ຄະນະບໍລິຫານງານຊາວໜຸ່ມແຂວງສາລະວັນ ຈັດກອງປະຊຸມສະຫຼຸບວຽກງານອາສາຊາວໜຸ່ມຕະລຸມບອນ ປະຈໍາປີ 2023 ແລະ ວາງທິດທາງແຜນການ 2024.

ມາໃນວັນທີິ 14 ມີນາ 2024 ຄະນະບໍລິຫານງານຊາວໜຸ່ມແຂວງສາລະວັນ ໄດ້ຈັດກອງປະຊຸມສະຫຼຸບວຽກງານອາສາຊາວໜຸ່ມຕະລຸມບອນ ປະຈໍາປີ 2023 ແລະ ວາງທິດທາງແຜນການ ປະຈໍາປີ 2024 ຂື້ນທີ່ສະໂມສອນວິທະຍາໄລຄູແຂວງສາລະວັນ ໂດຍການເປັນຄະນະປະທານ ຂອງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ທ່ານ ສຸວຽງທອງ ສຸຂະວົງ ຮັກສາການ ເລຂາຄະນະບໍລິຫານງານຊາວໝຸ່ມແຂວງສາລະວັນ ມີບັນດາທ່ານ ຄະນະບໍລິຫານງານຊາວໜຸ່ມ ອ້ອມຂ້າງແຂວງ, ເລຂາ, ຮອງເລຂາ, ແລະ ສະມາຊິກຊາວໜຸ່ມຕະລຸມບອນ ເຂົ້າຮ່ວມ.

 ໃນພິທີ, ທ່ານ ສຸວຽງທອງ ສຸຂະວົງ ຮັກສາການ ເລຂາຄະນະບໍລິຫານງານຊາວໝຸ່ມແຂວງສາລະວັນ ໄດ້ຜ່ານບົດສະຫຼຸບວຽກງານຊາວໜຸ່ມຕະລຸມບອນ ປະຈໍາປີ 2023 ແລະ ວາງທິດທາງແຜນການ ປີ 2024.

ຈາກນັ້ນ, ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະ ນາອົບຮົມແຂວງ ກໍໄດ້ໃຫ້ກຽດມອບຫຼຽນຊາວໜຸ່ມຕະລຸມບອນ ແລະ ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa