ສາລະວັນ ຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ຕິດພັນກັບການສະເຫຼີມສະຫຼອງວັນກໍາມະກອນສາກົນ ຄົບຮອບ 140 ປີ

ສາລະວັນ ຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ຕິດພັນກັບການສະເຫຼີມສະຫຼອງວັນກໍາມະກອນສາກົນ ຄົບຮອບ 140 ປີ
ວັນທີ 24 ເມສານີ້, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ສົມທົບກັບ ສະຫະພັນກໍາມະບານ ແຂວງສາລະວັນ ຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ປະຈໍາປີ 2026 ຕິດພັນກັບການສະເຫຼີມສະຫຼອງວັນກໍາມະກອນສາກົນ ຄົບຮອບ 140 ປີ ( 1 ພຶດສະພາ 1886 – 1 ພຶດສະພາ 2026) ຂື້ນຢູ່ທີ່ສະໂມສອນຂອງແຂວງ, ໂດຍການເຂົ້າຮ່ວມຂອງ ທ່ານ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ; ມີບັນດາຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ອົງການທຽບເທົ່າ, ບັນດາທ່ານຄະນະກຳມະການດ້ານຄວາມປອດໄພທາງຫຼວງຂັ້ນແຂວງ; ພະ ນັກງານ, ທະຫານ, ຕຳຫຼວດ, ນັກຮຽນ-ນັກສຶກສາ, ກຳມະກອນ, ຊາວຜູ້ອອກແຮງານ ຕະຫຼອດຮອດພໍ່ແມ່ປະຊາຊົນ 5 ບ້ານເທດສະບານເຂົ້າຮ່ວມ.
ການຈັດງານສັບປະດາແຫ່ງຊາດ ເປັນກິດຈະກຳໜຶ່ງ ທີ່ສະແດງໃຫ້ເຫັນເຖີງຄວາມເປັນຫ່ວງເປັນໄຍ, ຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບຂອງແຂວງ ຕໍ່ວຽກງານຄວາມປອດໄພທາງຫຼວງ, ທັງເປັນການຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍ: ການຈະລາຈອນທາງບົກ, ຍຸດທະສາດແຫ່ງຊາດດ້ານຄວາມປອດໄພທາງຫຼວງ ແລະ ມະຕິຂອງອົງການສະຫະປະຊາຊາດ ກ່ຽວກັບການປັບປຸງຄວາມປອດໄພທາງຫຼວງໃນທົ່ວໂລກ ເພື່ອໂຄສະນາ, ສ້າງສະຕິ ແລະ ປູກຈິດສໍານຶກໃຫ້ປະຊາຊົນທຸກຊັ້ນຄົນທົ່ວສັງຄົມ ເຫັນໄດ້ໄພອັນຕະລາຍຂອງການລະເມີດກົດຈະລາຈອນ ເປັນຕົ້ນ: ການຂັບຂີ່ລົດໄວ, ການດື່ມສິ່ງມຶນເມົາແລ້ວຂັບ ເປັນສາເຫດສ່ວນໃຫຍ່ໃນການເກີດອຸບັດເຫດ; ເຫັນໄດ້ຜົນກະທົບ ແລະ ຜົນສະທ້ອນຂອງການເກີດອຸບັດເຫດຕໍ່ການດໍາລົງຊີວິດຂອງຄົນໃນສັງຄົມ, ຕໍ່ເສດຖະກິດ ແລະ ການພັດທະນາ.
ວັນກຳມະກອນສາກົນ ກໍ່ເປັນອີກວັນໜຶ່ງທີ່ມີຄວາມໝາຍສໍາຄັນຕໍ່ກັບກຳມະກອນສາກົນ ກໍຄື ຊົນຊັ້ນກຳມະກອນລາວ, ໃນປະຈຸບັນສະພາບການຂອງໂລກ ແລະ ພາກພື້ນ ໄດ້ມີການຜັນແປຢ່າງສົບສົນ ເວົ້າສະເພາະ ແມ່ນເຂດອາຊີປາຊີຟິກ ໄດ້ມີຫຼາຍບັນຫາເກີດຂຶ້ນເປັນຕົ້ນ: ບັນຫາຄວາມຂັດແຍ່ງ, ບັນຫາເສດຖະກິດ-ສັງຄົມ ຈຶ່ງເຮັດໃຫ້ຜູ້ອອກແຮງານໃນທົ່ວໂລກ ກໍຄືຊົນຊັ້ນກຳມະກອນລາວ ໄດ້ຮັບຜົນກະທົບໃນຫຼາຍດ້ານເຊັ່ນ: ການກົດຂີ່ຂູດຮີດທາງດ້ານແຮງານ, ລາຍຮັບຕໍ່າ, ຄ່າຄອງຊີບເພີ້ມຂຶ້ນສູງ ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງກຳມະກອນ ແລະ ຜູ້ອອກແຮງານໃນທົ່ວໂລກ, ຜູ້ອອກແຮງງານລາວ ໂດຍສະເພາະແມ່ນການປັບປຸງຄ່າແຮງານບໍ່ທັນແທດເໝາະກັບສະພາບການປ່ຽນແປງໃໝ່ ໃນແຕ່ລະໄລຍະ ຈຶ່ງເປັນສາເຫດເຮັດໃຫ້ຜູ້ອອກແຮງານມີການເຄື່ອນຍ້າຍອອກຈາກປະເທດ ເພື່ອໄປຊອກຫາວຽກເຮັດງານທໍາຢູ່ຕ່າງປະເທດນັບມື້ຫຼາຍຂຶ້ນ. ສະນັ້ນ, ອົງການກຳມະບານ ໃນນາມເປັນອົງການຕາງໜ້າຜູ້ອອກແຮງານ ໄດ້ສົມທົບກັບຄະນະກຳມະການແຮງານແຕ່ລະຂັ້ນ ຄົ້ນຄວ້າ, ປັບປຸງຄ່າແຮງານຂັ້ນຕໍ່າໃຫ້ແກ່ຜູ້ອອກແຮງານໃນຜ່ານມາໄດ້ 10 ຄັ້ງ ໂດຍເລີ່ມຈາກ 26,000 ກີບ ຈົນເຖິງ 2,500,000 ກີບເປັນຕົ້ນມາ ເພື່ອປົກປ້ອງສິດຜົນ ປະໂຫຍດທາງດ້ານກົດໝາຍ, ຜູ້ອອກແຮງານໄດ້ເຂົ້າເຖິງການປົກປ້ອງທາງສັງຄົມ ແລະ ການປົກປ້ອງສິດທິພື້ນຖານດີຂຶ້ນເປັນກ້າວໆມາ.
ໃນຕອນທ້າຍກໍ່ໄດ້ມີການຕັດແຖບຜ້າເປີດງານຢ່າງເປັນທາງການ ພ້ອມທັງຮ່ວມຂະບວນການຍ່າງເພື່ອສຸຂະພາບໃນຈຸດທີ່ໄດ້ກຳນົດໄວ້, ພາຍໃນງານຍັງໄດ້ຈັດກິດຈະກໍາຖາມ-ຕອບ ຄວາມຮູ້ພື້ນຖານກ່ຽວກັບການຈະລາຈອນ ຕາມຖະໜົນຫົນທາງ ຕື່ມອີກ.
ພາບ-ຂ່າວ: ສ.ພະຈັນ
————————

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa