ມອບ-ຮັບໜ້າທີ່ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງສາລະວັນ ລະຫ່ວາງຜູ້ເກົ່າ ແລະ ຜູ້ໃໝ່.

ມອບ-ຮັບໜ້າທີ່ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງສາລະວັນ ລະຫ່ວາງຜູ້ເກົ່າ ແລະ ຜູ້ໃໝ່.
#ໃນຕອນເຊົ້າຂອງວັນທີ 21 ເມສາ 2026, ຢູ່ທີ່ສະພາປະຊາຊົນແຂວງສາລະວັນ ໄດ້ມີພິທີມອບ-ຮັບໜ້າທີ່ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ລະຫ່ວາງຜູ້ເກົ່າ ແລະ ຜູ້ໃໝ່, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ(ຜູ້ປະຈຳການ), ມີບັນດາທ່ານກໍາມະການພັກແຂວງ, ຫົວໜ້າພະແນກການ, ຮອງພະແນກການອ້ອມຂ້າງແຂວງ, ຄະນະປະຈຳສະພາປະຊາຊົນແຂວງ, ຮອງປະທານຄະນະກຳມະການ, ຄະນະຫ້ອງວ່າການ ພ້ອມດ້ວຍຫົວໜ້າ ແລະ ຮອງຂະແໜງເຂົ້າຮ່ວມ.
#ທ່ານ ສົມພອນ ແສງສຸລິຈັນ ຄະນະປະຈໍາສະພາປະຊາຊົນແຂວງຫ້ອງວ່າການສະພາປະຊາຊົນແຂວງ(ຜູ້ເກົ່າ) ໄດ້ຜ່ານບົດລາຍງານໂດຍຫຍໍ້ໃນໄລຍະທີ່ຕົນຊີ້ນຳໆພາ ເຊິ່ງໃນໄລຍະປີ2021-2025ໄດ້ເອົາໃຈໃສ່ ເຮັດໜ້າທີ່ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ, ນຳພາປັບປຸງການຈັດຕັ້ງ, ກຳນົດພາລະບົດບາດການຈັດຕັ້ງ ແລະການເຄື່ອນໄຫວ, ກຳນົດຕຳແໜ່ງງານ, ປະເມີນພະນັກງານນຳພາຄຸ້ມຄອງ, ຫ້ອງວ່າການສະພາປະຊາຊົນແຂວງ ໄດ້ເອົາໃຈໃສ່ໃນການຄົ້ນຄວ້າສັງລວມ-ເນື້ອໃນຮອບດ້ານ ເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວວຽກງານໃຫ້ແກ່ສະພາປະຊາຊົນແຂວງ, ເອົາໃຈໃສ່ປະສານສົມທົບຮັບໃຊ້ກອງປະຊຸມຮ່ວມລະຫວ່າງ ສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງ ເປັນຕົ້ນ ບົດບັນທຶກກອງປະຊຸມຮ່ວມ, ບົດສະຫຼຸບການພົວພັນປະສານງານລະຫວ່າງອົງການປົກຄອງແຂວງ ກັບ ສະພາປະຊາຊົນແຂວງໃນໄລຍະຜ່ານມາ, ວາລະກອງປະຊຸມ ວຽກງານທີ່ປິ່ນອ້ອມອື່ນໆ; ເຂົ້າຮ່ວມກອງປະຊຸມສໍາມະນາ ແລະ ທາບທາມຮ່າງກົດໝາຍ, ຮ່າງນິຕິກໍາທີ່ສະພາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງຈັດຂຶ້ນຕາມການເຊີນ ຈໍານວນ 19 ຄັ້ງ ປະກອບມີ 45 ສະບັບ. ຫ້ອງວ່າການສະພາປະຊາຊົນແຂວງ ໄດ້ປະສານສົມທົບກັບສະພາແຫ່ງຊາດ ແລະ ຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງ 08 ເມືອງ ເປັນຕົ້ນ ໄດ້ອອກແຈ້ງການກ່ຽວກັບການຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ຜົນສໍາເລັດກອງປະຊຸມ: ເຊິ່ງ ສສຊ, ສສຂ ໄດ້ນໍາເອົາຜົນສໍາເລັດຂອງກອງປະຊຸມສະໄໝສາມັນ ແລະ ສະໄໝວິສາມັນ ແຕ່ລະຄັ້ງຂອງສະພາແຫ່ງຊາດ ຊຸດທີ IX ແລະ ກອງປະຊຸມສະພາປະຊາຊົນແຂວງສາລະວັນຊຸດທີ IV ຕິດພັນກັບມະຕິ XI ຂອງພັກ, ມະຕິ IX ຂອງແຂວງ ລົງເຜີຍແຜ່ໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ບັນດາຊັ້ນຄົນ ແລະ ປະຊາຊົນບັນດາເຜົ່າ ໄດ້ທັງ 347 ຈຸດ; ໄດ້ນໍາເອົາເຄື່ອງຊ່ວຍເຫຼືອທີ່ລະດົມໄດ້ຈາກສັງຄົມ ເປັນຕົ້ນ: ເຄື່ອງອຸປະໂພກ, ບໍລິໂພກອຸປະກອນການຮຽນ, ອຸປະກອນກິລາ, ເຄື່ອງນຸ່ງຫົ່ມມອບໃຫ້ໂຮງຮຽນແລະປະຊາຊົນທີ່ທຸກຍາກຂາດເຂີນຢູ່ບັນດາເມືອງຕ່າງໆ, ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ແລະ ໄຟພິບັດຕ່າງໆລວມມູນຄ່າທັງໝົດຈໍານວນ 1 ຕື້ກ່ວາກີບວຽກງານອື່ນໆ.
#ຈາກນັ້ນ ກໍ່ໄດ້ຮັບຟັງການຜ່ານມະຕິກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນແຂວງສາລະວັນ ຊຸດທີV ວ່າດ້ວຍການພິຈາລະນາຮັບຮອງເອົາກົງຈັກການຈັດຕັ້ງຂອງສະພາປະຊາຊົນແຂວງ, ຮັບຮອງເອົາການສະເໜີແຕ່ງຕັ້ງປະທານຄະນະກໍາມະການ ແລະ ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງຊຸດທີ Vໃນນັ້ນໄດ້ຮັບຮອງເອົາ ທ່ານ ສົມພອນ ແສງສຸລິຈັນ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ14ແຂວງສາລະວັນ ເປັນປະທານ ຄະນະກໍາມະການເສດຖະກິດ, ການເງິນ ແລະ ສິ່ງແວດລ້ອມ, ທ່ານ ບຸນທະວີ ພິມມະສານ ສະມາຊິກສະພາປະຊາຊົນແຂວງ ເປັນຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ, ພ້ອມທັງເຊັນບົດບັນທຶກມອບ-ຮັບໜ້າທີ່ໃໝ່ ແລະ ໃນຕອນທ້າຍທ່ານປະທານກອງປະຊຸມກໍ່ໄດ້ໃຫ້ກຽດໂອ້ລົມຕື່ມອີກ.
ຂ່າວ-ພາບ ຈາກສະພາປະຊາຊົນແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa