ເມືອງສະໝ້ວຍ ປະກາດສ້າງຕັ້ງ ຕາແສງອາຕຸກ ແລະ ຕາແສງອາຊີງ
ທ່ານ ສົມນຶກ ກຸມມານພິນເບ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງສະໝ້ວຍ ໄດ້ລາຍງານ ໃຫ້ຮູ້ວ່າ: ຕາແສງອາຊິງ ຕັ້ງຢູ່ຈຸດບ້ານ ອາຊີງສົມບູນ; ຫ່າງຈາກຕົວເມືອງ 2 ກິໂລແມັດ, ມີເນື້ອທີ່ທັງໝົດ 13,199 ເຮັກຕາ, ປະກອບມີ 9 ບ້ານ, ມີພົນລະເມືອງທັງໝົດ 6,251 ຄົນ, ຍິງ 3,072 ຄົນ, ມີ 1,233 ຄອບຄົວ, ມີ 1,171 ຫຼັງຄາເຮືອນ, ສ່ວນໃຫຍ່ປະຊາຊົນ ກວມເອົາ 95% ເຮັດການຜະລິດກະສິກໍາ ເປັນອາຊີບຕົ້ນຕໍ, ນອກນັ້ນ, ມີີອາຊີບພະນັກງານ ແລະ ອາຊີບຄ້າຂາຍ. ສຳລັບຕາແສງອາຕຸກ ຕັ້ງຢູ່ບ້ານ ລະໄລອາສ້ອຍ, ຫ່າງຈາກຕົວເມືອງ ປະມານ 10 ກິໂລແມັດ, ມີເນື້ອທີ່ທັງໝົດ 13,754 ເຮັກຕາ, ປະກອບມີ 13 ບ້ານ, ມີພົນລະເມືອງທັງໝົດ 4,913 ຄົນ, ຍິງ 2,469 ຄົນ, ມີ 983 ຄອບຄົວ, ມີ 896 ຫຼັງຄາເຮືອນ, ປະຊາຊົນ 95% ເຮັດການຜະລິດກະສີກໍາເປັນອາຊີບຕົ້ນຕໍ ແລະ ອາຊີບຄ້າຂາຍ ຈຳນວນໜຶ່ງ. ສຳລັບບຸກຄະລາກອນ ປະຈຳຕາແສງອາຊີງ ມີທັງໝົດ 11 ທ່ານ, ຍິງ 2 ທ່ານ, ມີ 9 ໜ່ວຍພັກຂຶ້ນກັບ, ສຳນັກງານ ຄະນະກໍາມະການປົກຄອງຕາແສງ ອາຊິງ ເປັນອາຄານຖາວອນຊັ້ນດຽວ, ກໍ່ດ້ວຍປູນ, ມຸງດ້ວຍກະເບື້ອງ, ມີ 5 ຫ້ອງເຮັດວຽກ ແລະ ຕາແສງ ອາຕຸກ ປະກອບມີ 13 ໜ່ວຍພັກຂຶ້ນກັບ, ມີພະນັກງານປະຈຳຕາແສງ 12 ທ່ານ, ສ່ວນອາເປັນອາຄານຖາວອນຊັ້ນດຽວ, ກໍ່ດ້ວຍປູນ, ມຸງດ້ວຍສັງກະສີ, ມີ 7 ຫ້ອງເຮັດວຽກ.

ຈາກນັ້ນ, ທ່ານ ຈັນສີລອນ ສີສົມບູນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງສາລະວັນ ວ່າດ້ວຍ: ການສ້າງຕັ້ງ ຕາແສງອາຕຸກ ແລະ ຕາແສງອາຊີງ, ຜ່ານມະຕິຕົກລົງ ວ່າດ້ວຍ: ການອະນຸມັດສ້າງຕັ້ງການຈັດຕັ້ງອົງຄະນະພັກຮາກຖານ 2 ຕາແສງ ທີ່ຂຶ້ນກັບອົງຄະນະບໍລິຫານງານພັກເມືອງສະໝ້ວຍ, ຜ່ານຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງເມືອງ ວ່າດ້ວຍ: ການແຕ່ງຕັ້ງປະທານຄະນະກຳມະການປົກຄອງ 2 ຕາແສງ, ຂໍ້ຕົກລົງວ່າດ້ວຍ: ການແຕ່ງຕັ້ງ ປະທານ, ຮອງປະທານຕາແສງ ແລະ ມະຕິຕົກລົງວ່າດ້ວຍ: ການແຕ່ງຕັ້ງ ເລຂາ, ຮອງເລຂາ ແລະ ຄະນະພັກຮາກຖານ 2 ຕາແສງ. ຈາກນັ້ນ ຍັງໄດ້ຮັບຟັງຄໍາໂອ້ລົມຂອງ ທ່ານຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ ເພື່ອເປັນບ່ອນອີງໃນການຈັດຕັ້ງ ປະຕິບັດໃນຕໍ່ໜ້າ.

ໃນໂອກາດດຽວກັນນັ້ນ, ກໍໄດ້ມີພິທີຕັດແຖບຜ້າ ແລະ ເປີດປ້າຍສຳນັກງານ, ພ້ອມທັງລັ່ນຄ້ອງ 9 ບາດ ເພື່ອປະກາດ 2 ຕາແສງອາຕຸກ ແລະ ຕາແສງອາຊີງ ຢ່າງເປັນທາງການ, ພ້ອມທັງຢ້ຽມຊົມ ອາຄານ ແລະ ຫ້ອງເຮັດວຽກ ຕື່ມອີກ.

ພິທີປະກາດ ໄດ້ຈັດຂຶ້ນໃນວັນທີ 4 ກັນຍາ 2026, ທີ່ສະໂມສອນເມືອງສະໝ້ວຍ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ທ່ານ ທອງດີ ຈັນທະວົງ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ຜູ້ຊີ້ນໍາວຽກງານຮອບດ້ານເມືອງສະໝ້ວຍ, ທ່ານ ບຸນເນື້ອ ຫຼອງຄຳໄຕ ກຳມະການພັກແຂວງ, ເລຂາພັກເມືອງ, ບັນດາເມືອງອ້ອມຂ້າງ, ພະນັກງານອາວຸໂສບໍານານ, ເລຂາໜ່ວຍພັກ-ນາຍບ້ານ ແລະ ແຂກທີ່ຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ.
ຂ່າວ-ພາບ: ຄຸ້ຍ ສາຍຕັງໂກ (ຄະນະໂຄສະນາອົບຮົມເມືອງ)