ຄະນະໂຄສນາອົບຮົມແຂວງສາລະວັນ ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານວຽກງານໂຄສະນາຜ່ານສື່ເອເລັກໂຕນິກ (ເວັບໄຊສ) ທົ່ວປະເທດ ປະຈໍາໄຕມາດ I ປີ 2024

ມາໃນວັນທີ 25 ມີນາ 2023 ນີ້ ທ່ານ ຄໍາພູນ ຈັນທະລາດ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຫົວໜ້າ ແລະ ຮອງຂະແໜງສັງລວມຫາງສຽງສັງຄົມ ແລະ ຂໍ້ມູນຂ່າວສານ ໄດ້ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕນິກ ( ເວັບໄຊສ ) ທົ່ວປະ ເທດ ປະຈໍາໄຕມາດ I ປີ 2024 ໂດຍຜ່ານລະບົບ ກອງປະຊຸມທາງໄກ ( ວີດີໂອຄອນເພີເລັນ ) ຮ່ວມກັບຄະນະໂຄສະນາອົບຮົມທົ່ວປະເທດ

ໃນກອງປະຊຸມຄັ້ງນີ້, ໂດຍໃຫ້ກຽດເປັນປະທານກອງປະຊຸມຂອງທ່ານ ວັນຕຸລາ ຣັກນຸດ  ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາທ່ານ ພະນັກງານຫຼັກແຫຼ່ງ ຈາກຄະນະໂຄສະນາອົບຮົມທົ່ວປະເທດ, ຜູ້ຊີ້ນໍາວຽກງານຂໍ້ມູນຂ່າວສານ ແລະ ແອັດມິນຮັບຜິດຊອບເວັບໄຊ ທົ່ວປະເທດເຂົ້າຮ່ວມ.

 

ໃນກອງປະຊຸມດັ່ງກ່າວ, ທ່ານ ວັນຕຸລາ ຣັກນຸດ  ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ໃຫ້ກຽດກ່າວເປີດ ແລະ ມີຄໍາເຫັນຊີ້ນໍາກອງປະຊຸມ. ຫຼັງຈາກນັ້ນ, ແອັດມິນ ( ເວັບໄຊ ) ແຕ່ລະແຂວງ ກໍ່ໄດ້ຂຶ້ນລາຍງານວຽກງານໂຄສະນາຜ່ານສື່ເອເລັກໂຕນິກ ( ເວັບໄຊສ ) ຂອງຕົນປະຈໍາໄຕມາດ 1 ແລະ ວາງທິດທາງແຜນການ ປະຈໍາໄຕມາດທີ II ປີ 2024.

 

ໃນຕອນທ້າຍກອງປະຊຸມ, ທ່ານ ທ່ານ ວັນຕຸລາ ຣັກນຸດ  ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ກໍໄດ້ມີຄໍາເຫັນໂອ້ລົມຕື່ມອີກ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa