ສະພາປະຊາຊົນແຂວງສາລະວັນ ກຽມໄຂກອງປະຊຸມສະໄໝສາມັນເທື່ອທີ 2 ຊຸດທີ V,
ທ່ານ ບຸນທະວີ ພິມມະສານ ຄະນະປະຈຳສະພາ ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງສາລະວັນ ໄດ້ຖະແຫຼງຂ່າວກ່ຽວກັບແຜນການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V, ໃນວັນທີ 20 ພະຈິກນີ້ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ຈະໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 25 ພະຈິກ ແລະ ດຳເນີນໄປເຖິງວັນທີ 27 ພະຈິກ 2026 ລວມເວລາ 3 ວັນ ທີ່ສະໂມສອນຂອງແຂວງສາລະວັນ ໂດຍມີຜູ້ເຂົ້າຮ່ວມປະມານ 100 ກວ່າທ່ານ, ພາຍໃຕ້ການເປັນປະທານຂອງ ທ່ານ ປອ ດາວວົງ ພອນແກ້ວ ເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 14 ປະທານສະພາປະຊາຊົນແຂວງ.

ກອງປະຊຸມສະໄໝສາມັນເທື່ອທີ 2 ຊຸດທີ V ຄັ້ງນີ້ ຈະໄດ້ຮັບຟັງການລາຍງານ ພ້ອມທັງພິຈາລະນາ ແລະ ຮັບຮອງບັນດາເນື້ອຫາສຳຄັນ ປະກອບມີ:
- ບົດລາຍງານ ໂດຍສັງເຂບຂອງທ່ານ ປະທານຄະນະກໍາມະການປົກຄອງແຂວງ ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ປະຈໍາປີ 2026 ແລະ ແຜນການ ປະຈໍາປີ 2027 (ໂດຍສະແດງໃຫ້ເຫັນບັດດາຄາດໝາຍທີ່ປະຕິບັດສໍາເລັດ ແລະ ບໍ່ສໍາເລັດ);
- ບົດລາຍງານຂອງພະແນກການເງິນແຂວງ ກ່ຽວກັບ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຂອງແຂວງ ປະຈໍາປີ 2026 ແລະ ແຜນການ ປະຈໍາປີ 2027 (ລົງເລີກຕົວເລກໃຫ້ເຫັນແຕ່ລະເມືອງ);
- ບົດປະກອບຄຳເຫັນຂອງຄະນະປະຈໍາສະພາປະຊາຊົນແຂວງ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ປະຈຳປີ 2026 ແລະ ທິດທາງແຜນການປະຈຳປີ 2027
- ບົດລາຍງານຂອງອົງການກວດສອບແຫ່ງລັດ ປະຈໍາພາກໃຕ້ ກ່ຽວກັບການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ແຜນການ ປີ 2027; ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງສາລະວັນ ປະຈຳປີ 2025;
- ບົດລາຍງານຂອງອົງການກວດກາລັດແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ແຜນການ ປີ 2027; ບົດລາຍງານຜົນການກວດກາ ຕາມຜົນການກວດສອບຂອງແຂວງສາລະວັນ;
- ບົດປະກອບຄຳເຫັນຂອງຄະນະປະຈໍາສະພາປະຊາຊົນແຂວງ ຕໍ່ບົດລາຍງານຂອງອົງການກວດສອບແຫ່ງລັດ ປະຈຳພາກໃຕ້ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2026 ແລະ ທິດທາງແຜນການ ປີ 2027; ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານ ປະຈໍາປີ 2025 ຂອງອົງການກວດສອບແຫ່ງລັດ ປະຈຳພາກໃຕ້ ແລະ ບົດລາຍງານຂອງອົງການກວດກາແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027;
- ບົດລາຍງານຂອງສານປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ແຜນການ ປະຈໍາປີ 2027.
- ບົດລາຍງານຂອງອົງການໄອຍະການປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວວຽກງານ ປະຈຳປີ 2026 ແລະ ແຜນການ ປະຈໍາປີ 2027;
- ບົດປະກອບຄຳເຫັນ ຂອງຄະນະປະຈໍາສະພາປະຊາຊົນແຂວງຕໍ່ການຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວວຽກງານ ປະຈໍາປີ 2026 ແລະ ແຜນການປະຈໍາປີ 2027 ຂອງ ອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ;
- ບົດລາຍງານຂອງສະພາປະຊາຊົນແຂວງ ກ່ຽວກັບ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ແຜນການ ປະຈຳປີ 2027;
ຮັບຟັງ
- ບົດປະກອບຄໍາເຫັນ ຂອງແນວລາວສ້າງຊາດແຂວງສາລະວັນ ຕໍ່ການເຄື່ອນໄຫວວຽກງານ ຂອງສະພາປະຊາຊົນແຂວງສາລະວັນ ປະຈຳປີ 2026 ແລະ ແຜນການ ປະຈຳປີ 2027;
- ພິຈາລະນາ, ຮັບຮອງເອົາການສ້າງນິຕິກໍາທີ່ສໍາຄັນຂອງແຂວງ ຈໍານວນ 2 ສະບັບ ທີ່ມີຄວາມພ້ອມ ຄື:
– ຮ່າງ ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງຕະຫຼາດວັນນັດ (ປັບປຸງ);
– ຮ່າງຂໍ້ຕົກລົງ ວ່າດ້ວຍ ການສົ່ງເສີມ ແລະ ການຄຸ້ມຄອງການລົງທືນໃນກິດຈະການສໍາທານຢູ່ແຂວງສາລະວັນ (ປັບປຸງ);
ເພື່ອເປີດໂອກາດໃຫ້ປະຊາຊົນບັນດາເຜົ່າຊາວແຂວງສາລະວັນ ໄດ້ຕິດຕາມ ແລະ ມີສ່ວນຮ່ວມ, ຫ້ອງວ່າການສະພາປະຊາຊົນແຂວງ ຈະມີການຖ່າຍທອດສົດບາງເນື້ອຫາສຳຄັນ ຜ່ານສະຖານີວິທະຍຸກະຈາຍສຽງແຂວງ ແລະ ເພຈ ສື່ມວນຊົນແຂວງສາລະວັນ ພ້ອມທັງຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ໝາຍເລກ 034 156 (ໂທຟຣີ) ແລະ ຮັບຄຳຄິດເຫັນ-ຄຳສະເໜີ ເປັນລາຍລັກອັກສອນ ຫຼື ຊ່ອງທາງອື່ນໆ ຕາມໂມງລັດຖະການ.
ສື່ມວນຊົນແຂວງສາລະວັນ
ສະພາປະຊາຊົນແຂວງສາລະວັນ