ອົງການກວດກາລັດແຂວງສາລະວັນ ລົງນາມເຊັນບົດບັນທຶກຮ່ວມມືກັບ ອົງການກວດສອບພາກໃຕ້ ຍົກສູງປະສິດທິພາບວຽກງານກວດກາ-ກວດສອບ

ອົງການກວດກາລັດແຂວງສາລະວັນ ລົງນາມເຊັນບົດບັນທຶກຮ່ວມມືກັບ ອົງການກວດສອບພາກໃຕ້ ຍົກສູງປະສິດທິພາບວຽກງານກວດກາ-ກວດສອບ

ອົງການກວດກາລັດແຂວງສາລະວັນ ແລະ ອົງການກວດສອບປະຈໍາພາກໃຕ້ ໄດ້ລົງນາມບົດບັນທຶກການປະສານງານ ເພື່ອຈັດຕັ້ງຜັນຂະຫຍາຍກົດໝາຍ ວ່າດ້ວຍການກວດກາລັດ (ສະບັບປັບປຸງ), ກົດໝາຍວ່າ ດ້ວຍການກວດສອບແຫ່ງລັດ (ສະບັບປັບປຸງ) ແລະ ບົດບັນທຶກການປະສານງານ ລະຫວ່າງ ອົງການ ກວດກາແຫ່ງລັດ ກັບ ອົງການກວດສອບແຫ່ງລັດ ສະບັບລົງວັນທີ 14 ກຸມພາ 2024 ເຂົ້າສູ່ລວງເລິກຕົວຈິງຢູ່ຂັ້ນທ້ອງຖິ່ນ ໃຫ້ເປັນຮູບປະທໍາ.

ທ່ານ ສົມສັກ ທົງຄໍາຫານ ຄະນະປະຈໍາພັກແຂວງ, ປະທານຄະນະກວດກາພັກ-ອົງການກວດກາລັດແຂວງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ແຂວງສາລະວັນ ກ່າວວ່າ: ໄລຍະຜ່ານມາ, ອົງການກວດກາລັດແຂວງສາລະວັນ ກັບ ອົງການກວດສອບປະຈຳພາກໃຕ້ ໄດ້ຖືສໍາຄັນໃນການຮ່ວມມື, ປະສານງານ ແລະ ແລກປ່ຽນຂໍ້ມູນທາງດ້ານວິຊາສະເພາະຢ່າງເປັນປົກກະຕິ, ຕໍ່ເນື່ອງ ເປັນຕົ້ນ: ແມ່ນການເຂົ້າຮ່ວມເປັນຄະນະປະສານງານໃນການກວດສອບບົດສະຫຼຸບຂາດຕົວ ງົບປະມານໃນແຕ່ລະປີ, ການກວດສອບໂຄງການ ແລະ ການກວດກາຕາມຜົນການກວດສອບ, ມະຕິກອງປະຊຸມສະພາແຫ່ງຊາດ, ມະຕິສະພາປະຊາຊົນແຂວງ ສາມາດບັນລຸໄດ້ຜົນສໍາເລັດໃນຫຼາຍດ້ານ ເປັນການປະກອບສ່ວນອັນສໍາຄັນໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ, ສົ່ງເສີມການລົງທຶນພາຍໃນ-ຕ່າງປະເທດ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວ, ເຂັ້ມແຂງ ແລະ ໝັ້ນຄົງ.

ບົດບັນທຶກສະບັບນີ້ ປະກອບມີ: 3 ໝວດ, 8 ມາດຕາ ໂດຍໄດ້ກຳນົດເນື້ອໃນ ແລະ ກົນໄກການປະສານງານຮ່ວມກັນ ເພື່ອຍົກສູງປະສິດທິພາບວຽກງານກວດກາ-ກວດສອບ, ຮັບປະກັນຄວາມໂປ່ງໃສ, ຖືກຕ້ອງ ແລະ ທັນກັບສະພາບການ, ເພີ່ມທະວີການຄຸ້ມຄອງລັດ ແລະ ເສດຖະກິດ-ສັງຄົມ, ເຊິ່ງໃນບົດສັນຍາດັ່ງກ່າວ ແມ່ນເນັ້ນໃສ່ການຮ່ວມມື, ການປຶກສາຫາລືແຜນການກວດກາ ແລະ ກວດສອບປະຈຳປີ, ແລກປ່ຽນຂໍ້ມູນ ແລະ ຫຼັກຖານ, ສົ່ງມອບບົດລາຍງານຜົນການກວດສອບ ເພື່ອນໍາໄປຄົ້ນຄວ້າ ແລະ ແກ້ໄຂບັນຫາຕາມພາລະບົດບາດ, ພ້ອມທັງຈັດກອງປະຊຸມແລກປ່ຽນບົດຮຽນດ້ານວິຊາການຢ່າງໜ້ອຍປີລະໜຶ່ງຄັ້ງ.

ພິທີລົງນາມບົດບັນທຶກຄັ້ງນີ້ ໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2026, ທີ່ຫ້ອງປະຊຸມຄະນະກວດກາແຂວງສາລະວັນ, ໂດຍໃຫ້ກຽດລົງນາມບົດບັນທຶກຂອງ ທ່ານ ສົມສັກ ທົງຄໍາຫານ ຄະນະປະຈໍາພັກແຂວງ, ປະທານຄະນະກວດກາພັກ-ອົງການກວດກາລັດແຂວງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ແຂວງສາລະວັນ ແລະ ທ່ານ ປອ ສົມສັກ ແສງສັກດາ ເລຂາຄະນະພັກຮາກຖານ, ປະທານອົງການກວດສອບພາກໃຕ້, ມີຕ່າງໜ້າຈາກອົງການກວດສອບພາກໃຕ້, ອົງການກວດກາລັດແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພາບ-ຂ່າວ: ອ່ອນ ມະນີສອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa