ທະຫານແຂວງສາລະວັນ ແລະ ສະຫວັນນະເຂດ ເຊັນບົດບັນທຶກຮ່ວມມືວຽກງານຮອບດ້ານ ກັບ ທະຫານແຂວງກວາງຈິ ສສ ຫວຽດນາມ

ວັນທີ 29 ກັນຍາ 2026 ນີ້, ສະຫາຍ ພັນເອກ ສຸດໃຈ ແສນຄຳບົວທອນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງສາລະວັນ ພ້ອມດ້ວຍຄະນະຜູ້ແທນ ໄດ້ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນສະພາບການຮອບດ້ານ 2 ຝ່າຍ ລາວ-ຫວຽດນາມ ຄັ້ງທີ I ໄດ້ຈັດຂື້ນທີ່ກອງບັນຊາການທະຫານແຂວງກວາງຈິ ສສ ຫວຽດນາມ, ຝ່າຍຫວຽດນາມນຳໂດຍ ສະຫາຍ ພັນເອກ ຈິ້ງ ແທງ ບິງ ກຳມະການພັກແຂວງ ຫົວໜ້າກອງບັນຊາການທະຫານແຂວງກວາງຈິ, ຝ່າຍລາວ: ມີກອງບັນຊາການທະຫານແຂວງສະຫວັນນະເຂດ ແລະ ກອງບັນຊາການທະຫານແຂວງສາລະວັນ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ, ກອງຮ້ອຍທະຫານຊາຍແດນ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງທັງ 3 ຝ່າຍ ເຂົ້າຮ່ວມ

ກອງປະຊຸມຄັ້ງນີ້ ເປັນການທົບທວນຄືນບົດບັນທຶກຊ່ວຍຈຳຄັ້ງວັນທີ 28 ຕຸລາ 2025 ລະຫວ່າງກອງບັນຊາການທະຫານແຂວງສາລະວັນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບ ກອງບັນຊາການທະຫານຊາຍແດນ ແຂວງກວາງຈິ ແລະ ກອງບັນຊາການທະຫານຊາຍແດນນະຄອນ ເຫວ້ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ແລະ ເປັນການຄົ້ນຄວ້າ, ປຶກສາຫາລືໃນການຮ່ວມມືຈັດຕັ້ງປະຕິບັດໜ້າທີ່ວຽກງານທັງເປັນການແລກປ່ຽນສະພາບການເຊິ່ງກັນ ແລະ ກັນ ເປັນຕົ້ນ: ບັນຫາສະພາບເສດຖະກິດສັງຄົມ, ບັນຫາຄົນເຂົ້າ-ອອກເມືອງ ຜິດກົດໝາຍ, ບັນຫາຄ້າຂາຍເຖື່ອນ, ບັນຫາຢາເສບຕິດ, ກຸ່ມຄົນບໍ່ຫວັງດີສ້າງຄວາມບໍ່ສະຫງົບຕາມຊາຍແດນ ໃນນັ້ນທາງຄະນະເຂົ້າຮ່ວມແຕ່ລະຝ່າຍຍັງໄດ້ແລກປ່ຽນຄຳຄິດເຫັນຮ່ວມກັນ ເພື່ອແກ້ໄຂບັນຫາ, ບັນດາຜູ້ແທນກອງປະຊຸມໄດ້ສະເໜີໃຫ້ມີການເພີ່ມທະວີການຮ່ວມມືປະສານສົມທົບກັນແລກປ່ຽນຂໍ້ມູນຂ່າວສານສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີຢູ່ຂອບເຂດຊາຍແດນ, ຮ່ວມກັນເຄື່ອນໄຫວກວດກາຂອບເຂດຫຼັກໝາຍຊາຍແດນໃຫ້ເປັນປົກກະຕິ ພ້ອມກັນຕ້ານ-ສະກັດກັ້ນປະກົດການຫຍໍ້ທໍ້, ສ້າງເງື່ອນໄຂສະດວກໃນການທຳມາຫາກິນໃຫ້ພໍ່ແມ່ປະຊາຊົນຢູ່ຕາມຊາຍແດນ, ເຄື່ອນໄຫວພົບປະແລກປ່ຽນດ້ານວຽກງານວັດທະນະທຳ-ສັງຄົມ.

ໃນກອງປະຊຸມຄັ້ງນີ້ ໄດ້ເຫັນດີເປັນເອກະພາບກັນຄົ້ນຄວ້າເອົາພະນັກງານສອງກອງບັນຊາການທະຫານແຂວງສາລະວັນ ແລະ ກອງບັນຊາການທະຫານແຂວງສະຫວັນນະເຂດ ໄປຝຶກອົບຮົມວຽກງານຊາຍແດນຢູ່ ສສ ຫວຽດນາມ ແລະ ຈັດຕັ້ງຮ່ວມມືລາດຕະເວນກວດກາຫຼັກໝາຍຊາຍແດນຮ່ວມກັນ ເພີ່ມທະວີການພົວພັນຮ່ວມມືຮອບດ້ານ, ສ້າງເສັ້ນຊາຍແດນເປັນຊາຍແດນແຫ່ງສັນຕິພາບ ປະຊາຊົນສອງຊາດ ມີຄວາມສະດວກໃນການທຳມາຫາກິນໄປມາຫາສູ່ກັນດ້ວຍຄວາມສະດວກສະບາຍ. ຈາກນັ້ນ, ໃນຕອນທ້າຍທາງຄະນະສອງຝ່າຍ ກໍໄດ້ເຊັນບົດບັນທຶກຮ່ວມກັນ.
ພ້ອມດຽວກັນນັ້ນ, ກໍໄດ້ມອບເຄື່ອງຄອມພິວເຕີ້ ແລະ ເຄື່ອງຮັບໃຊ້ຫ້ອງການຈຳນວນໜຶ່ງ ໃຫ້ແກ່ກອງບັນຊາການທະຫານແຂວງສາລະວັນ ແລະ ກອງບັນຊາການທະຫານແຂວງສະຫວັນນະເຂດ ຕື່ມອີກ

ຂ່າວ-ພາບ: ສຸກັນ ວົງສະຫວັດ