ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ.

ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ.

ມາໃນຕອນເຊົ້າ ຂອງວັນທີ 16 ມັງກອນ 2024 ແຂວງສາລະວັນ ໄດ້ຈັດຕັ້ງປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ( 20 ມັງກອນ 1949 -20 ມັງກອນ 2024 ) ພິທີດັ່ງກ່າວໄດ້ຈັດຂື້ນທີ່ສະໂມສອນໃຫຍ່ຂອງແຂວງ ໂດຍເປັນກຽດເຂົ້າຮ່ວມບັນຍາຍເອກະສານຂອງທ່ານ ພົ.ວ ອ໋ອດ ໄຊຍະວົງ ອາດີດຄະນະປະຈໍາພັກແຂວງ, ອາດີດຫົວໜ້າກອງບັນຊາການທະຫານແຂວງ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ມີບັນດາທ່ານ ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ອາດີດພະນັກງານ-ບໍານານການນໍາຂັ້ນແຂວງ, ຫົວໜ້າ ແລະ ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ເລຂາ-ຮອງເລຂາພັກເມືອງ, ຫົວໜ້າກອງບັນຊາການທະຫານເມືອງ, ຫົວໜ້າກອງບັນຊາການ ປກສ ເມືອງ, ພະນັກງານ-ລັດຖະກອນ ອ້ອມຂ້າງແຂວງ ເຂົ້າຮ່ວມ.
#ໃນພິທີ ທ່ານ ພົ.ວ ອ໋ອດ ໄຊຍະວົງ ອາດີດຄະນະປະຈໍາພັກແຂວງ, ອາດີດຫົວໜ້າກອງບັນຊາການທະຫານແຂວງ ໄດ້ໃຫ້ກຽດເລົ່າຄືນມູນເຊື້ອວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 75 ປີ ( 20 ມັງກອນ 1949-20 ມັງກອນ 2024 ) ເຊິ່ງທ່ານ ໃຫ້ຮູ້ວ່າ: ກ່ອນໜ້ານີ້ 75 ປີຄືນຫຼັງ ຂະບວນການຕໍ່ສູ້ກູ້ຊາດ ຂອງປະຊາຊົນລາວບັນ ດາເຜົ່າ ຕ້ານການຮຸກຮານ ຂອງພວກຈັກກະພັດລ່າເມືອງຂຶ້ນ ທັງລະບອບເກົ່າ ແລະ ໃໝ່ ໄດ້ດຳເນີນໄປຢ່າງດຸເດືອດຂ້ຽວຂາດ; ໂດຍປະຕິບັດຕາມຄຳສັ່ງ ຂອງພັກກອມ ມູນິດອິນດູຈີນ ໃນວັນທີ 20 ມັງກອນ 1949 ຢູ່ເຂດລາວຮຸ່ງພຽງສາ ເມືອງຊຽງຄໍ້, ແຂວງຫົວພັນ ກອງທັບລາວອິດສະຫຼະ (ກອງທັບປະຊາຊົນລາວ ໃນປັດຈຸບັນ) ກໍໄດ້ຮັບການສ້າງຕັ້ງຂຶ້ນ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ບັນຊາໂດຍກົງ, ຈຸດປະສົງ ຂອງການສ້າງກອງທັບຂຶ້ນ ແມ່ນເພື່ອເປັນກໍາລັງແຮງແກ່ນສານ, ເປັນບ່ອນອີງໃຫ້ແກ່ການດໍາເນີນສົງຄາມປະຊາຊົນ. ພາຍຫຼັງໄດ້ຮັບການສ້າງຕັ້ງ, ກອງ ທັບ ກໍໄດ້ສຸມໃສ່ເຝິກແອບຮ່ຳຮຽນສິລະປະຍຸດໃນການຕໍ່ສູ້ຢ່າງຕັ້ງໜ້າ, ສຸມໃສ່ລົງກໍ່ສ້າງຮາກຖາກການເມືອງ, ປຸກລະດົມຂົນຂວາຍປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ໃຫ້ເປັນເຈົ້າການເຂົ້າຮ່ວມການຕໍ່ສູ້ຢ່າງອົງອາດກ້າຫານ ເຮັດໃຫ້ຂະບວນ ການຕໍ່ສູ້ ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ຮັບໄຊຊະນະເປັນກ້າວໆມາ ຈາກໄຊຊະນີ້ໄປສູ່ໄຊຊະນະໃໝ່ ແລະ ໃຫຍ່ຫຼວງກວ່າເກົ່າ ເຮັດໃຫ້ສັດຕູທີ່ມີກຳລັງແຮງທາງດ້ານການທະຫານ, ເຂັ້ມແຂງທາງດ້ານເສດຖະກິດ ເໜືອກວ່າຕັ້ງຫຼາຍເທົ່າ ຖືກປະລາໄຊລົງຢ່າງເຈັບແສບ, ສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສ້າງຕັ້ງເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນໃນວັນທີ 2/12/1975.
#ພິທີດັ່ງກ່າວ, ດໍານີນໄປເປັນເວລາ 1 ຄາບ ຈິ່ງປິດລົງດ້ວຍຜົນສໍາເລັດ.

 

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa