ປະກາດ ນາຍທະຫານ ພັກການຮັບອຸດໜູນບຳນານ ຢູ່ກອງບັນຊາການທະຫານແຂວງສາລະວັນ

ປະກາດ ນາຍທະຫານ ພັກການຮັບອຸດໜູນບຳນານ ຢູ່ກອງບັນຊາການທະຫານແຂວງສາລະວັນ

ໂດຍປະຕິບັດຕາມຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດ ໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານແຂວງສາລະວັນ ພັກການຮັບອຸດໜູນບຳນານ ຈຳນວນ 7 ສະຫາຍ, ຍິງ 1 ສະຫາຍ. ໃນນັ້ນ ມີຄື: ສະຫາຍ ພັນໂທ ບຸນໝອນ ໄຊໂຄສະນາ ຫົວໜ້າພະແນກກົດໝາຍ ຫ້ອງການເມືອງ ກອງບັນຊາການທະຫານແຂວງ, ສະຫາຍ ພັນໂທ ສຸກຂີ ສີສະໄໝ ປະທານສະຫະພັນນັກຮົບເກົ່າ ເມືອງຄົງເຊໂດນ, ສະຫາຍ ພັນຕີ ຄໍາໃບ ແກ້ວຄໍາພາ ຫົວໜ້າຂະແໜງກໍ່ສ້າງຮາກຖານພະແນກການເມືອງ ເມືອງສາລະວັນ, ສະຫາຍ ພັນຕີ ນາງ ສີມອນ ນະໄພວັນ ແພດປະຈໍາໂຮງຮຽນການທະຫານທ້ອງຖິ່ນ, ສະຫາຍ ຮ້ອຍເອກ ວົງປະເສີດ ພິມມະສານ ຊ່ວຍວຽກຂະແໜງກໍ່ສ້າງຮາກຖານ ພະແນກການເມືອງໆວາປີ, ສະຫາຍ ຮ້ອຍເອກ ບຸນສົງ ລະອອງສີ ແພດປະຈໍາ ກອງພັນ 16, ສະຫາຍ ຮ້ອຍໂທ ພອນສັກ ນາພະນວນ ພະນັກງານເຄື່ອນໄຫວ ກອງຮ້ອຍ 24, ທີ່ຂຶ້ນກັບ ກອງບັນຊາການທະຫານແຂວງສາລະວັນ ພັກການຮັບອຸດໜູນບຳນານ.

ໂອກາດນີ້, ສະຫາຍ ພັນເອກ ວິໄລ ພິມມະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ຂອງບັນດາສະຫາຍ ທີ່ໄດ້ເຮັດສຳເລັດໜ້າທີ່ການເມືອງ ແລະ ໄດ້ທຸ້ມເທຄວາມຮູ້, ຄວາມສາມາດເຂົ້າໃນການປະຕິບັດໜ້າທີ່, ປະກອບສ່ວນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ເປັນແບບຢ່າງທີ່ດີ ໃຫ້ແກ່ພະນັກງານຮຸ່ນສືບທອດ ໄດ້ຮໍ່າຮຽນ ແລະ ນຳໄປໝູນໃຊ້ ໃຫ້ມີການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ. ນອກຈາກນັ້ນ, ຍັງໄດ້ຮຽກຮ້ອງຕໍ່ນາຍທະຫານ ທີ່ໄດ້ຮັບອຸດໜູນບຳນານ ສືບຕໍ່ປະກອບສ່ວນຊ່ວຍເຫຼືອແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຢູ່ຂ້ັນຮາກຖານ, ຂັ້ນບ້ານ.

ພິທີປະກາດ, ຈັດຂຶ້ນໃນວັນທີ 4 ກັນຍານີ້, ທີ່ສະໂມສອນ ກອງບັນຊາການທະຫານແຂວງສາລະວັນ, ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ພັນເອກ ວິໄລ ພິມມະວົງ ຄະນະປະຈໍາພັກ ຮອງຫົວໜ້າການເມືອງ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງສາລະວັນ, ມີຄະນະພັກ-ຄະນະບັນຊາກອງບັນຊາການ, ອົງການ, 5ຫ້ອງ, ພະແນກການ, ກອງບັນຊາການທະຫານເມືອງ, ກອງພັນ, ກອງຮ້ອຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຂ່າວ-ພາບ: ສຸຂາວພອນ ສອນນາລີ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa