ສາລະວັນ ເປັນເຈົ້າພາບ ຈັດກອງປະຊຸມແລກປ່ຽນບົດຮຽນ ສະຫະພັນແມ່ຍິງ 7 ແຂວງ ພາກກາງ-ໃຕ້ ສ້າງຄວາມເຂັ້ມແຂງໃນການນໍາພາ

ສາລະວັນ ເປັນເຈົ້າພາບ ຈັດກອງປະຊຸມແລກປ່ຽນບົດຮຽນ ສະຫະພັນແມ່ຍິງ 7 ແຂວງ ພາກກາງ-ໃຕ້ ສ້າງຄວາມເຂັ້ມແຂງໃນການນໍາພາ
#ກອງປະຊຸມແລກປ່ຽນບົດຮຽນການນໍາພາວຽກງານສະຫະພັນແມ່ຍິງ ປະຈຳປີ 2025 ລະຫວ່າງສະຫະພັນແມ່ຍິງ 7 ແຂວງພາກກາງ ແລະ ພາກໃຕ້ ( ສາລະວັນ, ຈຳປາສັກ, ເຊກອງ, ອັດຕະປື, ສະຫວັນນະເຂດ, ຄຳມ່ວນ ແລະ ແຂວງບໍລິຄຳໄຊ) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 5 ພຶດສະພາ 2026 ທີ່ສະໂມສອນແຂວງສາລະວັນ, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ທອງດີ ຈັນທະວົງ ຄະນະປະຈໍາພັກແຂວງ, ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງ, ເຂົ້າຮ່ວມມີ ທ່ານ ນາງ ຈັນທະຈອນ ຫວາດທະລາວົງ ກຳມະການພັກແຂວງ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງສາລະວັນ, ມີບັນດາຄະນະປະທານສະຫະພັນແມ່ຍິງ 7 ແຂວງພາກກາງ ແລະ ພາກໃຕ້, ມີຄອບຄົວການນໍາ, ນັກທຸລະກິດ, ຄະນະບໍລິຫານງານ, ປະທານສະຫະພັນແມ່ຍິງຮາກຖານ, ຫົວໜ້າສະຫະພັນແມ່ຍິງໜ່ວຍອ້ອມຂ້າງ ພ້ອມດ້ວຍພະນັກງານຈາກສະຫະພັນແມ່ຍິງແຂວງເຂົ້າຮ່ວມ.
#ທ່ານ_ນາງ_ຈັນທະຈອນ_ຫວາດທະລາວົງ ໄດ້ກ່າວໄຂກອງປະຊຸມໃນຄັ້ງນີ້ວ່າ: ການແລກປ່ຽນບົດຮຽນການນໍາພາວຽກງານສະຫະພັນແມ່ຍິງຄັ້ງນີ້ ແມ່ນມີຄວາມໝາຍຢ່າງຍິ່ງ ແລະ ເປັນໂອກາດດີ ທີ່ເປັນການທົບທວນຄືນບັນດາຜົນສໍາເລັດໃນການນໍາພາຈັດຕັ້ງປະຕິບັດວຽກງານຮອບດ້ານຂອງສະຫະພັນແມ່ຍິງ ໃນໄລຍະຜ່ານມາ, ຕີລາຄາຄືນດ້ານດີ ທີ່ໄດ້ພ້ອມກັນເສີມຂະຫຍາຍ ແລະ ດ້ານອ່ອນຂໍ້ຄົງຄ້າງຕ່າງໆ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດຕາມແຜນການທີ່ວາງໄວ້. ກອງປະຊຸມຄັ້ງນີ້ ແມ່ນໄດ້ຜັດປ່ຽນກັນປະກອບຄຳເຫັນ, ແລກປ່ຽນບົດຮຽນ ຕາມຫົວຂໍ້ທີ່ໄດ້ກຳນົດໄວ້, ຄົ້ນຄ້ວາປຶກສາຫາລືໃນການເປັນເຈົ້າພາບຈັດກອງປະຊຸມແລກປ່ຽນບົດຮຽນດັ່ງກ່າວນີ້ໃນຮອບວຽນຕໍ່ໄປໃນປີ 2026. ພິເສດຈະໄດ້ຮັບຟັງ ການມີຄໍາເຫັນ, ການໂອ້ລົມໃຫ້ທິດຊີ້ນຳຈາກ ທ່ານ ທອງດີ ຈັນທະວົງ ເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ຄະນະນໍາສະຫະພັນແມ່ຍິງ, ແນໃສ່ເພື່ອໃຫ້ບັນລຸຕາມຈຸດປະສົງ, ທັງຮຽກຮ້ອງໃຫ້ຜູ້ແທນກອງປະຊຸມທຸກທ່ານ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ, ສຸມສະຕິປັນຍາຂອງຕົນ ເຂົ້າໃນການຄົ້ນຄ້ວາປະກອບຄໍາຄິດ ຄໍາເຫັນຢ່າງກົງໄປກົງມາ, ພາວະວິໄສ, ຖືກຕ້ອງ, ເລີກເຊິ່ງສ່ອງແສງ ເຖິງສະພາບຄວາມເປັນຈິງ.
ຂ່າວ ແລະ ພາບ: ສະຫະພັນແມ່ຍິງແຂວງສາລະວັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa