ແຂວງສາລະວັນ ຫາລືວຽກງານກົນໄກບໍລິການຂອງລັດ ຜ່ານປະຕູດຽວ

ແຂວງສາລະວັນ ຫາລືວຽກງານກົນໄກບໍລິການຂອງລັດ ຜ່ານປະຕູດຽວ

ກອງປະຊຸມປຶກສາຫາລືກ່ຽວກັບວຽກງານກົນໄກບໍລິການຂອງລັດ ຜ່ານປະຕູດຽວ ຂອງແຂວງສາລະວັນ ໄດ້ຈັດຂື້ນໃນວັນທີ 4 ກັນຍາ 2026 ຢູ່ຫ້ອງປະຊຸມ, ສະໂມ ສອນແຂວງ ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ປະທານຄະນະກໍາມະການປົກຄອງແຂວງສາລະວັນ; ມີຄະນະຮັບຜິດຊອບວຽກງານປະຕູດຽວຂັ້ນແຂວງ-ເມືອງ ແລະ ກອງເລຂາຊ່ວຍວຽກ, ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂດຍປະຕິບັດຕາມຂໍ້ຕົກລົງຂອງຄະນະກໍາມະການປົກຄອງແຂວງ ສະບັບເລກ ທີ 948/ຄປຂ, ລົງວັນທີ 17 ສິງຫາ 2026 ວ່າດ້ວຍ: ການແຕ່ງຕັ້ງຄະນະຮັບຜິດ ຊອບຊີ້ນໍາລວມ ແລະ ກອງເລຂາການຈັດຕັ້ງປະຕິບັດວຽກງານການບໍລິການຂອງລັດ ຜ່ານປະຕູດຽວຂັ້ນແຂວງ; ການຄົ້ນຄວ້າປຶກສາຫາລືໃນຄັ້ງນີ້ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດ, ຖອດຖອນບົດ ຮຽນຜົນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ຮ່າງຄໍາແນະນໍາຂອງ ປະທານຄະນະອົງການປົກຄອງແຂວງ. ປັດຈຸບັນ, ແຂວງສາລະວັນ ເປີດສູນບໍລິການກົນໄກ ການບໍລິການຂອງລັດ ຜ່ານປະຕູດຽວ ທັງໝົດມີ 3 ສູນບໍລິການ ທີ່ຂຶ້ນກັບເມືອງຄື: ເມືອງຄົງເຊໂດນ, ເມືອງເລົ່າງາມ ແລະ ເມືອງສາລະວັນ, ໃນເມື່ອກ່ອນມີ 9 ຂະແໜງການ, ພາຍຫຼັງມີໂຮມການຈັດຕັ້ງເຂົ້າກັນແລ້ວ, ໄດ້ບັນຈຸວຽກຂອງ 7 ຂະແໜງການ ເຂົ້າໄປບໍລິການ ຄື: ກອງບັນຊາການ ປກສ ເມືອງ, ຫ້ອງການກະສິກຳ ແລະ ສິ່ງແວດ ລ້ອມເມືອງ, ຫ້ອງການອຸດສະຫະກຳ ແລະ ການຄ້າເມືອງ, ຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວເມືອງ, ຫ້ອງການ-ການ ເງິນເມືອງ, ຫ້ອງການໂຍທາທິການ ແລະ ຂົ່ນສົ່ງເມືອງ, ຫ້ອງການຍຸຕິທໍາເມືອງ.

ການຄົ້ນຄວ້າຄັ້ງນີ້, ບັນດາຜູ້ເຂ້ົາຮ່ວມ ໄດ້ແລກປ່ຽນຄວາມຄິດເຫັນ ຢ່າງມີເນື້ອໃນ, ເລີກເຊີ່ງ ເພື່ອເຮັດໃຫ້ຂອດການປະຕິບັດວຽກງານກົນໄກບໍລິການຂອງລັດ ຜ່ານປະຕູດຽວ ແລະ ຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ບັນລຸຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

ພາບ-ຂ່າວ: ສ.ພະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa