກັ່ງ ຈຳນວນ 21 ທ່ານ, ຍິງ 5 ທ່ານ ແລະ ປະເພດການຮຽນ ຂອງນັກສຶກສາ ທີ່ຮຽນເກັ່ງ-ວິໄນດີ ປະເພດ I ຈຳນວນ 26 ທ່ານ, ຍິງ 11 ທ່ານ; ປະເພດ II ຈຳນວນ 14 ທ່ານ, ຍິງ 2 ທ່ານ.

ໃນພິທີ ທ່ານ ສົມສັກ ທົງຄໍາຫານ ໄດ້ມອບໃບຢັ້ງຢືນໃຫ້ນັກສຶກສາທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ IX ຈໍານວນ 40 ທ່ານ, ຍິງ 13 ທ່ານ ແລະ ໃນໂອກາດດຽວກັນ ຍັງໄດ້ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ພະນັກງານລັດຖະກອນ ແລະ ພະນັກງານບໍານານ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ຈໍານວນ 13 ທ່ານ, ຍິງ 5 ທ່ານ, ພ້ອມທັງ ມອບໃບຍ້ອງຍໍຂັ້ນແຂວງໃຫ້ຊຸດຮຽນທິດສະດີການເມືອງຊຸດນີ້ ຕື່ມອີກ.

ພາບ,ຂ່າວໂດຍ ອ່ອນ ມະນີສອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa