ກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງສາລະວັນ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ IV

ກຳມະບານຮາກຖານຄະນະໂຄສະນາອົບຮົມ ແຂວງສາລະວັນ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ IV ຊື່ງໄດ້ດຳເນີນຢ່າງເປັນທາງການ ໃນວັນທີ 18 ມີນາາ 2024, ທີ່ຫ້ອງປະຊຸມຊັ້ນ III ຂອງຫ້ອງວ່າການແຂວງ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ໜູຄໍາ ສາຍສູນທອນ ປະທານກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງ, ໂດຍການເຂົ້າຮ່ວມຂອງ ສະຫາຍ ຈິດຕະກອນ ສາຍສະໝຸດ ຜູ້ປະຈໍາການ ປະທານຄະນະບໍລິຫານງານສະຫະພັນກໍາມະບານແຂວງ, ສະຫາຍ ຄໍາພູນ ຈັນທະລາດ  ເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາສະຫາຍສະມາຊິກກຳມະການພາຍໃນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້ ໄດ້ຜ່ານບົດລາຍ​ງານຜົນສຳເລັດ​ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ III ແຕ່ປີ 2017-2023, ເປັນຕົ້ນວຽກອົບຮົມ: ໄດ້ເປີດຮຽນກົດລະບຽບພັກໃຫ້ເປົ້າໝາຍຂະຫຍາຍເຂົ້າ ເປັນສະມາຊິກພັກ ໄດ້ 209 ສະຫາຍ, ຍິງ 114 ສະຫາຍ, ເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າໄດ້ 485 ສະຫາຍ,ຍິງ 182 ສະຫາຍ; ໄດ້ຈັດຕັ້ງອົບ​ຮົມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ເອກະສານອົບຮົມ 2 ວາ​ລະ​ແຫ່ງ​ຊາດ​​ ສຳ​ລັບ​ປະ​ຊາ​ຊົນ​ທົ່ວ​ໄປ ໄດ້ທັງໝົດ 156 ຄັ້ງ ເຊິ່ງມີຈໍານວນພົນເຂົ້າຮ່ວມຮັບຟັງ ທັງໝົດ: 35.226  ເທື່ອຄົນ, ຍິງ 16.183 ເທື່ອຄົນ, ສະມາຊິກພັກ 8.192  ເທື່ອສະຫາຍ, ຍິງ 2.594 ເທື່ອສະຫາຍ, ໃນນັ້ນ ສໍາລັບຂັ້ນແຂວງ ໄດ້ 8 ຄັ້ງ ຜູ້ເຂົ້າຮ່ວມທັງໝົດ 4.527 ເທື່ອຄົນ, ຍິງ 2.349 ເທື່ອຄົນ, ສະມາຊິກພັກ 1.520 ເທື່ອສະຫາຍ, ຍິງ 648 ເທື່ອສະຫາຍ ແລະ ຂັ້ນເມືອງ ໄດ້ 148 ຄັ້ງ ເຊິ່ງມີຈໍານວນພົນເຂົ້າຮ່ວມຮັບຟັງທັງໝົດ: 30.699  ເທື່ອຄົນ, ຍິງ 13.834 ເທື່ອຄົນ, ສະມາຊິກພັກ 6.672  ເທື່ອສະຫາຍ, ຍິງ 1.910 ເທື່ອສະຫາຍສັງລວມແລ້ວໃນໄລຍະຜ່ານມາການຈັດຕັ້ງເຊື່ອມຊຶມບັນດາມະຕິຄຳສັ່ງ ແລະ ອົບຮົມຮົມໃຫ້ເປົ້າໝາຍຕ່າງໆໄດ້ທັງໝົດ 347 ຄັ້ງ ມີຜູ້ເຂົ້າຮ່ວມ​ ​ໄດ້ທັງໝົດ 146.004 ເທື່ອຄົນ, ຍິງ 54.384 ເທື່ອຄົນ, ສະມາຊິກພັກ 32.001 ເທື່ອສະຫາຍ, ຍິງ 8.878 ເທື່ອສະຫາຍ. ວຽກໂຄສະນາປາຖະກະຖາ ແລະ  ກອງໂຄສະນາເຄື່ອນທີ່: ເອົາໃຈໃສ່ຈັດຕັ້ງໂຄສະນາປາຖະກະຖາວັນສໍາຄັນຕ່າງໆ ຂອງພັກຂອງຊາດ ໄດ້ມີຜູ້ເຂົ້າຮ່ວມທັງໝົດ 142,620 ເທື່ອຄົນ. ອັນທີ່ພົ້ນເດັ່ນໃນປີ 2022 ແມ່ນຈັັດຕັ້ງໂຄສະນາປາຖະກະຖາ ປີສາມັກຄີມິດຕະພາບ ລາວ – ຫວຽດນາມ ຄືວັນສ້າງ ຕັ້ງສາຍພົວພັນການທູດ ລາວ – ຫວຽດນາມ ຄົບຮອບ 60 ປີ (5/9/1962-5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ລາວ-ຫວຽດນາມ ຄົບ ຮອບ 45 ປີ (18/7/1977-18/7/2022) ໄດ້ 12 ຄັ້ງ  ຈໍານວນຜູ້ເຂົ້າຮ່ວມທັງໝົດ: 2.971 ເທື່ອຄົນ, ຍິງ 1.268 ເທື່ອຄົນ, ສະມາຊິພັກ 1.855 ເທື່ອສະຫາຍ, ຍິງ 820 ສະຫາຍ. ສັງລວມແລ້ວ, ໃນໄລຍະຜ່ານມາໄດ້ຈັດຕັ້ງ, ຊຸກຍູ້, ຕິດຕາມການປາຖະກະຖາ ໃຫ້ເປົ້າໝາຍຕ່າງໆ ໄດ້ທັງໝົດ 425 ຄັ້ງ ມີຜູ້ເຂົ້າຮ່ວມຮັບຟັງການ​ໂຄສະນາ​ປາຖະກະຖາ ໄດ້ທັງໝົດ  542.620 ເທື່ອຄົນ,ຍິງ 150.385 ເທື່ອຄົນ,

ຈາກນັ້ນ, ຄະນະຊຸດເກົ່າ ກໍ່ໄດ້ກ່າວລາໜ້າທີ່ ແລະ ຜ່ານມາດຖານ, ເງື່ອນໄຂຜູ້ທີ່ຈະສະໝັກເປັນຄະນະກໍາມະບານຮາກຖານຊຸດໃໝ່, ດຳເນີນການປ່ອນບັດຢ່າງເປັນທາງການ.

ກອງປະຊຸມໃຫຍ່ ຄັ້ງທີ IV ກຳມະບານຮາກຖານ ໄດ້ປ່ອນບັດຄັດເລືອກເອົາຄະນະກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງ ຊຸດໃໝ່ ດ້ວຍບັນຍາກາດສ້າງສັນ, ມີປະຊາທິປະໄຕ ຊຶ່ງປະກອບມີ 5 ສະຫາຍ ໂດຍເລືອກເອົາ ສະຫາຍ ນາງ ບຸຜາ ສຸດທິຈັກ ເປັນປະທານ ແລະ ເລືອກເອົາ 2 ສະຫາຍ ເປັນຮອງປະທານ ຄື: ສະຫາຍ ນາງ ໜູຄໍາ ສາຍທູນທອນ ແລະ ສະຫາຍ ສີສະຫວັນ ບຸນຍະສວນ.

ໃນຕອນທ້າຍ ພິທີໄດ້ຮັບກຽດມີຄໍາເຫັນໂອ້ລົມ ຈາກທ່ານ ຈິດຕະກອນ ສາຍສະໝຸດ ຜູ້ປະຈໍາການ ປະທານຄະນະບໍລິຫານງານສະຫະພັນກໍາມະບານແຂວງ ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa