ສາລະວັນ ປະຖະກະຖາ ວັນສ້າງຕັ້ງພັກ ປະຊາຊົນ ປະຕິ ວັດລາວ ຄົບຮອບ 69 ປີ ແລະ ວັນຄຽດແຄ້ນຂອງປະຊາ ຊົນລາວ ຄົບຮອບ 78 ປີ.

ມາໃນວັນທີ 21 ມີນາ 2024 ຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ຈັດພິທີປະຖະກະຖາວັນ ສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ ( 22 ມີນາ 1955 -22 ມີນາ 2024 ) ແລະ ວັນຄຽດແຄ້ນຂອງປະຊາຊົນລາວ ຄົບຮອບ 78 ປີ ( 21 ມີນາ 1946-21 ມີນາ 2024 ) ຂື້ນທີ່ສະໂມສອນ ໃຫຍ່ຂອງແຂວາງ ຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມຮັບຟັງພິທີດັ່ງກ່າວ ມີ ທ່ານ ຈັນສະຫມອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວຫນ້າຄະນະໂຄສະ ນາອົບຮົມແຂວງ ແລະ ມີບັນດາທ່ານ ກໍາມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ພະນັກງານຫຼັກແຫຼ່ງ, ພະນັກງານ-ວິຊາການເຂົ້າຮ່ວມ.

 

ໃນພິທີ ທ່ານ ບຸນທຽມ ແກ້ວໄຊຍະວົງ ອາດີດຮອງເລຂາພັກເມືອງ, ອາດີດຫົວໜ້າຄະນະຄະນະຈັດຕັ້ງແຂວງ ໃຫ້ກຽດຂຶ້ນຜ່ານເອກະສານວັນສ້າງຕັ້ງພັກປະຊາຊົນປະຕິບັດລາວ ຄົບຮອບ 68 ປີ ເຊິງທ່ານໃຫ້ຮູ້ວ່າ: ຊາດລາວເປັນຊາດໜື່ງ ທີ່ມີປະຫວັດສາດອັນຍາວນານ ມີມູນເຊື້ອໃນການຕໍ່ສູ້ຕີເອົາຊະນະຈັກກະພັດຜູ້ຮຸກຮານ, ມີມູນເຊື້ອໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຕໍ່ມາໃນປີ 1893 ລາວເປັນຫົວເມືອງຂື້ນຂອງຝຣັ່ງ ປະຊາ ຊົນລາວ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ ແລະ ປ່າເຖື່ອນເມືອເຫັນ ດັ່ງນັ້ນ ຈຶ່ງເກີດມີຂະບວນການລຸກຮື້ຂື້ນຕໍ່ຕ້ານແອກປົກຄອງຂອງພວກລ່າເມືອງຂື້ນ ຢ່າງອົງອາດກ້າຫານ ເປັນຂະບວນ ການຢ່າງຕໍ່ເນືອງ ຈົນ ມາຮອດປີ 1955 ດ້ວຍຄວາມຮຽກຮ້ອງຕ້ອງການໃໝ່ ຂອງການປະຕິບັດ ແລະ ໂດຍປະຕິບັດຕາມມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ 2 ຂອງພັກກອມມູນິດອິນດູຈີນ, ບັນດານັກກອມມູນິດລາວ ພາຍຫຼັງທີ່ໄດ້ກະກຽມມາໄດ້ໄລຍະໜື່ງ ກໍ່ໄດ້ເປີດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສ້າງຕັ້ງພັກ ປະຕິບັດ ຂອງຕົນເອງຂື້ນ ໃນວັນທີ 22 ມີນາ ຄສ 1955 ຈາກນັ້ນ ກໍ່ໄດ້ຕໍ່ສູ້ກັນມາຢ່າງລຽນຕິດ ອັນລະອິດລະອ້ຽວ ຈົນມາຮອດວັນທີ 2 ທັນວາ 1975 ຈື່ງໄດ້ປະກາດສ້າງຕັ້ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ, ໄຊຊະນະຄັ້ງນີ້ ເປັນຂີດໝາຍແຫ່ງເຫດການປະຫວັດສາດ ໄດ້ກາຍເປັນໝາກຜົນໃນການຕໍ່ສູ້ອັນສຳເລັດ ຂອງການປະຕິວັດຊາດ ປະຊາທິປະໄຕ ຢ່າງສົມບູນ ແລະ ໄດ້ໄຂສັງກາດໃໝ່ ໄລຍະຂະຫຍາຍຕົວທີ່ຮຸ່ງເຮືອງສົດໃສທີ່ສຸດ ໃນປະຫວັດສາດ ຂອງຊາດລາວ ກ້າວຂື້ນສູ່ເສັ້ນທາງອັນສະຫວ່າງສະໄຫວ ຂອງລັດທິສັງຄົມນິຍົມ ພາຍໃຕ້ການນຳພາຂອງພັກ ປະຊາຊົນ ປະຕິວັດລາວ.

ຫລັງຈາກນັ້ນ ທ່ານ ຄໍາຈັນ ແຈ່ມສະໝອນ ອາດີດຄະນະປະຈໍາພັກແຂວງ, ອາດີດປະທານກວດກາພັກ-ລັດແຂວງ ກໍ່ໄດ້ຂື້ນຜ່ານເອກະສານວັນຄຽດແຄ້ນຂອງປະຊາຊົນລາວ ຄົບຮອບ 78 ປີຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa