ຄະນະໂຄນາອົບຮົມແຂວງສາລະວັນ ຝຶກອົບຮົມປະຊາຊົນ ລຽບຕາມຊາຍແດນ ຢູ່ເມືອງລະຄອນເພັງ, ແຂວງສາລະວັນ.

ມາໃນວັນທີິ 28 ກຸມພາ 2024 ຄະນະໂຄນາອົບຮົມແຂວງສາລະວັນ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ຝຶກອົບຮົມປະຊາຊົນ ລຽບຕາມຊາຍແດນ ທີ່ບ້ານປາກຕະພາບ, ເມືອງລະຄອນເພັງ, ແຂວງສາລະວັນ ໂດຍການໃຫ້ກຽດເປັນຄະນະປະທານຂອງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄ ສະນາອົບຮົມແຂວງ ແລະ ທ່ານ ທອງດີ ຈັນທະວົງ ກໍາມະການພັກແຂວງ, ເລຂາພັກ-ເຈົ້າເມືອງລະຄອນເພັງ ມີບັນດານັກຈາກວິທະຍາກອນ ຈາກແຂວງ ແລະ ມີນັກສໍາມະນາກອນ ຈາກ 4 ບ້ານ ປະກອບມີ ບ້ານປາກຕະຟານ, ນາໂພສີ, ບ້ານປາກຊະນົມ ແລະ ບ້ານໂຮງສາຍທອງ ເມືອງລະຄອນເພັງ, ແຂວງສາລະວັນ ເຂົ້າຮ່ວມ.

ໃນພິທີ, ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດກ່າວເປີດທ່ານ ໄດ້ກ່າວວ່າ: ການຈັດຕັ້ງຊຸດຝຶກອົບຮົມ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງສູນກາງພັກ ເຂົ້າສູ່ຕົວຈິງ ແລະ ສຶກສາອົບຮົມໃຫ້ແກ່ເປົ້າໝາຍຕ່າງໆ ເວົ້າລວມ, ເວົ້າສະເພາະແມ່ນສຶກສາອົບຮົມປະຊາຊົນບັນດາເຜົ່າ, ພະນັກງານ- ລັດຖະກອນ ແລະ ຜູ້ທີ່ເຮັດວຽກໂຄສະນາອົບຮົມຢູ່ຮາກຖານພັກ ທີ່ດຳລົງຊີວິດຢູ່ລຽບຕາມຊາຍແດນ ໃຫ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ; ເພື່ອເຊີດຊູຄວາມຮັກຊາດ ແລະ ຄວາມເປັນເຈົ້າຕົນເອງຂື້ນອີກກ່າວໜຶ່ງ, ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ແລະ ປົກປັກຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບ ຮ້ອຍຂອງສັງຄົມ.

ສໍາລັບເນື້ອໃນທີ່ນໍາເຂົ້າຝຶກອົບຮົມຄັ້ງນີ້, ປະກອບມີ  8 ບົດຄື: ຊາດລາວ, ຄົນລາວ ແລະມູນເຊື້ອອັນສະຫງ່າລາສີຂອງປະຊາຊົນລາວ; ເສັ້ນຊາຍແດນແຫ່ງສັນຕິ ພາບ (ວຽກງານຊາຍແດນ); ລະບົບການເມືອງ ແລະ ການປົກຄອງ ຢູ່ ສປປ ລາວ; ການແກ້ໄຂຄວາມທຸກຍາກ ແລະ ການຜະລິດເປັນສິນຄ້າ; ກົດໝາຍວ່າດ້ວຍ ການຄຸ້ມຄອງເງິນຕາຕ່າງປະເທດແລະນິຕິກໍາທີ່ກ່ຽວຂ້ອງກັບເງິນຕາຕ່າງປະເທດ; ວຽກງານທີ່ດິນ; ວຽກງານໂຍທາ ແລະ ສິນຄ້ານໍາເຂົ້າ ແລະ ສົ່ງອອກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa