ຄະນະໂຄສະນາອົບຮົມແຂວງສາລະວັນ ເປີດຮຽນສະໜັບສະໜູນ ໃຫ້ແກ່ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ຊຸດທີ II

ມາໃນວັນທີ 28 ມີນາ 2024, ຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ເປີດສະຫນັບສະຫນູນ ໃຫ້ມະມາຊົນກ້າວ ຊຸດທີ II ປະຈໍາປີ 2024 ໃຫ້ແກ່ 4 ຄະນະພັກຮາກຖານຄື: ຄະນະພັກຮາກຖານພະແນກກະສິກໍາ ແລະ ປ່າໄມ້ແຂວງ, ຄະນະພັກຮາກຖານຫ້ອງວ່າການແຂວງ, ໜ່ວຍພັກຮາກຖານພາສີແຂວງ ຂື້ນກັບຄະນະພັກຮາກຖານ ພະແນກການເງິນແຂວງ ແລະ ໜ່ວຍພັກຮາກຖານທະນາຄານພົງສະຫວັນ. ພິທີດັ່ງກ່າວ, ໄດ້ຂື້ນທີ່ຫ້ອງການຄະນະໂຄສະນາອົບຮົມແຂວງ ໂດຍການເຜີຍແຜ່ເອກະສານ ຂອງສະຫາຍ ນາງ ໜູຄໍາ ສາຍສູນທອນ ຫົວໜ້າຂະ  ແໜງອົບຮົມ ຄະນະໂຄສະນາອົບຮົມແຂວງ ມີບັນດາມະຫາຊົນ ຜູ້ທີ່ມີຄວາມກ້າວຫນ້າ ເຂົ້າຮ່ວມຮຽນ ຈາກ 4 ພາກ ສ່ວນ ຈໍານວນທັງໝົດ 5 ສະຫາຍ, ຍິງ 2 ສະຫາຍ.

ໂອກາດດຽວກັນນີ້, ສະຫາຍ ນາງ ໜູຄໍາ ສາຍສູນທອນ ຫົວໜ້າຂະແໜງອົບຮົມ ຄະນະໂຄສະນາອົບຮົມແຂວງ ໄດ້ບັນຍາຍເນື້ອໃນເອກະສານ ສຳຄັນຕ່າງໆກ່ຽວກັບພັກ ເປັນຕົ້ນແມ່ນ ເອກະສານອົບຮົມເປົ້າໝາຍຂະຫຍາຍເຂົ້າພັກປະຊາຊົນປະຕິ ວັດລາວ ປີ 2021 ໃນນັ້ນ, ປະກອບມີ 13 ຄໍາຖາມ-ຄໍາຕອບ. ທັງນີ້, ກໍເພື່ອເຮັດໃຫ້ມະຫາຊົນ ຜູ້ທີ່ມີຄວາມກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ໄດ້ຮັບຮູ້ເຂົ້າໃຈເບື້ອງຕົ້ນ ກ່ຽວກັບປະຫວັດຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ ຢ່າງເລິກເຊິ່ງເຖິງຖອງ ແລະ ເນື້ອໃນອື່ນໆທີ່ສໍາຄັນກ່ຽວພັກປະຊາຊົນປະຕິວັດລາວ.

ໃນຕອນທ້າຍ, ສະຫາຍ ຄໍາພູນ ຈັນທະລາດ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ຕໍ່ກັບມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ທ່ານ ກ່າວວ່າ: ມະຫາຊົນທີ່ໄດ້ເຂົ້າມາຮຽນໃນມື້ນີ້ ແມ່ນຜູ້ທີ່ມີຄວາມຕື່ນຕົວ ໃນການຈັດຕັ້ງປະຕິບັດວຽກງານ ຈົນໄດ້ກ້າວມາ ເປັນມະຫາຊົນ ຜູ້ທີ່ມີຄວາມກ້າວໜ້າ ແລະ ທ່ານ ຍັງເນັ້ນໜັກໃຫ້ມະຫາຊົນ ຕ້ອງເອົາໃຈໃສ່ປະກອບສ່ວນເຂົ້າໃນວຽກງານຂອງພັກ ໃຫ້ມີຄວາມຫ້າວຫັນ, ປັບປຸງຕົນເອງ ໃຫ້ກາຍເປັນສະມາຊິກພັກທີ່ດີ, ຍົກສູງສະຕິເປັນເຈົ້າການປະຕິບັດຕາມກົດລະບຽບພັກ, ກົດໝາຍຂອງລັດ, ຫັນເອົາແນວທາງຂອງພັກ ທີ່ໄດ້ສຶກສາຄັ້ງນີ້ ນໍາໄປຈັດຕັ້ງຜັນຂະຫຍາຍ ໃຫ້ປະສົບຜົນສຳເລັດໃນຕໍ່ໜ້າ.

ພິທີດັ່ງກ່າວນີ້, ຍັງໄດ້ມອບ-ຮັບໃບຢັ້ງຢືນ ໃຫ້ມະຫາຊົນຜູ້ກ້າວໜ້າ ທີ່ຜ່ານການຮຽນສະໜັບສະໜູນ ໂດຍໃຫ້ກຽດມອບໃບຢັ້ງຢືນ ຂອງສະຫາຍ ຄໍາພູນ ຈັນທະລາດ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຢ່າງສົມກຽດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa