ສື່ມວນຊົນ ພາກກາງ ແລະ ພາກໃຕ້ ຝຶກອົບຮົມ ການລາຍງານຂ່າວບັນຫາສີຂຽວ ຮູບແບບທາງໄກ

ໃນວັນທີ 4 ພຶດສະພາ 2026 ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງ ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສົງຄົມ ເພື່ອການພັດທະນາສີຂຽວ ໃນ ສປປ ລາວ (GAMCIL) ຈັດຝຶກອົບຮົມການລາຍງານຂ່າວບັນຫາສີຂຽວປະຈຳປີ 2026 ທີ່ໂຮງແຮມຊະນະແກ້ວ ນະຄອນຫຼວງພະບາງ ໂດຍການເປັນປະທານຮ່ວມຂອງ ທ່ານ ສະຫວັນຄອນ ຣາຊມົນຕຣີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ; ທ່ານ ບຸນໄຫຼ ດວງເດືອນ ຮອງຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງພະບາງ; ທ່ານ ບຸນເພັງ ທຳມະວົງ ຫົວໜ້າບໍລິຫານແຜນງານໂຄງການອາວຸໂສ ອົງການແຄຣ໌ ລາວ; ມີຄະນະສະມາຄົມນັກຂ່າວລາວ, ຄູຝຶກ ແລະ ນັກຂ່າວຈາກ 8 ແຂວງພາກເໜືອ ຝຶກອົບຮົມແບບເຊິ່ງໜ້າ ພ້ອມດ້ວຍນັກຂ່າວແຂວງພາກກາງ ແລະ ພາກໃຕ້ ເຂົ້າຮ່ວມຝຶກອົບຮົມໃນຮູບແບບທາງໄກ.

ຊຸດຝຶກອົບຮົມຄັ້ງນີ້, ສໍາມະນາກອນ ໄດ້ເຮັດບົດທົດສອບກ່ອນການຝຶກອົບຮົມ (Pre-Test); ແນະນໍາກ່ຽວກັບມາດຕະຖານນັກຂ່າວທີ່ດີ GQJS; ຮຽນຮູ້ຂ່າວ ແລະ ຂໍ້ມູນຂ່າວສານການຂຽນຂ່າວ; ແນະນໍາກ່ຽວກັບການລາຍງານຂ່າວສີຂຽວ (Green Reporting) ຜ່ານວີດີໂອ; ສິ່ງທ້າທາຍກ່ຽວກັບການປ່ຽນແປງສະພາບພູມອາກາດ ແລະ ສິ່ງແວດລ້ອມໃນລາວ; ແຫຼ່ງຂໍ້ມູນໜ້າເຊື່ອຖື ແລະ ແຫ່ງຂໍ້ມູນ; ການວິເຄາະຕົວຊີ້ບອກ; ຄຸນລັກສະນະການຂຽນຂ່າວສະພາບອາກາດທີ່ດີ ແລະ ວິເຄາະບົດຂ່າວຈາກ DW; ທັກສະການຂຽນຂ່າວສະພາບອາກາດ ໃຫ້ດີຂື້້ນ ແລະ ການເຂົ້າກຸ່ມເປົ້າໝາຍ; ການຊອກປະເດັນຂ່າວສີຂຽວ; ການຖ່າຍຮູບລົງສື່ສັງຄົມອອນລາຍ ແລະ ເຄື່ອງມືການຈັດອົງປະກອບພາບ; ການນໍາສະເໜີປະເດັນຂ່າວສີຂຽວ ລົງໃນສື່ສັງຄົມອອນລາຍ; ວິທີໃຊ້ແຄນວາ Cavas ເພື່ອສ້າງຂ່າວ ແລະ ການໃຊ້ Cavas; ການສ້າງໂພດລົງ Facebook ຫຼື Reels; ການນໍາໃຊ້ AI ເຂົ້າຊ່ວຍວຽກງານຂ່າວ. ນອກຈາກໄດ້ຮຽນທາງດ້ານທິດສະດີ ຜູ້ເຂົ້າຮ່ວມຍັງໄດ້ຮ່ວມປະກອບຄວາມເຫັນ ແລະ ຮ່ວມເຮັດກິດຈະກໍາກຸ່ມ ແລະ ປະຕິບັດຕົວຈິງ.

ຊຸດຝຶກອົບຮົມຄັ້ງນີ້ ຈຸດປະສົງສ້າງເນື້ອໃນສື່ອອນລາຍຍຸກໃໝ່, ນຳໃຊ້ເທັກໂນໂລຊີຊ່ວຍຜະລິດຂ່າວ, ການຕັດຕໍ່, ບົດບາດຍິງ-ຊາຍ, ແລະ ລາຍງານຂ່າວສີຂຽວ (ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ) ເປົ້າໝາຍຫຼັກ ເພື່ອປັບປຸງຄວາມຮູ້ສື່ສັງຄົມ, ຫຼຸດຄວາມສ່ຽງຂ່າວປອມ, ແລະ ປູກຈິດສຳນຶກປົກປັກຮັກສາສິ່ງແວດລ້ອມ, ເພື່ອສ້າງນັກຂ່າວເປັນມືອາຊີບລາຍງານຂ່າວ ພ້ອມເປັນກະບອກສຽງຂອງສັງຄົມ, ຊຸດຝຶກອົບຮົມຈະໄດ້ດໍາເນີນເປັນເວລາ 5 ວັນ ເລີ່ມແຕ່ວັນທີ 4-8 ພຶດສະພາ 2026 ຈິ່ງສຳເລັດ.
———————————-
ພາບ: ທະນູສິນ ອິດທິພົນ ໂທລະພາບ ນະຄອນຫຼວງພະບາງ