ໂຄງການແກມຊີວ ສຳເລັດການຝຶກອົບຮົມເປັນຄູຝຶກ ການລາຍງານຂ່າວບັນຫາສິ່ງແວດລ້ອມ

ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວ ໃນ ສປປ ລາວ ຫຼື GAMCIL, ສຳເລັດການຈັດຊຸດຝຶກອົບຮົມຄູຝຶກ ປະຈຳປີ 2026 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນຂະແໜງສື່ມວນຊົນ ແລະ ອົງການຈັດຕັ້ງມະຫາຊົນ 17 ທ່ານ, ຍິງ 8 ທ່ານ, ສາມາດເປັນຄູຝຶກ, ເປັນຜູ້ນໍາພາຝຶກອົບຮົມໄດ້. ໄລຍະການຝຶກອົບຮົມ ລະຫວ່າງວັນທີ 27-30 ເມສານີ້, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ຕາມຫຼັກສູດຂອງຄູຝຶກ ທ່ານ ເດວິດຄາຍ ເຈມ ວິທະຍາກອນຊ່ຽວຊານຈາກຕ່າງປະເທດ, ເຊີ່ງເນື້ອໃນຫຼັກຄື: ເນັ້ນການມີສ່ວນຮ່ວມຂອງທັງສອງຝ່າຍ ແທນທີ່ຈະເປັນພຽງຜູ້ບັນຍາຍຝ່າຍດຽວ, ການນໍາໃຊ້ເຄື່ອງມືທີ່ຫຼາກຫຼາຍ ເພື່ອເຮັດໃຫ້ການຝຶກອົບຮົມມີຄວາມໜ້າສົນໃຈ, ການຂຽນຂ່າວທີ່ເນັ້ນໃສ່ດຶງດູດສົນໃຈຜູ້ອ່ານ-ຜູ້ຝັງ, ຂັ້ນຕອນການຝຶກອົບຮົມ. ທີ່ສຳຄັນແມ່ນ ຜູ້ເຂົ້າຮ່ວມ ໄດ້ປະຕິບັດຕົວຈິງໃນການຝຶກສອນ ເພື່ອສະແດງໃຫ້ເຫັນວ່າທຸກຄົນສາມາດນຳເອົາສິ່ງທີ່ໄດ້ຮຽນມານຳໃຊ້ໄດ້ຈິງ.
ຊຸດຝຶກອົບຮົມຄັ້ງນີ້, ເປັນກິດຈະກຳໜຶ່ງຂອງໂຄງການແກມຊີວ, ນອກຈາກໃຫ້ບົດຮຽນ, ທັກສະໃນການລາຍງານຂ່າວບັນຫາສິ່ງແວດລ້ອມແລ້ວ ຍັງໄດ້ເອົາໃຈໃສ່ສ້າງສື່ມວນຊົນ ທີ່ເປັນຕົວແທນ ກາຍເປັນຄູຝຶກ, ກາຍເປັນຜູ້ຖ່າຍທອດຄວາມຮູ້ໃຫ້ກັບເພື່ອນຮ່ວມງານ ແລະ ສາມາດນຳໄປຈັດຕັ້ງປະຕິບັດໃນໜ້າວຽກຕົວຈິງ, ເຊີ່ງໄດ້ເນັ້ນໃຫ້ຄວາມຮູ້ກ່ຽວກັບການເປັນຄູຝຶກ, ດ້ານທັກສະຕ່າງໆ ແລະ ວິທີການໃຫ້ບົດຮຽນ ໂດຍໃຫ້ທຸກຄົນມີສ່ວນຮ່ວມ, ທັງເປັນການເສີມຂະຫຍາຍບົດຮຽນ ທີ່ໂຄງການແກມຊີວ ນຳມາຖ່າຍທອດ, ນຳພາຈັດຕັ້ງປະຕິບັດ ໃຫ້ມີຄວາມຍຶນຍົງ ແລະ ເຂັ້ມແຂງຂຶ້ນເທື່ອລະກ້າວ, ໂດຍສະເພາະການລາຍງານຂ່າວກ່ຽວກັບບັນຫາສິ່ງແວດລ້ອມ.

ຈາກນັ້ນ, ໃນຕອນທ້າຍ, ກໍໄດ້ມີການມອບໃບຢັ້ງຢືນໃຫ້ກັບສຳມະນາກອນ, ໂດຍການມອບຂອງ ທ່ານ ເດວິດຄາຍ ເຈມ ວິທະຍາກອນຊ່ຽວຊານຈາກຕ່າງປະເທດ ແລະ ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ເຂົ້າຮ່ວມມີ: ທ່ານ ນາງ ບົວຄໍາ ດວງປັນຍາ ຫົວໜ້າໂຄງການແກມຊີວ, ອົງການແຄຣ໌ນານາຊາດ ປະຈຳລາວ, ພ້ອມດ້ວຍບັນດາຄະນະບໍລິຫານງານສະມາຄົມນັກຂ່າວລາວ ແລະ ສຳມະນາກອນຈາກນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ຈໍາປາສັກ ແລະ ແຂວງສາລະວັນ ເຂົ້າຮ່ວມ.

—————————-
ຂ່າວ: ວິໄລວອນ ສິດທິໄຊ
ພາບ: ອົງການແຄຣ໌, ໂຄງການແກມຊີວ