ອົງການກາແດງ ເຄື່ອນໄຫວຮັບບໍລິຈາກເລືອດແບບສະໝັກໃຈ
ຢູ່ທີ່ພະແນກສຶກສາທິການ ແລະ ກິລາແຂວງສາລະວັນ
ໃນວັນທີ 07 ກັນຍາ 2026, ອົງການກາແດງ ໄດ້ເຄື່ອນໄຫວຈັດກິດຈະກໍາຮັບບໍລິຈາກເລືອດແບບສະໝັກໃຈ ຢູ່ທີ່ພະແນກສຶກສາທິການ ແລະ ກິລາແຂວງສາລະວັນ, ໂດຍມີ ທ່ານ ສຸນີ ນາມມະບົວລີ ຫົວໜ້າພະແນກສຶກສາທິການ ແລະ ກິລາ, ມີຮອງພະແນກ, ມີຫົວໜ້າຂະແໜງ-ຮອງຂະແໜງ, ອົງການກາແດງແຂວງ. ພະນັກ ງານ-ລັດຖະກອນ ພາຍໃນພະແນກສຶກສາທິການ ແລະ ກິລາແຂວງເຂົ້າຮ່ວມ.

ການບໍລິຈາກເລືອດແບບສະໝັກໃຈ ໂດຍບໍ່ຫວັງສິ່ງຕອບແທນ, ສາມາດຕໍ່ຊີວິດຂອງຄົນເຮົາອີກຫຼາຍຊີວິດ; ເລືອດເປັນສິ່ງຈໍາເປັນຢ່າງຍິ່ງຕໍ່ວຽກງານປິ່ນປົວ ເນື່ອງຈາກບໍ່ມີໂຮງງານໃດສາມາດຜະລິດເລືອດມາທົດແທນໄດ້ ແລະ ເລືອດບໍ່ແມ່ນສິນຄ້າທີ່ສາມາດຊື້-ຂາຍກັນໄດ້. ໃນປະຈຸບັນ ທີ່ຄວາມຕ້ອງການນໍາໃຊ້ເລືອດແມ່ນມີຫຼາຍ ເພື່ອປິ່ນປົວຄົນເຈັບ ແລະ ຜູ້ປ່ວຍໃນແຕ່ລະປີ ທີ່ມີຈຳນວນເພີ່ມຂຶ້ນເລື່ອຍໆ ແຕ່ການສະໜອງເລືອດຍັງບໍ່ທັນພຽງພໍກັບຄວາມຕ້ອງການ.

ໃນໂອກາດດັ່ງກ່າວ ໄດ້ມີຜູ້ສະໝັກໃຈບໍລິຈາກເລືອດທັງໝົດ 7 ຄົນ ໄດ້ເລືອດ 7 ຖົງ ເທົ່າກັບ 2.450 ຊີຊີ.
ພາບ ແລະ ຂ່າວ: ແກ້ວວຽງຄອນ ດອກຝາງແດງ