ຝຶກອົບຮົມລະບົບຄອມພີວເຕີ, ການບໍາລຸງຮັກສາ, ລະບົບເຄື່ອຂ່າຍ ໃຫ້ແກ່ພະນັກງານ ໄອທີ.

ຝຶກອົບຮົມລະບົບຄອມພີວເຕີ, ການບໍາລຸງຮັກສາ, ລະບົບເຄື່ອຂ່າຍ ໃຫ້ແກ່ພະນັກງານ ໄອທີ.
#ມາໃນວັນທີ 15-17 ມັງກອນ 2024 ນີ້, ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ຈັດຊຸດຝຶກອົບຮົມລະບົບຄອມພີວເຕີ, ການບໍາລຸງຮັກສາ, ລະບົບເຄື່ອຂ່າຍ ຂື້ນທີ່ຫ້ອງປະຊຸມຊັ້ນ III ຂອງຫ້ອງວ່າການແຂວງ ໂດຍການເປັນຄະນະປະທານຂອງທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໃນນັ້ນ, ມີຄູຝຶກມາຈາກຄະນະໂຄສະນາອົບຮົມສູນກາງພັກ ແລະ ມີນັກສໍາມະນາກອນ ຈາກຄະນະໂຄສະນາອົບຮົມແຂວງ, ເມືອງ ແລະ ພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
#ໃນຊຸດຝຶກອົບຮົມ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ກ່າວຈຸດປະສົງຂອງການຝຶກອົບຮົມ. ຫຼັງຈາກນັ້ນ, ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະ ນາອົບຮົມແຂວງ ກໍ່ໄດ້ໃຫ້ກຽດກ່າວເປີດຊຸດຝຶກອົບຮົມ ທ່ານ ກ່າວວ່າ: ຄືດັ່ງພວກເຮົາຮູ້ນໍາກັນແລ້ວວ່າ: ຍຸກນີ້ແມ່ນຍຸກເຕັກໂນໂລຊີທີ່ທັນສະໄໝ ເປັນຍຸກທີ່ພວກເຮົາຈໍາເປັນຕ້ອງນໍາເຄື່ອງມືອຸປະກອນເຂົ້າຊ່ວຍໃນອົງການລັດ ກໍ່ຄືວຽກງານວິຊາສະ ເພາະປະຈໍາວັນ ເປັນຕົ້ນແມ່ນຄອມພີວເຕີ. ຄອມພີວເຕີແມ່ນອຸປະກອນອີເລັກໂຕຼນິກ ທີ່ສ້າງຂຶ້ນມາເພື່ອເປັນຕົວຊ່ວຍໃນການເຮັດວຽກຂອງມະນຸດ ເປັນໄປໄດ້ຢ່າງສະດວກ, ວ່ອງໄວ ແລະ ແມ້ນຍໍາເຊັ່ນ: ການບັນທຶກຈັດເກັບຂໍ້ມູນ, ການປະມວນຜົນຂໍ້ມູນ ແລະ ການຄິດໄລ່ ແລະ ອື່ນໆ. ໃນຊຸດອົບຮົມການຈັດຕັ້ງຊຸດອົບຮົມຄັ້ງນີ້ ໄດ້ຄົ້ນຄວ້າຮ່ຳຮຽນເອກະສານ 4 ບົດ ຄື:
– ບົດທີ 1: ຄວາມຮູ້ພື້ນຖານຂອງລະບົບຄອມພີວເຕີ.
– ບົດທີ 2: ການຕິດຕັ້ງລະບົບວີນໂດ windows7-11
– ບົດທີ 3: ການນໍາໃຊ້ໂປໂຕຊອບ Adobe Photoshop cs3
– ບົດທີ 4: ການນໍາໃຊ້ Any desk

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa