864 ໜ່ວຍພັກ ທົ່ວແຂວງສາລະວັນ ໄດ້ຮັບການຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025

864 ໜ່ວຍພັກ ທົ່ວແຂວງສາລະວັນ ໄດ້ຮັບການຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025
ໃນວັນທີ 22 ເມສາ 2026, ແຂວງສາລະວັນ ໄດ້ຈັດພິທີມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025, ຈັດຂຶ້ນຢູ່ທີ່ຫ້ອງປະຊຸມພະແນກອຸດສາຫະກໍາ-ການຄ້າ ແຂວງສາລະວັນ; ໂດຍການເປັນປະທານຂອງ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ; ມີສະຫາຍກໍາມະການພັກແຂວງ; ຄະນະພັກ 2 ກໍາລັງປະກອບອາວຸດ ປກຊ-ປກສ; ເລຂາຄະນະພັກຮາກຖານ; ເລຂາໜ່ວຍພັກເອກະລາດ; ເລຂາໜ່ວຍພັກອ້ອມຂ້າງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂດຍປະຕິບັດຕາມມະຕິຕົກລົງຂອງຄະນະປະຈໍາພັກແຂວງ ເລກທີ 109/ຄຈພຂ.ສວ, ລົງວັນທີ 27 ມີນາ 2026 ວ່າດ້ວຍ: ການອະນຸມັດຈັດພິທີມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025, ຈໍານວນ 864 ໜ່ວຍພັກ. ໃນໄລຍະຜ່ານມາຄະນະພັກແຕ່ລະຂັ້ນ ໄດ້ເຄື່ອນໄຫວຕາມພາລະບົດບາດ, ເອົາໃຈໃສ່ຊີ້ນໍາ-ນໍາພາຄົ້ນຄວ້າ, ເຊື່ອມຊຶມຈັດຕັ້ງຜັນຂະຫຍາຍບັນດານິຕິກຳ ກ່ຽວກັບວຽກງານກໍ່ສ້າງພັກ ໂດຍສະເພາະແມ່ນວຽກງານກໍ່ສ້າງປັບປຸງ ການຈັດຕັ້ງຮາກຖານພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເຊິ່ງແຕ່ລະຮາກຖານພັກ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ມີຜົນສໍາເລັດເປັນກ້າວໆມາ. ໃນທ້າຍປີ 2025 ມີການຈັດຕັ້ງຮາກຖານພັກທັງໝົດ 1,162 ຮາກຖານ; ໃນນັ້ນມີ ຄະນະພັກຮາກຖານ 54 ຮາກຖານ, ມີໜ່ວຍພັກທັງໝົດ1,108 ໜ່ວຍພັກ: ມີໜ່ວຍພັກຮາກຖານ 857 ໜ່ວຍ, ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ 251 ໜ່ວຍ; ໃນນີ້ ບໍ່ໄດ້ຮັບຮອງແຜນສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ມີ 10 ໜ່ວຍພັກ (ເຫດຜົນເປັນໜ່ວຍສ້າງໃໝ່); ມີສະມາຊິກພັກ ທັງໝົດ 17,245 ສະຫາຍ, ຍິງ 4,302 ສະຫາຍ, ມີສະມາຊິກພັກສົມບູນ 16,219 ສະຫາຍ, ຍິງ 4,034 ສະຫາຍ, ສະມາຊິກພັກສໍາຮອງ 1,026 ສະຫາຍ, ຍິງ 268 ສະຫາຍ. ຕີລາຄາສະພາບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃນ ປີ 2025; ໃນນັ້ນ ດ້ານຜົນສໍາເລັດການຮັບຮອງແຜນ ໃນຕົ້ນປີ 2025 ໄດ້ຮັບຮອງແຜນສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຈຳນວນ 1,098 ໜ່ວຍພັກ ເທົ່າກັບ 100% ຂອງໜ່ວຍພັກທັງໝົດທົ່ວແຂວງ ໃນນັ້ນ ຢູ່ຂັ້ນແຂວງ ຈຳນວນ 178 ໜ່ວຍພັກ ເທົ່າກັບ 100%; ຢູ່ຂັ້ນເມືອງ 920 ໜ່ວຍພັກ ເທົ່າກັບ 100%. ຜ່ານການກວດກາປະເມີນ ສາມາດຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ໄດ້ທັງໝົດຈໍານວນ 864 ໜ່ວຍພັກ, ເທົ່າກັບ 86,05% ໂດຍທຽບໃສ່ໜ່ວຍພັກ ທີ່ຄົບເງື່ອນໄຂປະເມີນ ໃນນັ້ນຂັ້ນແຂວງ ມີ 129 ໜ່ວຍພັກ ແລະ ຂັ້ນເມືອງ ມີ 735 ໜ່ວຍພັກ.
ສໍາລັບແຜນທິດທາງແຜນການ ປະຈໍາປີ 2026 ຮັບຮອງແຜນການສູ້ຊົນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ໄດ້ 1,089 ໜ່ວຍພັກ, ໃນນັ້ນຂັ້ນແຂວງ 183 ໜ່ວຍພັກ, ລວມທັງກຳລັງປະກອບອາວຸດ ແລະ ຂັ້ນເມືອງ ສູ້ຊົນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ໄດ້ 906 ໜ່ວຍພັກ.
ຈາກນັ້ນ, ໃນພິທີກໍ່ໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025, ໂດຍໃຫ້ກຽດມອບຂອງ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ ແລະ ຕາງໜ້າບັນດາໜ່ວຍພັກ ຂື້ນຈັບມືປະຕິບັດແຂ່ງຂັນກັນ ແລະ ໃນຕອນທ້າຍ, ກໍໄດ້ຮັບຟັງການໂອ້ລົມຈາກສະຫາຍຮອງເລຂາຄະນະບໍລິຫານງານພັກແຂວງສາລະວັນ ຕື່ມອີກ.
ພາບ-ຂ່າວ: ສ.ພະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa