ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພົບປະຢ້ຽມຢາມການນໍາ ແຂວງສາລະວັນ

ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພົບປະຢ້ຽມຢາມການນໍາ ແຂວງສາລະວັນ
ທ່ານ ມະໄລທອງ ກົມມະສິດ ກຳມະການສູນກາງພັກ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຄື່ອນໄຫວວຽກງານຢູ່ແຂວງສາລະວັນ, ໃນວັນທີ 23 ເມສານີ້, ເຊີ່ງທ່ານໄດ້ເຂົ້າພົບປະ, ຢ້ຽມຢາມການນໍາແຂວງສາລະວັນ ໂດຍໃຫ້ກຽດຕອນຮັບຂອງ ທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ພ້ອມຄະນະ ໃຫ້ກຽດຕ້ອນຮັບຢ່າງ ອົບອຸ່ນຢູ່ທີ່ຫ້ອງຮັບຮອງງາຊ້າງ ສະໂມ ສອນ ຂອງແຂວງ.
ໂອກາດນີ້, ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວເຖີງຈຸດປະສົງໃນການຢ້ຽມຢາມ ແລະ ເຄື່ອນໄຫວວຽກ ຢູ່ແຂວງສາລະວັນ ເພື່ອຊຸກຍູ້ວຽກງານອຸດສາຫະກຳ ແລະ ການຄ້າ ໃນບັນແຂວງພາກໃຕ້ຂອງລາວ, ພາຍຫຼັງທີ່ໄດ້ມີການໂຮມເອົາ 2 ກະຊວງເຂົ້າກັນ ເປັນກະຊວງດຽວກັນ ແນໃສ່ເຮັດໃຫ້ແຜນວຽກຕ່າງໆ ໄດ້ຮັບການຈັດຕັ້ງປະຕິບັດຕາມແຜນການທີ່ວາງໄວ້ ໃຫ້ສອດຄ່ອງກັບສະພາບຕົວຈິງ; ພ້ອມດຽວກັນນັ້ນ, ຍັງໄດ້ເຄື່ອນໄຫວກວດກາ ແລະ ຕິດຕາມການຈັດຕັ້ງປະຕິບັດວຽກງານຕົວຈິງ ຂອງພະແນກ ອຄ ໃນຂັ້ນທ້ອງຖິ່ນ ເພື່ອຮັບຟັງຂໍ້ຫຍຸ້ງຍາກ, ບັນຫາອຸປະສັກຕ່າງໆ ແລະ ຂໍ້ສະເໜີແນະນໍາ ຈາກການນໍາແຂວງ ເພື່ອນຳໄປພິຈາລະນາ, ຄົ້ນຄວ້າປັບປຸງແຜນວຽກ ໃຫ້ມີຄວາມເໝາະສົມ, ສອດຄ່ອງ ແລະ ທັນກັບສະພາບການພັດທະນາໄລຍະໃໝ່.
ຈາກນັ້ນ, ທ່ານ ດາວວົງ ພອນແກ້ວ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ທີ່ໄດ້ສະຫຼະເວລາ ເຂົ້າຢ້ຽມຢາມໃນຄັ້ງນີ້ ແລະ ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບລວມຂອງແຂວງສາລະວັນ ໂດຍສະເພາະຂົງເຂດວຽກງານອຸດສາຫະກໍາ ແລະ ການຄ້າ ພາຍໃນແຂວງ; ພາຍຫຼັງສໍາເລັດການໂຮມ 2 ພະແນກ ເຂົ້າເປັນພະແນກດຽວ; ດ້ານດີ-ດ້ານອ່ອນ ແລະ ທ່າແຮງຂອງແຂວງສາລະວັນ ທີ່ມີໃນປັດຈຸບັນ; ນອກຈາກນີ້ ທ່ານຍັງໄດ້ສະເໜີໃຫ້ກະຊວງ ອຄ ຊຸກຍູ້ບັນດາບໍລິສັດຜູ້ພັດທະນາໂຄງການພະລັງງານລົມ, ແສງຕາເວັນ ທີ່ໄດ້ຮັບອະນຸຍາດຂັ້ນສູນກາງ ໄປຍັງພາກສ່ວນທີ່ກ່ຽວຂ້ອງຂອງ ສສ ຫວຽດນາມ ເປັນຕົ້ນ: ການເລີ່ມຕົ້ນ ກໍ່ສ້າງສະຖານີ 115 kV ລາວບາວ ແລະ ການເຈລະຈາຊື້-ຂາຍໄຟຟ້າ ເພື່ອເຮັດໃຫ້ບັນດາໂຄງການ ໄດ້ກ້າວເຂົ້າສູ່ການກໍ່ສ້າງໂຄງການໂດຍໄວ.
ການພົບປະ, ຢ້ຽມຢາມໃນຄັ້ງນີ້ ເປັນການຊຸກຍູ້ວຽກງານຂອງຂະແໜງການອຸດສາຫະກຳ ແລະ ການຄ້າ, ການປະສານງານຢ່າງໃກ້ຊິດ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ເພື່ອສ້າງເງື່ອນໄຂ, ອຳນວຍຄວາມສະດວກ ແລະ ເຮັດໃຫ້ວຽກງານດັ່ງກ່າວ ມີຄວາມເຂັ້ມແຂງ ແລະ ຍືນຍົງ, ຊຸກຍູ້ຜັກດັນເສດຖະກິດແຂວງ ຂະຫຍາຍຕົວ ຢ່າງຕໍ່ເນື່ອງ.
ພາບ-ຂ່າວ: ສ.ພະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa