ສາລະວັນ ດໍາເນີນກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 4 ສະໄໝທີ X

ສາລະວັນ ດໍາເນີນກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 4 ສະໄໝທີ X
 
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສາລະວັນ ຄັ້ງທີ 4 ສະໄໝທີ X ໄດ້ໄຂຂື້ນຢ່າງເປັນທາງການ ໃນວັນທີ 9 ເມສາ 2026 ຢູ່ທີ່ຫ້ອງປະຊຸມ VIP ສະໂມສອນແຂວງສາລະວັນ ໂດຍການເປັນປະທານຂອງ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ; ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ; ກຳມະການພັກແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ການຕີລາຄາຄືນການຈັດຕັ້ງປະຕິບັດໜ້າທີ່ ການເມືອງໃນໄລຍະ 3 ເດືອນຜ່ານມາ, ພ້ອມທັງກຳນົດທິດທາງ, ໜ້າທີ່ຈຸດສຸມ ເພື່ອສືບຕໍ່ຊີ້ນຳ-ນຳພາ ການພັດທະນາເສດຖະກິດ – ສັງຄົມຂອງແຂວງ ໃຫ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງໃນຕໍ່ໜ້າ ແລະ ຕີລາຄາ ບັນດາຈຸດອ່ອນ, ຂໍ້ຄົງຄ້າງ, ສາເຫດທີ່ພາໃຫ້ການປະຕິບັດວຽກງານບາງດ້ານ ຍັງບໍ່ທັນ ບັນລຸຄາດໝາຍທີ່ວາງໄວ້. ກອງປະຊຸມໃນຄັ້ງນີ້ ໄດ້ນໍາເອົາ 7 ຫົວຂໍ້ສໍາຄັນຄົ້ນຄວ້າ ເປັນຕົ້ນ: ເຜີຍແຜ່ຜົນສຳເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄໝທີ XII, ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລຶກ ສະພາແຫ່ງຊາດຊຸດທີ X ແລະ ເຜີຍແຜ່ຂໍ້ກໍານົດຂອງກົມການເມືອງສູນກາງພັກ ສະບັບເລກທີ 46/ກມສພ ວ່າດ້ວຍ ແບບແຜນວິທີເຮັດວຽກ ແລະ ການພົວພັນລະຫວ່າງເລຂາພັກແຂວງ ແລະ ປະທານຄະນະກຳມະການປົກຄອງແຂວງ; ທາບຮ່າງບົດຕີລາຄາການນໍາພາຮອບດ້ານຂອງຄະນະບໍລິຫານງານພັກແຂວງ 3 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 9 ເດືອນປີ 2026, ແຜນວຽກຈຸດສຸມ 3 ເດືອນ; ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ການລົງທືນ ແລະ ງົບປະມານ 3 ເດືອນຕົ້ນ ແລະ ທິດທາງແຜນການ 9 ເດືອນທ້າຍປີ 2026 ແລະ ການລົງທືນ 2026; ລາຍງານຄວາມຄືບໜ້າໃນການສ້າງຕາແສງພາຍໃນແຂວງ; ລາຍງານການວາງແຜນຕ້ານເຝົ້າລະວົງໄພພິບັດ (ອັກຄີໄພ, ລົມພະຍຸ); ລາຍງານການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະ ລາຍງານມາດຕະການຂາດແຄນນໍ້າມັນ ເຊື້ອໄຟ.
ໃນນັ້ນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງສາລະວັນ 3 ເດືອນຕົ້ນປີ 2026 ເປັນປີເລີ່ມຕົ້ນໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030). ເຖິງວ່າຈະປະເຊີນກັບສິ່ງທ້າທາຍຫຼາຍປະການກໍຕາມ, ແຕ່ຄະນະບໍລິຫານງານພັກແຂວງ ກໍໄດ້ມີຄວາມພະຍາຍາມ, ຄວາມສາມັກຄີເປັນປຶກແຜ່ນ, ເປັນເຈົ້າການ ຮັບຜິດຊອບສູງ ສາມາດຮັກສາໄດ້ສະຖຽນລະພາບ ທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ເຮັດໃຫ້ການຈັດຕັ້ງປະຕິບັດໃນ ໄລຍະ 3 ເດືອນຕົ້ນປີ 2026 ທ່ວງທ່າຂະຫຍາຍຕົວດີ ຕາມເປົ້າໝາຍຂອງການພັດທະນາ ເປັນຕົ້ນ: ດ້ານລາຍຮັບ ປະຕິບັດໄດ້ 107.79 ຕື້ກີບ, ເທົ່າກັບ 29.07% ຂອງແຜນການປີ. ໃນນັ້ນ ລາຍຮັບສູນກາງ ປະຕິບັດໄດ້ 53.45 ຕື້ກີບ ເທົ່າກັບ 45.06% ຂອງແຜນການປີ; ລາຍຮັບທ້ອງຖິ່ນປະຕິບັດໄດ້ 54.34 ຕື້ກີບ, ທຽບໃສ່ແຜນການປີ ເທົ່າກັບ 21,55% ສ່ວນດ້ານລາຍຈ່າຍ: ປະຕິບັດໄດ້ 245.84 ຕື້ກີບ, ເທົ່າກັບ 0.25% ຂອງແຜນການປີ. ອັນທີ່ພົ້ນເດັ່ນ ໃນໄລຍະ 3 ເດືອນຕົ້ນຜ່ານມາ ສາມາດຄຸ້ມຄອງລາຍຈ່າຍງົບປະມານ ຕາມທີ່ສະພາຮັບຮອງ ແລະ ປະຕິບັດລາຍຈ່າຍ ທີ່ເປັນບູລິມະສິດຂອງລັດຖະບານ ທັນຕາມກຳນົດເວລາ ໂດຍສະເພາະແມ່ນການຈ່າຍເງິນເດືອນໃນທົ່ວແຂວງ ແມ່ນສໍາເລັດຮອດເດືອນ 2 ປີ 2026.
ສໍາລັບການລົງທຶນພາຍໃນແຂວງ ເພື່ອການພັດທະນາ ປະຕິບັດໄດ້ 450.30 ຕື້ກວ່າກີບ, ເທົ່າກັບ 25.73% ຂອງແຜນການປີ (ແຜນ 1,750 ຕື້ກີບ); ການຜະລິດເຂົ້ານາແຊງ ປັກດໍາແລ້ວ 13,348 ເຮັກຕາ, ເທົ່າກັບ 95%; ການຜະລິດພືດສະບຽງ 4,999 ເຮັກຕາ, ເທົ່າ 68% ແລະ ເກັບກູ້ແລ້ວ 2,543 ເຮັກຕາ, ຜົນຜະລິດ 18,172 ໂຕນ; ການປູກພືດເປັນສິນຄ້າ ແຜນການປູກພືດສິນຄ້າລະດູແລ້ງ ທັງໝົດ 428 ເຮັກຕາ, ຄາດຄະເນຜົນຜະລິດ 1,511 ໂຕນ ປະຕິບັດໄດ້ 23 ເຮັກຕາ, ທຽບໃສ່ແຜນການ ເທົ່າກັບ 5.3%; ການທ່ອງທ່ຽວສາມາດດຶງດູດນັກທ່ອງທ່ຽວທັງພາຍ ໃນ ແລະ ຕ່າງປະເທດ ໄດ້ 51,300 ເທື່ອຄົນ, ເທົ່າກັບ 33.05% ຂອງແຜນປີ, ປະເມີນການສ້າງລາຍຮັບໄດ້ 6.9 ລ້ານກວ່າໂດລາ, ປະຕິບັດໄດ້ 42.6% ຂອງແຜນການປີ ແລະ ອື່ນໆ.
ໃນຕອນທ້າຍກອງປະຊຸມ ຍັງໄດ້ສະແດງຄວາມຄິດເຫັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໃນຕໍ່ໜ້າປະສົບຜົນສໍາເລັດຕາມຄາດໝາຍ.
ພາບ-ຂ່າວ: ສ.ພະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa