ສອງແຂວງອັດຕະປື-ສາລະວັນ ພົບປະແລກປ່ຽນບົດຮຽນ ວຽກງານໂຄສະນາອົບຮົມ.

ໂດຍປະຕິບັດຕາມບົດບັນທຶກຊ່ວຍຈໍາ ລະຫວ່າງຄະນະຜູ້ແທນຄະນະໂຄສະນາອົບຮົມແຂວງສາລະວັນ ກັບຄະນະໂຄສະນາອົບຮົມແຂວງອັດຕະປື ທີ່ລົງນາມໃນຄັ້ງວັນທີ 21 ກໍລະກົດ 2023 ຢູ່ທີ່ແຂວງສາລະວັນ. ໃນຕອນບ່າຍຂອງວັນທີ 6 ມີນາ 2024 ນີ້, ສອງແຂວງອັດຕະປື-ສາລະວັນ ໄດ້ພົບປະ ແລກປ່ຽນບົດຮຽນວຽກງານໂຄສະນາອົບຮົມ ຂື້ນທີ່ຫ້ອງປະຊຸມຂອງຫ້ອງ ການໂຄສະນາອົບຮົມແຂວງອັດຕະປື. ໃນພິທີພົບປະແລກປ່ຽນໃນຄັ້ງນີ້, ຄະນະໂຄສະນາອົບຮົມແຂວງສາລະວັນ ນຳໂດຍ ສະຫາຍ ຈັນສະໝອນ ພົມມະແສງ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄ ສະນາອົບຮົມແຂວງສາລະວັນ ພ້ອມດ້ວຍຄະນະນໍາ, ພະ ນັກງານ- ຫຼັກແຫຼ່ງ.

ສ່ວນຝ່າຍຄະນະຜູ້ແທນ ຄະນະໂຄສະນາອົບຮົມແຂວງອັດຕະປື ນຳໂດຍ ສະຫາຍ ປອ ຄອນສະຫງ່າ ພິມມະສອນ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງອັດຕະປື ພ້ອມດ້ວຍຄະນະ, ພະນັກງານ-ຫຼັກແຫຼ່ງ ເຂົ້າຮ່ວມ.
ໃນພິທີພົບປະຄັ້ງນີ້, ທັງສອງຝ່າຍ ກໍໄດ້ລາຍການສະພາບລວມຂອງແຂວງ ແລະ ການເຄື່ອນໄຫວວຽກງານໂຄສະ ນາອົບຮົມ ໃນໄລຍະຜ່ານມາ, ຈາກນັ້ນ ຜູ້ແທນທັງສອງຝ່າຍ ກໍໄດ້ມີຄໍາເຫັນແລກປ່ຽນເຈາະຈີ້ມ ວຽກງານໃນແຕ່ລະດ້ານ ທີ່ເຕັມໄປດ້ວຍບົດຮຽນ, ທີ່ມີປະໂຫຍດ ໃຫ້ແກ່ທັງຜູ້ແທນສອງຝ່າຍ ເພື່ອນໍາໄປຈັດຕັ້ງປະຕິບັດ ໃນຕໍ່ໜ້າ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa