ຮອງປະທານຄະນະກໍາມະການປົກຄອງແຂວງສາລະວັນ ເຄື່ອນໄຫວເຮັດວຽກຢູ່ເມືອງຕະໂອ້ຍ

ຮອງປະທານຄະນະກໍາມະການປົກຄອງແຂວງສາລະວັນ ເຄື່ອນໄຫວເຮັດວຽກຢູ່ເມືອງຕະໂອ້ຍ
ທ່ານ ແຫວນເພັດ ລັດດາວົງ ຮອງປະທານຄະນະກໍາມະການປົກຄອງ ແຂວງສາລະວັນ ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາ-ສັງຄົມ ພ້ອມດ້ວຍຄະນະ ເຄື່ອນໄຫວເຮັດວຽກຢູ່ເມືອງຕະໂອ້ຍ, ໃນອາທິດຜ່ານມານີ້. ໂດຍການຕ້ອນຮັບຂອງ ທ່ານ ນາງ ບຸນຖິນ ແກ່ນພົມມາ ປະທານຄະນະກໍາມະການປົກຄອງເມືອງ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ພ້ອມດ້ວຍການນນຳຂອງເມືອງ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ນາງ ບຸນຖິນ ແກ່ນພົມມາ ໄດ້ລາຍງານສະພາບລວມໃນການຊີ້ນໍາໆພາຈັດຕັ້ງປະຕິບັດວຽກງານຂົງເຂດວັດທະນະທຳ-ສັງຄົມ, ເຊີ່ງມີທັງດ້ານຕັ້ງໜ້າ, ດ້ານດີ, ບັນດາຂໍ້ຫຍຸງຍາກຕ່າງໆ, ເຊີ່ງໄລຍະຜ່ານມາ ໄດ້ສຸມໃສ່ວຽກງານການສຶກສາ, ປະຕິບັດແຜນພັດທະນາການສຶກສາທິການ ແລະ ກິລາ, ທົ່ວເມືອງ ມີໂຮງຮຽນທັງໝົດ 70 ແຫ່ງ, ໃນນັ້ນ: ໂຮງຮຽນມັດທະຍົມສົມບູນ 2 ແຫ່ງ, ມັດທະຍົມຕອນຕົ້ນ 7 ແຫ່ງ, ປະຖົມສົມບູນ 57 ແຫ່ງ ແລະ ໂຮງຮຽນອະນຸບານ 4 ແຫ່ງ; ສໍາລັບສົກຮຽນປີ 2025-2026 ມີນັກຮຽນທັງໝົດ 7,431 ຄົນ, ຍິງ 3,461 ຄົນ, ມີລັດຖະກອນຄູທັງໝົດຈໍານວນ 337 ຄົນ, (ພະນັກງານບໍລິຫານຫ້ອງການ 42 ຄົນ, ຄູສອນ 295 ຄົນ); ດ້ານວຽກງານສາທາລະນະສຸກ: ໄດ້ຖືເອົາວຽກອະນາໄມ, ປ້ອງກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ, ປະຕິບັດຍຸດທະສາດປະຕິຮູບລະບົບສາທາລະນະສຸກຮອບດ້ານ ແລະ 7 ແຜນງານຂອງກະຊວງສາທາລະນະສຸກ ກຳນົດໄວ້; ນອກນັ້ນ, ໄດ້ເຮັດວຽກຮ່ວມກັບພະແນກ ຮສສ ແຂວງ ແລະ ປກສ ແຂວງ ເຄື່ອນໄຫວເກັບກໍາຂໍ້ມູນສະຕິຖິແຮງງານຄົນພາຍໃນ ແລະ ຕ່າງປະເທດ ໄດ້ກວດກາພົບແຮງງານພາຍໃນ ແລະ ຕ່າງປະເທດ ທັງໝົດມີ 255 ຄົນ, ຍິງ 78 ຄົນ, ໃນນີ້ແຮງງານລາວ 117 ຄົນ, ແຮງງານຄົນຫວຽດນາມ 113 ຄົນ, ຍິງ 31 ຄົນ, ສັນຊາດຈີນ 24 ຄົນ, ຍິງ 5 ຄົນ, ສັນຊາດໄທ 1 ຄົນ, ກວດພົບແຮງງານທີ່ມີເອກະສານບໍ່ຖືກຕ້ອງ 35 ຄົນ, ຍິງ 11 ຄົນ ເປັນສັນຊາດຫວຽດນາມ, ໄດ້ຈັດສົ່ງຊາວໜຸ່ມໄປຝຶກອົບຮົມວິຊາຊີບ ທີ່ສູນໂຮງຮຽນປາກເຊ 7 ຄົນ, ຍິງ 3 ຄົນ, ອອກບັດ ເອທີເອັມ ການຈ່າຍເງິນເດືອນຂອງພະນັກງານບໍານານ, ເສຍອົງຄະ, ເດັກກໍາພ້າ ແລະ ນາງໝ້າຍ ຈໍານວນ 89 ບັດ, ຄິດໄລ່ ແລະ ປະຕິບັດນະໂຍບາຍຈ່າຍເງິນອຸດໜູນເກີດລູກ, ຄູ່ສົມລົດ ໃຫ້ພະນັກງານລັດຖະກອນ ມີ 6 ຄັ້ງ ເປັນເງິນ 17 ລ້ານກວ່າກີບ; ປະຕິບັດນະໂຍບາຍເສຍຊີວິດ 4 ທ່ານ ເປັນເງິນ 275 ລ້ານກວ່າກີບ, ໄດ້ຈ່າຍເງິນອຸດໜຸນນະໂຍບາຍຜູ້ທີ່ມີຜົນງານຄຸນງາມຄວາມດີອອກກ່ອນກຳນົດຜູ້ຍັງມີຊີວິດ 41 ທ່ານ ແລະ ເສຍສະຫຼະຊີວິດ 457 ທ່ານ ເປັນເງິນທັງໝົດ 10 ຕື້ກວ່າກີບ.
ສໍາລັບວຽກງານວັດທະນະທໍາ ແລະ ທ່ອງທ່ຽວ: ໄດ້ເຄື່ອນໄຫວກວດກາ, ເກັບກໍາຂໍ້ມູນຂຽນບົດໂຄງການ ສ້າງຄອບຄົວ ແລະ ບ້ານວັດທະນະທໍາ 2 ບ້ານຄື: ບ້ານທົ່ງຊະ, ບ້ານປະເສຍ ແລະ ກົມກອງ 1 ກົມກອງ (ຄື: ຫ້ອງການສຶກສາ), ໄດ້ກໍານົດຈຸດທ່ອງທ່ຽວບ່ອນຫຼິ້ນປີໃໝ່ລາວ ຂອງເມືອງ ແລະ ໄດ້ເຂົ້າຮ່ວມກວດກາອາຫານສໍາເລັດຮູບ- ເຄື່ອງດື່ມ, ເຄື່ອງສໍາອາງ ຮ່ວມກັບຫ້ອງການກ່ຽວຂ້ອງ ແລະ ວຽກງານກາແດງ: ໄດ້ເຄື່ອນໄຫວຕາມພາລະບົດບາດຂອງວຽກງານກາແດງສະເພາະຕົ້ນປີ 2026 ໄດ້ຮັບການບໍລິຈາກເລືອດໂດຍບໍ່ຫວັງຜົນຕອບແທນ ແລະ ວຽກງານອື່ນໆ, ຈາກນັ້ນໃນຕອນທ້າຍຍັງໄດ້ຮັບຟັງການໂອ້ລົມຈາກທ່ານປະທານຕື່ມອີກ.
——————————–
ຂ່າວ-ພາບ: ສື່ມວນຊົນເມືອງຕະໂອ້ຍ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa