ຄະນະການນໍານະຄອນເຫວ້ ສສ ຫວຽດນາມ ຢ້ຽມຢາມ ແລະ ອວຍພອນການນໍາ ແຂວງສາລະວັນ ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2569

#ໃນວັນທີ 9 ເມສານີ້ ຄະນະການນໍາ ນະຄອນເຫວ້ ສສ ຫວຽດນາມ ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນການນໍາແຂວງສາລະວັນ ສປປ ລາວ ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2569, ເຊີ່ງນໍາໂດຍ ສະຫາຍ ຫງວຽນ ຄັກ ຕ່ວານ ກຳມະການສູນກາງພັກ, ຮອງເລຂາພັກ, ປະທານຄະນະກຳມະການປະຊາຊົນນະຄອນເຫວ້ ສສ ຫວຽດນາມ ພ້ອມດ້ວຍຄະນະ, ໂດຍໃຫ້ການຕ້ອນຮັບຂອງ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງສາລະວັນ ພ້ອມຄະນະ ໃຫ້ການຕ້ອນຮັບ ຢູ່ທີ່ສະໂມສອນແຂວງສາລະວັນ.
#ໃນໂອກາດນີ້ ສະຫາຍ ຫງວຽນ ຄັກ ຕ່ວານ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕອນຮັບອັນອົບອຸ່ນ ແລະ ສະແດງຄວາມຢື້ຢາມຖາມຂ່າວ ດ້ວຍໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງສະໜິດສະໜົມຖານສະຫາຍອ້າຍນ້ອງ, ດ້ວຍຄວາມຈິງໃຈ, ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V ພ້ອມທັງລາຍງານສະພາບການພັດທະນາເສດຖະກິດ-ສັງຄົມນະຄອນເຫວ້ ໂດຍຫຍໍ້ໃຫ້ຄະນະການນໍາແຂວງສາລະວັນ ໄດ້ຮັບຊາບ ຈາກນັ້ນກໍໄດ້ອວຍພອນໄຊອັນປະເສີດມາຍັງສະຫາຍເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະນຳ, ຕະຫຼອດຮອດປະຊາຊົນບັນດາເຜົ່າຊາວແຂວງສາລະວັນ ໃນໂອກາດປີໃໝ່ລາວທີ່ມາເຖີງນີ້ ອວຍພອນແດ່ ສະຫາຍພ້ອມດ້ວຍຄະນະຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານທຸກປະການ, ອວຍພອນສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ-ສອງລັດເວົ້າລວມ, ເວົ້າສະເພາະກໍຄືແຂວງສາລະວັນ ແລະ ນະຄອນເຫວ້ ໃຫ້ແໜ້ນແຟ້ນຂື້ນເລື້ອຍໆ.

#ໃນຕອນທ້າຍ ສະຫາຍ ດາວວົງ ພອນແກ້ວ ກໍ່ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ແຂວງ ໂດຍຫຍໍ້ ແລະ ສະແດງຄວາມຂອບໃຈຕໍ່ຄະນະພັກຄະນະນໍາ ນະຄອນເຫວ້ ທີ່ໄດ້ສະຫຼະເວລາອັນມີຄຸນຄ່າເດີນທາງມາຢ້ຽມຢາມ ແລະ ອວຍພອນໃນຄັ້ງນີ້ ພ້ອມທັງຕີລາຄາສູງຕໍ່ໄມຕີຈິດມິດຕະພາບ, ຄວາມສາມັກຄີຮັກແພງສະໜິດສະໜົມ, ຄວາມຈິງໃຈ ເຊື່ອໝັ້ນອັນໜັກແໜ້ນຂອງຄະນະພັກ, ອົງການປົກຄອງ ແລະ ປະຊາຊົນນະຄອນເຫວ້ ມາສູ່ຊາວແຂວງສາລະວັນ ເນື່ອງໃນໂອກາດບຸນປີໃໝ່ລາວ. ຄະນະພັກ, ອົງການປົກຄອງແຂວງ ແລະ ປະຊາຊົນບັນດາເຜົ່າຊາວແຂວງສາລະວັນ ທຸກທົ່ວໜ້າ ຂໍອວຍພອນມາຍັງສະຫາຍ ພ້ອມດ້ວຍບັນດາສະຫາຍຄະນະ ຂໍຈົ່ງມີແຕ່ຄວາມຄວາມສຸກກາຍສະບາຍໃຈ, ມີຄວາມຜາສຸກ ແລະ ຈະເລີນກ້າວໜ້າທຸກປະການ ພັດທະນາເສດຖະກິດຂອງແຂວງໃຫ້ຈະເລີນຮຸ່ງເຮືອງ ແລະ ກ້າວໄປ.

#ພາບ-ຂ່າວ: ທິດລານີ ໂຄດໂຍທາ.